ປະຕິບັດຂໍ້ຕົກລົງຢຸດຍິງຢູ່ ຊີຣີ: ໜ້າທີ່ບໍ່ງ່າຍດາຍ
ຂໍ້ຕົກລົງຢຸດຍິງທີ່ຫາກໍບັນລຸໄດ້ລະຫວ່າງອາເມລິກາ ແລະ ລັດເຊຍເລີ່ມມີຜົນສັກສິດໃນທົ່ວປະເທດຊີຣີ ນັບແຕ່ເວລາ 19 ໂມງ ວັນທີ 12/9 (ຕາມເວລາທ້ອງຖີ່ນ), ກົງກັບເວລາເລີ່ມຕົ້ນງານບຸນ Eid al Adha ຂອງຊາວອິດສະລາມ. ມີຫຼາຍຄວາມເຫັນຖືວ່າ, ນີ້ແມ່ນກາລະໂອກາດທີ່ຫາຍາກ ເພື່ອສາມາດຢຸດຕິສະພາບໃຊ້ຄວາມຮຸນແຮງທີ່ແກ່ຍາວຢູ່ປະເທດຕາເວັນອອກກາງນີ້ໃນໄລຍະ 5 ປີຜ່ານມາ.









