ສິດເສລີໃນການເດີນເຮືອ ແລະ ບົດບາດເປັນໃຈກາງຂອງ ອາຊຽນ
(VOVWORLD) - ໃນຊຸມວັນມໍ່ໆມານີ້, ໃນການໂອ້ລົມທາງໂທລະສັບສອງຝ່າຍ ຫຼື ໃນເວທີປາໄສຫຼາຍຝ່າຍຄັ້ງຕ່າງໆ, ຫຼາຍປະເທດ ຕ່າງກໍສະແດງຄວາມສະໜັບສະໜູນຕໍ່ບົດບາດເປັນໃຈກາງຂອງ ອາຊຽນ, ຢັ້ງຢືນຄວາມສຳຄັນຂອງສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ. ນີ້ແມ່ນບັນດາຄຳໝັ້ນສັນຍາຢ່າງແຮງ ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ໂດຍອີງໃສ່ລະບຽບກົດໝາຍ, ໃນສະພາບການທີ່ຄວາມໝັ້ນຄົງໃນພາກພື້ນທີ່ພວມມີການຜັນແປຢ່າງສັບສົນ.










