ຊາວໜຸ່ມເປັນເຈົ້າກິດຈະການ ຫັນເປັນດີຈີຕອນ
(VOVWORLD) - ທີ່ການພົບປະ ແລະ ໂອ້ລົມກັບຊາວໜຸ່ມ ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ (26/03/1931 – 26/03/2024), ດຳເນີນໃນວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນ ການຫັນເປັນດີຈີຕອນແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ທ່າອ່ຽງຕ້ອງເປັນໄປ, ການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າ. ໃນນັ້ນ, ຊາວໜຸ່ມ ຕ້ອງແມ່ນກຳລັງປະຈັນບານ, ຫຼັກແຫຼ່ງ, ອາສາສະໝັກແຖວໜ້າ, ເປັນເຈົ້າຂອງກິດຈະການຫັນເປັນດີຈີຕອນ.










