ມະຫາວິທະຍາໄລກໍ່ສ້າງຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງຊາດ ລາວ ເພີ່ມທະວີການຮ່ວມມື
(VOVWORLD) - ຫວ່າງແລ້ວນີ້, ຄະນະປະຕິບັດງານມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ ໄດ້ມີການແລກປ່ຽນ ແລະ ເຊັນຂໍ້ຕົກລົງຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ລາວ (National University of Laos, NUOL). ການຮ່ວມມືນີ້ຈະເປີດຫຼາຍກາລະໂອກາດຮ່ວມມືແບ່ງປັນລະຫວ່າງສອງປະເທດໃນຂົງເຂດບຳລຸງສ້າງບຸກຄະລາກອນ ໃຫ້ແກ່ຂະແໜງກໍ່ສ້າງ, ຂົວທາງ, ສິ່ງແວດລ້ອມຂອງສອງປະເທດ.










