ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ແມ່ນໜຶ່ງໃນບຸລິມະສິດອັນດັບໜຶ່ງຂອງຫວຽດນາມ
(VOVWORLD) -ຕອນບ່າຍວັນທີ 2 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ຄຳລຽນ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນລາວ. ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.










