ຈຸດປ່ຽນໃຫມ່ໄດ້ເສີມຂະຫຍາຍປະສິດທິຜົນການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດ
(VOVWORLD) -ໃນ 3 ວັນ ແຕ່ວັນທີ 30 ຕຸລາ ຮອດວັນທີ 1 ພະຈິກ, ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ດຳເນີນການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມບັນດາສະມາຊິກລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວຫນ້າໄອຍະການປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວຕິດຕາມກວດກາຫົວເລື່ອງສະເພາະ. ບັນດາຈຸດປ່ຽນໃຫມ່ໃນການເຄື່ອນໄຫວຊັກຖາມ ພ້ອມກັບບັນຍາກາດຖາມຕອບຢ່າງກົງໄປກົງມາ, ຟົດຟື້ນ ແລະ ເນື້ອໃນຄຳຕອບຂອງບັນດາສະມາຊິກລັດຖະບານແມ່ນມີຄວາມຮັບຜິດຊອບ ຕອບສະຫນອງໄດ້ຄວາມມຸ່ງມາດປາດຖະຫນາຂອງຜູ້ມີສິດເລືອກຕັ້ງ ແລະ










