ສະຖານະການ ການເມືອງ

29/05/2017

ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາໃຫ້ພັດທະນາ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພວມຢ້ຽມຢາມສະຫະລັດອາເມລິກາ ຢ່າງເປັນທາງການ ໃນລະຫວ່າງວັນທີ 29 – 31 ພຶດສະພາ. ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ ແລະ ແມ່ນການພົບປະຄັ້ງທຳອິດລະຫວ່າງການນຳຫວຽດນາມ ແລະ ທ່ານປະທານາທິບໍດີອາມເລິກາ Donald Trump ມີຄວາມໝາຍສຳຄັນພິເສດສຳລັບອະນາຄົດຂອງການພົວພັນຮ່ວມມືຫວຽດນາມ - ອາເມລິກາ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ໃຫ້ພັດທະນາ”.

ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາໃຫ້ພັດທະນາ
26/05/2017

ປະຕິບັດຖືກຕ້ອງຕາມກົດໝາຍຫວຽດນາມ ແລະ ສາກົນ

(VOVWORLD) - ບັນດາອົງການມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ຫາກໍ່ຈັບຕົວກັກຂັງຊົ່ວຄາວເພື່ອສືບສວນຕັດສິນລົງໂທດບາງເປົ້າໝາຍມີການກະທຳໂຄສະນາເຜີຍແຜ່ຕ້ານລັດ ສສ ຫວຽດນາມ ຕາມມາດຕາ 88 ແລະ ມາດຕາ 258 ຂອງປະມວນກົດໝາຍອາຍາ. ວຽກງານທີ່ຖືກຕ້ອງນີ້ແມ່ນຈຳເປັນເພື່ອຮັບປະກັນລັກສະນະເຄົາລົບ, ເຄັ່ງຄັດໂປ່ງໃສ ແລະ ທ່ຽງທາຂອງກົດໝາຍ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ປະຕິບັດຖືກຕ້ອງຕາມກົດໝາຍ ຫວຽດນາມ ແລະ ສາກົນ”.

ປະຕິບັດຖືກຕ້ອງຕາມກົດໝາຍຫວຽດນາມ ແລະ ສາກົນ
25/05/2017

ສະຖານທີ່ເຄັ່ງຮ້ອນຢູ່ຟີລີບປີນ ແລະ ມີໄພ IS ອາດຈະເປີດກວ້າງການເຄື່ອນໄຫວຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ພາຍຫລັງເຫດປະທະກັນລະຫວ່າງກຳລັງລັດຖະບານ ແລະ ກຸ່ມກະບົດ, ວັນທີ 24 ພຶດສະພາ, ນະຄອນ Marawi (ເກາະ Mindanao ປະເທດຟິລີບປີນ) ໄດ້ກາຍເປັນຕົວເມືອງທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ຖືກຮັບການກວດກາຈາກກຳລັງຈົ່ງຮັກພັກດີກັບ IS. ດ້ວຍ 15% ໃນຍອດຈຳນວນຊາວມຸດສະລິມ 1,57 ຕື້ຄົນໃນໂລກ ພວມດຳລົງຊີວິດຢູ່ ອາຊີຕາເວັນອອກສ່ຽງໃຕ້, ເຫດການດັ່ງກ່າວໄດ້ກໍ່ຄວາມວິຕົກກັງວົນວ່າ ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ອາດຈະກາຍເປັນສະຖານທີ່ເຄັ່ງຮ້ອນ ຮັບສະຫມັກນາຍທະຫານຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ.

ສະຖານທີ່ເຄັ່ງຮ້ອນຢູ່ຟີລີບປີນ ແລະ ມີໄພ IS ອາດຈະເປີດກວ້າງການເຄື່ອນໄຫວຢູ່ ອາຊີຕາເວັນອອກສ່ຽງໃຕ້
24/05/2017

ຮັບປະກັນລັກສະນະປະສິດທິຜົນໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ

(VOVWORLD) - ຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຫາກໍ່ໄດ້ຮັບການປຶກສາຫາລື ແລະ ຄາດວ່າ ຈະຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ມີຄວາມໝາຍສຳຄັນສຳລັບການພັດທະນາຂອງພື້ນຖານເສດຖະກິດ, ພິເສດ ພາຍຫລັງມີມະຕິຂອງພັກ ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ. ທີ່ເວທີປາໄສສະພາແຫ່ງຊາດ, ເນື້ອໃນກ່ຽວກັບການໜູນຊ່ວຍວິສາຫະກິດ ຊຶ່ງບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈເປັນພິເສດວ່າ ເຮັດແນວໃດ ໃຫ້ບັນດາຂໍ້ກຳນົດໃນຮ່າງກົດໝາຍໄດ້ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ, ມີການຜັນຂະຫຍາຍຢ່າງງ່າຍດາຍ. ບັນນາທິການ VOV ໄດ້ລວບລວມຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບຮ່າງກົດໝາຍສະບັບນີ້ ຜ່ານບົດຂຽນ ຮັບປະກັນລັກສະນະປະສິດທິຜົນ ໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ.

ຮັບປະກັນລັກສະນະປະສິດທິຜົນໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ
23/05/2017

ການຢ້ຽມຢາມຫລາຍເປົ້າໝາຍ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມມີການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ນັບແຕ່ເມື່ອຂຶ້ນກຳອຳນາດ, ດ້ວຍການຢ້ຽມຢາມເຖິງບັນດາປະເທດ: ອາຣັບບິ ຊະອຸດິ, ອິດສະລາແອັນ, ສຳນັກວາຕີກັງ, ແບນຊິກ ແລະ ອີຕາລີ ໃນລະຫວ່າງວັນທີ 19 – 27 ພຶດສະພາ 2017. ເຖິງວ່າເສັ້ນທາງໄປຢ້ຽມຢາມຍັງບໍ່ຮອດເຄິ່ງໜຶ່ງກໍ່ຕາມ ແຕ່ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮັບຜົນງານຫລາຍຢ່າງກ່ຽວກັບການພົວພັນດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ການຢ້ຽມຢາມຫລາຍເປົ້າໝາຍ”.

ການຢ້ຽມຢາມຫລາຍເປົ້າໝາຍ
22/05/2017

ລັດຖະບານສະເໜີບັນດາມາດຕະການຕົ້ນຕໍເພື່ອປະຕິບັດຄາດໝາຍພັດທະນາເສດຖະກິດໃນປີ 2017

(VOVWORLD) -ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ໃນຕອນເຊົ້າວັນທີ 22 ພຶດສະພາ, ບົດລາຍງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບິ່ງ ສະເໜີ ໄດ້ຊີ້ແຈ້ງບັນດາໝາກຜົນດ້ານເສດຖະກິດ, ສັງຄົມທີ່ບັນລຸໄດ້ໃນ 4 ເດືອນຕົ້ນປີ 2017. ບົດລາຍງານກໍ່ຊີ້ແຈ້ງບັນດາມາດຕະການແກ້ໄຂຕົ້ນຕໍ່ເພື່ອໃຫ້ລັດຖະບານປະຕິບັດສຳເລັດຄາດໝາຍເຕີບໂຕ GDP 6,7% ໃນປີ 2017 ຄືດັ່ງສະພາແຫ່ງຊາດໄດ້ຮັບຮອງເອົາ.

ລັດຖະບານສະເໜີບັນດາມາດຕະການຕົ້ນຕໍເພື່ອປະຕິບັດຄາດໝາຍພັດທະນາເສດຖະກິດໃນປີ 2017
19/05/2017

ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ມີຄຸນຄ່າເປັນພື້ນຖານ

(VOVWORLD) - ໂດຍກົງກັບໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ສະຫລຸບ 1 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການ “ສືບຕໍ່ຍູ້ແຮງການຮ່ຳຮຽນຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ”. ຄົນທີ່ເປັນແບບຢ່າງໃນການຮ່ຳຮຽນຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ໄດ້ສະແດງໃຫ້ເຫັນວ່າການຮ່ຳຮຽນຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ດ້ວຍບັນດາການກະທຳຢ່າງລະອຽດ, ແທດຈິງໄດ້ກາຍເປັນການກະທຳປະຈຳວັນຂອງພະນັກງານທຸກຂັ້ນ ແລະ ປະຊາຊົນ. ບົດຂຽນຂອງ ລ້າຍຮວາ, ນັກຂ່າວ VOV.

ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ມີຄຸນຄ່າເປັນພື້ນຖານ
18/05/2017

ການລົງໂທດອາດຈະຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງໃນແຫລມເກົາຫລີໄດ້ຫລືບໍ່?

(VOVWORLD) -ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງບັນດາຝ່າຍໃນແຫລມເກົາຫລີ ຍັງບໍ່ທັນມີສັນຍາຫລຸດລົງ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫລີ (ສປປ ເກົາຫລີ) ສືບຕໍ່ດຳເນີນເຫດຍິງລູກສອນໄຟນຳວິຖີ ແລະ ນີ້ແມ່ນການຍິງລູກສອນໄຟຄັ້ງທີ 7 ນັບແຕ່ຕົ້ນປີມາຮອດປະຈຸບັນ. ບັນຫາເຮັດໃຫ້ບັນດານັກສືບລາຊະການລັບ ອາເມລິກາ ແລະ ສເກົາຫລີ ກໍ່ຄືບັນດານັກວິເຄາະດ້ານການເມືອງ ປະຈຸບັນ ມີຄວາມວິຕົກກັງວົນ ນັ້ນແມ່ນຊອກຄຳຕອບໃຫ້ຈຸດປະສົງແທ້ຈິງຂອງ ພຽງຢາງ ພາຍຫລັງບັນດາເຫດຍິງລູກສອນໄຟ, ໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ. ບົດຂຽນຂອງນັກຂ່າວ ແອງຮ່ວຽນ.

ການລົງໂທດອາດຈະຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງໃນແຫລມເກົາຫລີໄດ້ຫລືບໍ່?
17/05/2017

ສົນທະນາ ເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ

(VOVWORLD) - ວັນທີ 17 ພຶດສະພາ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົນທະນາໂດຍກົງກັບປະຊາຄົມວິສາຫະກິດ ຫວຽດນາມ ແນໃສ່ຜັນຂະຫຍາຍປະສິດທິຜົນມະຕິເລກທີ 35 ຂອງລັດຖະບານກ່ຽວກັບການໜູນຊ່ວຍ ແລະ ພັດທະນາວິສາຫະກິດຈົນຮອດປີ 2020. ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ຮ່ວມເດີນທາງພ້ອມກັບວິສາຫະກິດ” ສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານ ແມ່ນລັດຖະບານສ້າງສັນ, ລັດຖະບານກະທຳ…ໃນການໜູນຊ່ວຍວິສາຫະກິດພັດທະນາ, ຄວາມຈິງແມ່ນກຳລັງໜູນພັດທະນາຂອງປະເທດຊາດ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ສົນທະນາເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ”.

ສົນທະນາ ເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ
16/05/2017

ຝະລັ່ງ - ເຢຍລະມັນ ສົມທົບກັນຊຸກຍູ້ການຮ່ວມມືໃນ ອີຢູ

(VOVWORLD) – ພາຍຫລັງພິທີຮັບດຳລົງຕຳແໜ່ງເປັນເວລາໜຶ່ງວັນ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ມີການຢ້ຽມຢາມທຳອິດເຖິງ ເຢຍລະມັນ ຕາມປະເພນີ, ຮຽກຮ້ອງການສ້າງປະຫວັດສາດຄືນໃໝ່ສຳລັບ ເອີລົບ ເພື່ອຕ້ານລັດທິປະຊານິຍົມພວມແຜ່ຂະຫຍາຍຢ່າງກ້ວາງຂວາງ. ໝາກຜົນແຫ່ງການຢ້ຽມຢາມ ບໍ່ພຽງແຕ່ເພີ່ມທະວີການພົວພັນ ເຢຍລະມັນ - ຝະລັ່ງ ເທົ່ານັ້ນ ຫາກຍັງຊຸກຍູ້ການຮ່ວມມືໃນອີຢູຢ່າງເລິກເຊິ່ງກ້ວາງຂວາງຕື່ມອີກ. ບົດຂຽນ “ຝະລັ່ງ - ເຢຍລະມັນ ສົມທົບກັນຊຸກຍູ້ການຮ່ວມມືໃນ ອີຢູ” ຂອງບັນນາທິການ VOV.

ຝະລັ່ງ - ເຢຍລະມັນ ສົມທົບກັນຊຸກຍູ້ການຮ່ວມມືໃນ ອີຢູ