ສະຖານະການ ການເມືອງ

18/06/2018

ຫວຽດນາມຕັ້ງໜ້າພ້ອມກັບປະຊາຄົມສາກົນໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ໃນລະຫວ່າງວັນທີ 16 – 20, ຢູ່ແຂວງເກິນເທີ ໄດ້ດຳເນີນກອງປະຊຸມ ASEM ກ່ຽວກັບເລື່ອງພ້ອມກັນເຄື່ອນໄຫວເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ການກຳນົດທິດໃນອະນາຄົດ. ກອງປະຊຸມບໍ່ພຽງແຕ່ແມ່ນສະແດງໃຫ້ເຫັນການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມຂອງ ASEM ແລະ ທົ່ວໂລກເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຍາດແຍ່ງການສະໜັບສະໜູນ ແລະ ການຮ່ວມມືຂອງບັນດາຄູ່ຮ່ວມມືອາຊີ - ເອີລົບ ໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດອີກດ້ວຍ.

ຫວຽດນາມຕັ້ງໜ້າພ້ອມກັບປະຊາຄົມສາກົນໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ
15/06/2018

ຍູ້ແຮງ ວຽກງານສ້າງກົດໝາຍກວ່າອີກ

(VOVWORLD) -ວັນທີ 15 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 14, ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 21 ວັນ. ໂດຍໄດ້ດຳເນີນໃນສະພາບການ ທີ່ປະເທດພວມສືບຕໍ່ມີການຫັນປ່ຽນຢ່າງແຮງ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 14 ສືບຕໍ່ເສີມຂະຫຍາຍນ້ຳໃຈປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ມີການກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງຊາດ ເພື່ອປະຕິບັດສຳເລັດບັນດາພາລະໜ້າທີ່ທີ່ໄດ້ວາງອອກ.

ຍູ້ແຮງ ວຽກງານສ້າງກົດໝາຍກວ່າອີກ
14/06/2018

ຫວຽດນາມຕັ້ງໜ້າຮ່ວມມືໃນ ACMES ແລະ CLMV

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳ ເຈົ້າພະຍາ- ແມ່ນ້ຳຂອງ (ACMES) ຄັັ້ງທີ 8 ແລະ ກອງປະຊຸມສຸດຍອດ ການຮ່ວມມືລະຫວ່າງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 9 ທີ່ບາງກອກ, ປະເທດໄທ ໃນເວລາ 02 ວັນ ແຕ່ວັນທີ 15 - 16 ມິຖຸນາ. ນັ້ນແມ່ນ 02 ກົນໄກການຮ່ວມມື ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ACMES 8 ແລະ CLMV 9 ແມ່ນກາລະໂອກາດ ເພື່ອໃຫ້ບັນດາປະເທດ ສືບຕໍ່ຊຸກຍູ້ການເຊື່ອມຈອດພາກພື້ນ, ພ້ອມກັນນັ້ນນີ້ກໍແມ່ນໂອກາດ ເພື່ອໃຫ້ຫວຽດນນາມ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍ ຖືເປັນສຳຄັນການຮ່ວມມື CLMV ແລະ ACMES, ມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນລວມຂອງພາກພື້ນ.

ຫວຽດນາມຕັ້ງໜ້າຮ່ວມມືໃນ ACMES ແລະ CLMV
13/06/2018

ສ້າງນະໂຍບາຍຢ່າງມີປະຊາທິປະໄຕ, ພາວະວິໄສ

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ຫາກໍ່ຕົກລົງ ເລື່ອນເວລາການພິຈາລະນາ, ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ໝາຍເຖິງເຂດເສດຖະກິດພິເສດ ເວີນດົນ, ບັກເວີນຟອງ ແລະ ຝູກວກ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ແນໃສ່ມີເວລາດັດປັບ, ເພີ່ມເຕີມຮ່າງກົດໝາຍຕື່ມອີກ.

ສ້າງນະໂຍບາຍຢ່າງມີປະຊາທິປະໄຕ, ພາວະວິໄສ
12/06/2018

ເລີ່ມຕົ້ນໄລຍະໃໝ່ໃນການພົວພັນລະຫວ່າງອາເມລິກາ-ສປປ.ເກົາຫຼີ

(VOVWORLD) -ວັນທີ 12 ມິຖຸນາ, ແມ່ນວັນທຸກຄວາມສົນໃຈຂອງຫາງສຽງສາກົນລ້ວນແຕ່ມຸ່ງໄປເຖິງປະເທດສິງກະໂປ, ເຊິ່ງແມ່ນແຫ່ງດຳເນີນການພົບປະຄັ້ງປະຫວັດສາດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un, ແລະ ແມ່ນການພົບປະຄັ້ງທຳອິດຂອງທ່ານປະທານາທິບໍດີອາເມລິກາ ແລະ ການນຳສປປ.ເກົາຫຼີ. ນີ້ບໍ່ພຽງແຕ່ແມ່ນບາດລ້ຽວສຳຄັນໃນການພົວພັນ 2 ຝ່າຍອາເມລິກາ - ສປປ.ເກົາຫຼີ ເທົ່ານັ້ນ, ຫາກຍັງແມ່ນໂອກາດໃຫ້ແກ່ສັນຕິພາບ ແລະ ການປອດນິວເຄຼຍ ໃນແຫຼມເກົາຫຼີ ອີກດ້ວຍ.

ເລີ່ມຕົ້ນໄລຍະໃໝ່ໃນການພົວພັນລະຫວ່າງອາເມລິກາ-ສປປ.ເກົາຫຼີ
11/06/2018

ການແຂ່ງຂັນຮັກຊາດໄດ້ສ້າງກຳລັງໜູນຢ່າງແຮງໃນພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ

(VOVWORLD) -ວັນທີ 11 ມິຖຸນາ, ພໍດີຄົບຮອບ 70 ປີແຫ່ງວັນປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11 ມິຖຸນາ 1948 – 11 ມິຖຸນາ 2018). ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີບົດຂຽນດ້ວຍຫົວຂໍ້ວ່າ “ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ສ້າງກຳລັງໜູນຢ່າງແຮງເພື່ອປະຕິບັດໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ”.

ການແຂ່ງຂັນຮັກຊາດໄດ້ສ້າງກຳລັງໜູນຢ່າງແຮງໃນພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ
08/06/2018

ຍົກສູງຖານະບົດບາດຂອງຫວຽດນາມບົນເວທີສາກົນ

(VOVWORLD) -ວັນທີ 7 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເດີນທາງໄປ ປະເທດການາດາ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຖືເປັນສຳຄັນຂອງປະເທດເຈົ້າພາບການາດາ ເວົ້າສະເພາະ ແລະ ບັນດາປະເທດສະມາຊິກ G7 ເວົ້າລວມ ຕໍ່ທັດສະນະ ແລະຖານະບົດບາດຂອງຫວຽດນາມໃນບັນດາບັນຫາຢູ່ພາກພື້ນ ແລະ ໃນໂລກ. ພາຍຫຼັງເຫດການດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະດຳເນີນການຢ້ຽມຢາມການາດາ ຕາມຄໍາເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີການາດາ Justin Trudeau. ການຢ້ຽມຢາມດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງສອງປະເທດ ພວມມີບັນດາບາດກ້າວພັດທະນາບຸກທະລຸ ແລະເປີດອອກແງ່ຫວັງໃໝ່ຫຼາຍຢ່າງ.

ຍົກສູງຖານະບົດບາດຂອງຫວຽດນາມບົນເວທີສາກົນ
07/06/2018

ເພີ່ມທະວີພາລະໜ້າທີ່ຕິດຕາມກວດກາຂອງສະພາແຫ່ງຊາດຜ່ານການເຄື່ອນໄຫວຊັກຖາມ

(VOVWORLD) - ພາຍຫຼັງການເຮັດວຽກຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບມາເປັນເວລາ 3 ວັນ, ຕອນບ່າຍວັນທີ 6 ມິຖຸນາ, ສະພາແຫ່ງຊາດໄດ້ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.

ເພີ່ມທະວີພາລະໜ້າທີ່ຕິດຕາມກວດກາຂອງສະພາແຫ່ງຊາດຜ່ານການເຄື່ອນໄຫວຊັກຖາມ
06/06/2018

ສະພາແຫ່ງຊາດມີຄວາມປະເອີບໃຈຕໍ່ຄາດໝາຍ ການເຕີບໂຕເສດຖະກິດປີ 2018

(VOVWORLD) - ນັບແຕ່ຕົ້ນປີ 2018 ມາຮອດປັດຈຸບັນ, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ; ໄພເງິນເຟີ້ໄດ້ຮັບການຄວບຄຸມ; ນະໂຍບາຍເງິນຕາໄດ້ຮັບການບໍລິຫານຍັງເປັນເຈົ້າການ, ມີໄຫວພິບ; ໜູນຊ່ວຍບັນດາອົງການສິນເຊື່ອທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຢ່າງທັນການ,

ສະພາແຫ່ງຊາດມີຄວາມປະເອີບໃຈຕໍ່ຄາດໝາຍ ການເຕີບໂຕເສດຖະກິດປີ 2018
05/06/2018

ຍົກສູງລັກສະນະຄວາມຮັບຜິດຊອບຂອງບັນດາປະເທດໃນການ ປົກປັກຮັກສາສັນຕິພາບພາກພື້ນ

(VOVWORLD) - ກອງປະຊຸມ Shangri-La 17 ແມ່ນກອງປະຊຸມທີ່ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດຫລາຍທີ່ສຸດ, ແມ່ນກາລະໂອກາດ ເພື່ອໃຫ້ບັນດາປະເທດຍົກອອກບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃໝ່ ເຊິ່ງພາກພື້ນພວມປະເຊີນໜ້າ,

ຍົກສູງລັກສະນະຄວາມຮັບຜິດຊອບຂອງບັນດາປະເທດໃນການ ປົກປັກຮັກສາສັນຕິພາບພາກພື້ນ