ລາຍ​ການ ຫວຽດນາມ - ລາວ, ລາວ - ຫວຽດນາມ

10/05/2019

ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ

(VOVWORLD) -ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດເນີ່ມ ທີ່ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ຈັດພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມ 6 ຊຸດທີ່ໄດ້ເສຍສະຫຼະຊີວິດຢູ່ລາວ.

ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ
09/05/2019

ກະ​ຊວງ​ປ້ອງ​ກັນປະ​ເທດ​ ລາວ ຈັດ​ຕັ້ງງານ​ໂຮມ​ຊຸມ​ນຸມ​​ມິ​ດ​ຕິງຢ່າງ​ສົ​ມ​ກຽດ​ເນື່ອງ​ໃນ​ໂອ​ກາ​ດ​ສະ​ເຫຼີມ​ສະຫຼອງ 65 ປີແຫ່ງວັນ​​ໄຊ​ຊະ​ນະ​ດຽນ​ບຽນ​ຝ໋​ູ

(VOVWORLD) - ໄຊຊະນະດຽນບຽນຝູ໋ແມ່ນໄຊຊະນະຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງກອງທັບປະຊາຊົນ ຫວຽດນາມ.

ກະ​ຊວງ​ປ້ອງ​ກັນປະ​ເທດ​ ລາວ ຈັດ​ຕັ້ງງານ​ໂຮມ​ຊຸມ​ນຸມ​​ມິ​ດ​ຕິງຢ່າງ​ສົ​ມ​ກຽດ​ເນື່ອງ​ໃນ​ໂອ​ກາ​ດ​ສະ​ເຫຼີມ​ສະຫຼອງ 65 ປີແຫ່ງວັນ​​ໄຊ​ຊະ​ນະ​ດຽນ​ບຽນ​ຝ໋​ູ
09/05/2019

ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດຢູ່​ສະ​ໜ​າມ​ຮົບ ລາວ

(VOVWORLD) - ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສົມກຽດ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ,ບັນດາຜູ້ແທນພ້ອມກັບປະຊາຊົນຈຳນວນຫຼວງຫຼາຍໄດ້ວາງພວງມາລາ, ຈຸດທູບເພື່ອໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ສົ່ງດວງວິນຍານຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ກັບເມືອປິຕຸພູມບ້ານເກີດເມືອງນອນ.

ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດຢູ່​ສະ​ໜ​າມ​ຮົບ ລາວ
09/05/2019

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

(VOVWORLD) - ໃນວັນທີ 08 ພຶດສະພາ 2019 ທີ່ ກະຊວງການຕ່າງປະເທດລາວ, ທ່ານນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຈີ່ນ ກົງ ຖິ້ງ ໃນໂອກາດ ທີ່ໄດ້ສໍາເລັດ ການປະຕິບັດ ໜ້າທີ່ ເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ ຂອງ ລາວ ຄື ແຂວງ ບໍລິຄໍາໄຊ, ແຂວງ ຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ຊຶ່ງມີສໍານັກງານຕັ້ງຢູ່ ແຂວງ ສະຫວັນນະເຂດ.

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ
08/05/2019

ພິ​ທີ​ໄວ້​ອາ​ໄລ​, ມອບ-ຮັບອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ, ນັກຊ່ຽວ​ຊານ ຫວຽດ​ນາມ ​ທີ່​ເສຍ​ສະຫຼະ​ຊີ​ວິດຢູ່​ລາວກັບ​ເມືອ​ປະ​ເທດ

(VOVWORLD) - ນັບແຕ່ປີ 1999 ມາຮອດປັດຈຸບັນ, ຄະນະປະຕິບັດງານພິເສດແຂວງ ຮ່າຕິງ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານພິເສດນະຄອນຫຼວງ ວຽງຈັນ, ແຂວງ ບໍລິຄຳໄຊ, ແຂວງວຽງຈັນ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວໄດ້ 769 ຊຸດ.

ພິ​ທີ​ໄວ້​ອາ​ໄລ​, ມອບ-ຮັບອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ, ນັກຊ່ຽວ​ຊານ ຫວຽດ​ນາມ ​ທີ່​ເສຍ​ສະຫຼະ​ຊີ​ວິດຢູ່​ລາວກັບ​ເມືອ​ປະ​ເທດ
07/05/2019

ຈັດ​ຕັ້ງພິ​ທີໄວ້ອາໄລ, ປົງ​ອັດ​ຖິນັກ​ຮົບ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ​່ຽວ​ຊານ ຫວຽດ​ນາມ​ເສຍ​ສະຫຼະ​ຊີ​ວິດຢ​ູ່​ລາວ

(VOVWORLD) - "ປະຫວັດຊາດຂອງສອງປະເທດ ຫວຽດນາມ ແລະ ລາວ ຈະຈາລຶກຄຸນງາມຄວາມດີບັນດານັກວິລະຊົນຂອງປະເທດ ຫວຽດນາມ ເຊິ່ງໄດ້ເສຍສະຫຼະເລືອດເນື້ອຂອງຕົນເພື່ອພາລະກິດປະຕິວັດສາກົນອັນສູງສົ່ງ"

ຈັດ​ຕັ້ງພິ​ທີໄວ້ອາໄລ, ປົງ​ອັດ​ຖິນັກ​ຮົບ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ​່ຽວ​ຊານ ຫວຽດ​ນາມ​ເສຍ​ສະຫຼະ​ຊີ​ວິດຢ​ູ່​ລາວ
05/05/2019

ແບ່ງ​ປັນ​ບົດ​ຮຽນ, ໜູ​ນ​ຊ່ວຍ ລາວ ໃນ​ວຽກ​ງານ​ຄຸ້ມ​ຄອງ, ​ເຮັດ​ສື່​​ເລັກ​ໂຕ​ນິກ

(VOVWORLD) - ໂດຍປະຕິບັດຕາມບົດບັນທຶກ ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໄລຍະ 2016 – 2020, ຫວ່າງແລ້ວນີ້ ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດຕັ້ງໃຫ້ບັນດານັກຂ່າວລາວ ມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບສື່ເອເລັກໂຕນິກ ຢູ່ຫວຽດນາມ ເພື່ອແນໃສ່ໜູນຊ່ວຍ, ຍົກສູງວິຊາສະເພາະ, ການຄຸ້ມຄອງສື່ເອເລັກໂຕນິກ ໃຫ້ແກ່ລາວ. ຕໍ່ໄປນີ້ ເຊີນທ່ານຜູ້ຟັງ ພ້ອມກັນຕິດຕາມບົດຂຽນ ທີ່ມີຫົວຂໍ້ວ່າ “ການແບ່ງປັນບົດຮຽນ, ໜູນຊ່ວຍລາວ ໃນວຽກງານຄຸ້ມຄອງ, ຜະລິດໜັງສືພິມເອເລັກໂຕນິກ” ຂອງ ເຈິ່ນຕວ໊ນ - ນັກຂ່າວ VOV.

ແບ່ງ​ປັນ​ບົດ​ຮຽນ, ໜູ​ນ​ຊ່ວຍ ລາວ ໃນ​ວຽກ​ງານ​ຄຸ້ມ​ຄອງ, ​ເຮັດ​ສື່​​ເລັກ​ໂຕ​ນິກ
03/05/2019

ທ່ານ​ອະ​ດີດປະ​ທານ​ປະ​ເທດ ​ເລ​ດຶກ​​ແອັງ ຍາ​ມ​ໃດ​ກໍ​ເອົາ​ໃ​ຈ​ໃສ່​​ເພີ່ມ​ພູນ​ຄູນສ້າງ​ໃຫ້​ແກ່​ສາຍ​ພົວພັນ​ມິ​ດຕະພາບ ຫວຽດນາມ - ລາວ

(VOVWORLD) -ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ຈູມມະລີ ໄຊຍະສອນ ຍາມໃດກໍສະຫງວນຄວາມຮັກແພງ, ເຄົາລົບນັບຖືທ່ານອະດີີດປະທານປະເທດ ເລດຶກແອັງ - ຜູ້ນໍາທີ່ມີຄວາມເກັ່ງກ້າສາມາດ, ມີນໍ້າໃຈຂອງຫວຽດນາມ

ທ່ານ​ອະ​ດີດປະ​ທານ​ປະ​ເທດ ​ເລ​ດຶກ​​ແອັງ ຍາ​ມ​ໃດ​ກໍ​ເອົາ​ໃ​ຈ​ໃສ່​​ເພີ່ມ​ພູນ​ຄູນສ້າງ​ໃຫ້​ແກ່​ສາຍ​ພົວພັນ​ມິ​ດຕະພາບ ຫວຽດນາມ - ລາວ
29/04/2019

ການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ

(VOVWORLD) -ວັນທີ 27 ເມສາ, ຄ້າຍທະຫານຊາຍແດນຕາມເຮີບ, ກອງບັນຊາການທະຫານຊາຍແດນແຂວງເງະອານ ສົມທົບກັບ ກອງຮ້ອຍຊາຍແດນ 251, ກອງບັນຊາການທະຫານແຂວງ ບໍລິຄໍາໄຊ ດຳເນີນການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ.

ການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ
26/04/2019

ທ່ານນາຍົກລັດຖະມົນຕີ ຈີນ ພົບປະກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ

(VOVWORLD) -ວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ໄດ້ມີການພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ ທັງເປັນປະທານປະເທດ ລາວ ເຊິ່ງພວມມີການຢ້ຽມຢາມປັກກິ່ງ ແລະ ເຂົ້າຮ່ວມເວທີປາໄສ ການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2.

ທ່ານນາຍົກລັດຖະມົນຕີ ຈີນ ພົບປະກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ