ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງແຂວງ ກວາງຈິ ແລະ ແຂວງສະຫວັນນະເຂດ
(VOVWORLD) - ວັນທີ 13 ມີນາ, ທີ່ນະຄອນດົງຮ່າ, ຄະນະກຳມະການປະຊາຊົນ ແຂວງກວາງຈິ (ຫວຽດນາມ) ໄດ້ສົມທົບກັບ ອຳນາດການປົກຄອງແຂວງ ແຂວງສະຫວັນນະເຂດ ຂອງ ລາວ ແລະ ສະຖາບັນແມ່ນ້ຳຂອງຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ທີ່ວ່າ “ອຳນວຍຄວາມສະດວກດ້ານການຄ້າຂ້າມຊາຍແດນ ສຳລັບຜະລິດຕະພັນກະເສດຢູ່ ດ່ານຊາຍແດນສາກົນລາວບາວ - ແດນສະຫວັນ”.









