ວັດທະນະທໍາ

19/06/2023

ແຂວງດົ່ງທາບ ຮັກສາ ແລະ ເຊີດຊູຄຸນຄ່າສິລະປະ ຂັບເດີນກາຕາຍຕື

(VOVWORLD) -ວັນທີ 5 ທັນວາ 2013, ສິລະປະຂັບເດີນກາຕາຍຕື ພາກໃຕ້ໄດ້ຮັບການຮັບຮອງຈາກອົງການ ວິທະຍາສາດ ສຶກສາ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ເປັນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງເປັນຕົວແທນຂອງ ມວນມະນຸດ. ເຖິງວ່າບໍ່ແມ່ນອູ່ໃຫ້ກຳເນີດສິລະປະຂັບເດີນກາຕາຍຕື ຄືແຂວງບາກລຽວກໍຕາມ, ແຕ່ແຂວງດົ່ງທາບແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ໄດ້ປະຕິບັດເປັນຢ່າງດີສຳລັບວຽກງານການອະນຸລັກຮັກສາ ແລະ ເຊີດຊູຄຸນຄ່າທີ່ເປັນເອກະລັກສະເພາະຂອງປະເພດສິລະປະນີ້, ນຳສິລະປະປະເພດນີ້ກາຍເປັນຜະລິດຕະພັນ ວັດທະນະທໍາ ທ່ອງທ່ຽວທີ່ເປັນເອກະລັກຂອງ ທ້ອງຖິ່ນ

ແຂວງດົ່ງທາບ ຮັກສາ ແລະ ເຊີດຊູຄຸນຄ່າສິລະປະ ຂັບເດີນກາຕາຍຕື
12/06/2023

ນັກສິລະປະການດີເລີດ ເກີຕ໊ຽວ ຮັກສາສຽງຄ້ອງໃຫ້ແກ່ໝູ່ບ້ານ

(VOVWORLD) -ໃນສະພາບການພັດທະນາເສດຖະກິດຕະຫຼາດ, ຂົງເຂດວັດທະນະທຳຄ້ອງເຕິຍງວຽນເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດໂດຍUnescoໄດ້ຖືກຮັບຮອງຍາມໃດກໍ່ປະເຊີນໜ້າກັບຄວາມສ່ຽງຖືກສູນຫາຍໄປ.ຕໍ່ໜ້າສະພາບຄວາມເປັນຈິງດັ່ງກ່າວຢູ່ໝູ່ບ້ານໜຶ່ງທີ່ຫ່າງໄກສອກຫຼີກຂຶ້ນກັບເມືອງຢີລິງແຂວງເລິມດົ່ງ, ເຈົ້າເຫຼົ່າເກີຕ໊ຽວຊາວເຜົ່າກະຮໍເຖິງວ່າໄດ້ມີອາຍຸສູງສຸຂະພາບອ່ອນເພຍແລ້ວກໍ່ຕາມ ແຕ່ເຈົ້າເຫຼົ່າຍັງຄົງຖ່າຍທອດການຕີຄ້ອງໃຫ້ໄວໜຸ່ມ

ນັກສິລະປະການດີເລີດ ເກີຕ໊ຽວ ຮັກສາສຽງຄ້ອງໃຫ້ແກ່ໝູ່ບ້ານ
05/06/2023

ຂະແໜງຖ່າຍຮູບຫວຽດນາມ - ບັນດາສິ່ງທ້າທາຍ ຕໍ່ຄວາມຮຽກຮ້ອງຕ້ອງການສ້າງເປັນມືອາຊີບ

(VOVWORLD) -ປະຈຸບັນ,ການຖ່າຍຮູບໄດ້ຮັບການຕີລາຄາວ່າເປັນໜຶ່ງໃນອາຊີບ ທີ່ມີຄວາມ ສາມາດບົ່ມຊ້ອນເພາະສິລະປະການຖ່າຍຮູບໄດ້ເຂົ້າສູ່ ຫຼາຍດ້ານ ຂອງຊີວິດ ແລະ ສັງຄົມ. ເຖິງຢ່າງໃດກໍຕາມ, ອາຊີບຖ່າຍຮູບພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ເປັນຕົ້ນແມ່ນບັນຫາລິຂະສິດ, ຄວາມຊຳນານ... ຫວ່າງແລ້ວນີ້, ທີ່ Hanoi Studio Gallery ໄດ້ຈັດຕັ້ງການໂອ້ລົມສົນທະນາ ແນໃສ່ຊອກຫາວິທີແກ້ໄຂທີ່ເໝາະສົມເພື່ອໃຫ້ຂະແໜງຖ່າຍຮູບຫວຽດນາມສາມາດ ພັດທະນາໃຫ້ດີຂຶ້ນ

ຂະແໜງຖ່າຍຮູບຫວຽດນາມ - ບັນດາສິ່ງທ້າທາຍ ຕໍ່ຄວາມຮຽກຮ້ອງຕ້ອງການສ້າງເປັນມືອາຊີບ
29/05/2023

ຂີດໝາຍບັນດາບົດປະພັນວັນນະຄະດີສິລະປະ ໄດ້ຮັບລາງວັນ ໂຮ່ຈີມິນ, ລາງວັນລັດ

(VOVWORLD) -ວັນທີ 19 ພຶດສະພາ ທີ່ຜ່ານມາຢູ່ ຮ່າໂນ້ຍ ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ເປັນເຈົ້າພາບຈັດພິທີມອບລາງວັນ ໂຮ່ຈີມິນ, ລາງວັນລັດກ່ຽວກັບວັນນະຄະດີສິລະປະປີ 2022 ໃຫ້ແກ່ນັກປະພັນ ຜູ້ຮ່ວມປະພັນ 128 ຄົນ. ບາງບົດປະພັນວັນນະຄະດີສິລະປະທີ່ໄດ້ຮັບລາງວັນໃນຄັ້ງນີ້ ແມ່ນດີເດັ່ນເປັນພິເສດມີຄຸນຄ່າສູງທາງດ້ານວັນນະຄະດີສິລະປະ ເປັນຂີດໝາຍໃນຈິດໃຈຂອງມວນຊົນ

ຂີດໝາຍບັນດາບົດປະພັນວັນນະຄະດີສິລະປະ ໄດ້ຮັບລາງວັນ ໂຮ່ຈີມິນ, ລາງວັນລັດ
22/05/2023

ງານມະໂຫລານຖ່າຍຮູບສາກົນ Photo Hanoi’23

(VOVWORLD) - ງານມະໂຫລານຖ່າຍຮູບສາກົນ Photo Hanoi’23 ຖືກດຳເນີນແຕ່ວັນທີ 21 ເມສາຫາວັນທີ 3 ມິຖຸນາເຊິ່ງມີການເຂົ້າຮ່ວມຂອງນັກສິລະປະດ້ານ ຈັກຂຸສຳຜັດ, ນັກຖ່າຍຮູບແລະ ບັນດານັກຊ່ຽວຊານພາຍໃນຂະແໜງມາຈາກຫຼາຍປະເທດໃນໂລກແລະຫວຽດນາມຫຼາຍກວ່າ 100 ຄົນ. ນີ້ແມ່ນການເຄື່ອນໄຫວທີ່ມີຂອບຂະໜາດໃຫຍ່ໃນຂົງເຂດຖ່າຍຮູບເຊິ່ງຖືກຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມແລະ ຝຣັ່ງຄືວັນທີ 22 ເມສາປີ 1973 - ວັນທີ 22 ເມສາປີ 2023

ງານມະໂຫລານຖ່າຍຮູບສາກົນ Photo Hanoi’23
15/05/2023

ຫຼາກຫຼາຍສີສັນທີ່ງານວາງສະແດງພາບສີນ້ຳພາກໃຕ້

(VOVWORLD) -ງານວາງສະແດງພາບສີນ້ຳພາກໃຕ້.ໂດຍສະມາຄົມວິຈິດສິນຫວຽດນາມສົມທົບກັບສູນເຄື່ອນໄຫວວັດທະນະທຳແລະວິທະຍາສາດວັນໝຽວ - ກວັກຕື່ຢ໊າມຈັດຂຶ້ນແຕ່ວັນທີ 6 – 24 ພຶດສະພາຢູ່ ວັນໝຽວ-ກວັກຕື່ຢ໊າມ, ຮ່າໂນ້ຍ, ນີ້ເປັນຄັ້ງທຳອິດທີ່ງານວາງສະແດງພາບສິນ້ຳຂອງບັນດາຈິດຕະກອນທີ່ນະຄອນໂຮ່ຈີມິນ ຖືກຈັດຂຶ້ນຢູ່ ວັນໝຽວ-ກວັກຕື່ຢ໋າມ, ຮ່າໂນ້ຍ.

ຫຼາກຫຼາຍສີສັນທີ່ງານວາງສະແດງພາບສີນ້ຳພາກໃຕ້
08/05/2023

“ Viet Nam Visual Artsin in History” - ວິທີສັງເກດໃໝ່ກ່ຽວກັບສິລະປະຫວຽດນາມ

(VOVWORLD) - “Viet Nam Visual Artsin in History 1009 – 1945” ໝາຍເຖິງສິລະປະຫວຽດນາມແຕ່ປີ 1009 ຫາ 1945 ແມ່ນປຶ້ມເຫຼັ້ມທຳອິດແນະນຳກ່ຽວກັບປະຫວັດຄວາມເປັນມາດ້ານວິຈິດສິນຂອງເຜົ່າກິງ ຢູ່ ຫວຽດນາມດ້ວຍພາສາອັງກິດເຊິ່ງສຳນັກພິມໂລກໄດ້ພິມຈຳໜ່າຍເທື່ອທີສອງ. ຜູ້ຮຽບຮຽງປຶ້ມຫົວນີ້ ແມ່ນນາງແກຣີຫງວຽນລອງເຊິີ່ງແມ່ນຊາວອົດສະຕາລີແຕ່ງງານກັບຊາຍຫວຽດນາມທີ່ມີຊື່ວ່າຫງວຽນກີມລອງ. ບັນດາສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳຫວຽດນາມ ໃນຫຼາຍຂົງເຂດສິລະປະໄດ້ດຶງດູດໃຈ ຊຸກຍູ້ນາງແກຣີຫງວຽນລອງ ສະຫງວນເວລາເກືອບ 30 ປີ ໃຫ້ແກ່ການຄົ້ນຄວ້າທາງດ້ານສິລະປະຫວຽດນາມແລະໄດ້ຮຽບຮຽງປຶ້ມເຫຼັ້ມນີ້ໃຫ້ສຳເລັດ

“ Viet Nam Visual Artsin in History” - ວິທີສັງເກດໃໝ່ກ່ຽວກັບສິລະປະຫວຽດນາມ
01/05/2023

ລະຄອນດົນຕີ “ທົ່ງຫຍ້າປະສານສຽງ” ສະຫງວນໃຫ້ເດັກ

(VOVWORLD) - ກາງເດືອນເມສາທີ່ຜ່ານມາເດັກຢູ່ ຮ່າໂນ້ຍໄດ້ຮັບຊົມລາຍການສະແດງດົນຕີທີ່ເປັນເອກະລັກຂອງລະຄອນດົນຕີ “ທົ່ງຫຍ້າປະສານສຽງ” ໂດຍສູນບຳລຸງສ້າງແລະສິລະປະ FFC. ລາຍການສຶກສາດ້ານດົນຕີ Cremusic ,ສູນພາສາອັງກິດ Ms. Luna English ສົມທົບກັນຈັດຂຶ້ນຢູ່ໂຮງລະຄອນເອົາເກີຮ່າໂນ້ຍ. ໂດຍ ເລີ່ມມາຈາກແຫຼ່ງບັນດານໃຈຈາກປຶ້ມທີ່ມີຊື່ດຽວກັນ. ລະຄອນດົນຕີ “ທົ່ງຫຍ້າປະສານສຽງ”ຖືກອຸປະມາດັ່ງເລື່ອງນິທານທີ່ສະຫງວນໃຫ້ເດັກ.

ລະຄອນດົນຕີ  “ທົ່ງຫຍ້າປະສານສຽງ” ສະຫງວນໃຫ້ເດັກ
29/04/2023

ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກຂອງສິລະປະ ຂັບຊວານ - ມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ

(VOVWORLD) -ວັນທີ 8 ທັນວາ ປີ 2017 ຂັບຊວານ ແຂວງ ຝູເຖາະ ໄດ້ຮັບການເຊີດຊູຈາກອົງການ Unensco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ໄລຍະທາງ 6 ປີ ຈາກມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄວນໄດ້ຮັບການປົກປ້ອງຢ່າງຮີບດ່ວນ ຕະຫຼອດຮອດມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ໄດ້ເປັນການຢັ້ງຢືນ ຄວາມມານະພະຍາຍາມອະນຸລັກຮັກສາ ເສີມຂະຫຍາຍມໍລະດົກຂັບຊວານ ຂອງອຳນາການປົກຄອງ ແລະ ປະຊາຊົນຢູ່ແຫ່ງນີ້

ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກຂອງສິລະປະ ຂັບຊວານ - ມໍລະດົກບໍ່ເປັນວັດຖຸຂອງມວນມະນຸດ
24/04/2023

ປະເພນີແຂວນແຜ່ນຜ້າອວຍພອນຂອງຊາວເຜົ່າໄຕ່ ເຜົ່ານຸ່ງໃນແຂວງກາວບັ່ງ

(VOVWORLD) -ແຜ່ນຜ້າອວຍພອນຖືກເຮັດດ້ວຍຜ້າສີ ເຊິ່ງລູກຫຼານເຄີຍນຳໄປອວຍພອນອາຍຸຍືນໃຫ້ແກ່ປູ່ຍ່າຕາຍາຍ ພໍ່ແມ່ ແລະ ຖຶກແຂວນຢູ່ອ້ອມເຮືອນ. ນີ້ແມ່ນໜຶ່ງໃນບັນດາປະເພນີວັດທະນະທຳທີ່ມີມາແຕ່ດົນນານຂອງຊາວເຜົ່າໄຕ່ ເຜົ່ານຸ່ງ ທັງເປັນການສະແດງໃຫ້ເຫັນຄວາມເຄົາລົບນັບຖືຄວາມກະຕັນຍູຂອງລູກຫຼານທີ່ມີຕໍ່ຜູ້ອາຍຸສູງ

ປະເພນີແຂວນແຜ່ນຜ້າອວຍພອນຂອງຊາວເຜົ່າໄຕ່ ເຜົ່ານຸ່ງໃນແຂວງກາວບັ່ງ