ສາລະຄະດີ

27/04/2024

ການ​ພົບ​ພໍ​້​ກັນ​ຄັ້ງ​ພິ​ເສດ​ຂອງ​ນັກ​ຮົບ ດ້ຽນ​ບຽນ

(VOVWORLD) - ໃນຊຸມວັນທ້າຍເດືອນ ເມສາ, ຕົ້ນເດືອນ ພຶດສະພາ ປະຫວັດສາດນີ້, ດິນແດນວິລະຊົນ ດ້ຽນບຽນ ໄດ້ຕ້ອນຮັບນັກທ່ອງທ່ຽວນັບໝື່ນຄົນທີ່ມາຈາກສາລະທິດໃນທົ່ວປະເທດມາຢ້ຽມຢາມ. ໃນຈຳນວນນັ້ນ, ມີບັນດານັກຮົບ, ຊາວໜຸ່ມຕະລຸມບອນ, ເກນແຮງງານ, ຜູ້ມີການປະກອບສ່ວນໂດຍກົງເຂົ້າໃນການຍາດເອົາໄຊຊະນະ ດ້ຽນບຽນຝູ “ທີ່ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທື່ອນໄປທົ່ວໂລກ” ກ່ອນນີ້ 70 ປີ. ຄວາມຕື້ນຕັນໃຈ, ສະເທືອນໃຈ, ເອກອ້າງທະນົງໃຈ ແລະ ດີໃຈ ແມ່ນບັນດາຄວາມຮູ້ສຶກອາລົມຈິດພິເສດຂອງເຂົາເຈົ້າ ເມື່ອໄດ້ພົບພໍ້ກັນໃນມື້ທີ່ກັບຄືນມາຢາມ ດ້ຽນບຽນ.

ການ​ພົບ​ພໍ​້​ກັນ​ຄັ້ງ​ພິ​ເສດ​ຂອງ​ນັກ​ຮົບ ດ້ຽນ​ບຽນ
20/04/2024

ຂີດໝາຍປະຫວັດສາດຢູ່ກິ່ວ ຟາດິນ

(VOVWORLD) - ໂດຍມີອາຍຸ 95 ປີແລ້ວ, ສຸຂະພາບກໍ່ບໍ່ແຂງແຮງປານໃດແລ້ວກໍຕາມ, ແຕ່ທ່ານ ຂໍ ຍັງຈື່ດີແຕ່ລະຈຸດທີ່ຕັ້ງຂອງປ້ອມສັດຕູ, ບັນດາເສັ້ນທາງທີ່ເຕັມໄປດ້ວຍຂຸມລະເບີດທີ່ທ່ານເຄີຍຖົມຢູ່ກິ່ວ ຟາດິນ

ຂີດໝາຍປະຫວັດສາດຢູ່ກິ່ວ ຟາດິນ
18/04/2024

ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ: ບ່ອນ​ເຕົ້າ​ໂຮມ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ

(VOVWORLD) - ສຳລັບຊາວ ຫວຽດນາມ ທຸກຄົນ, ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນ ວິຫານຮຸ່ງ ໄດ້ກາຍເປັນສັນຍາລັກທາງດ້ານຈິດໃຈ ແລະ ຄວາມຮັບຮູ້ກ່ຽວກັບກົກເຄົ້າເຫງົ້າກໍ ແລະ ເປັນບ່ອນເຕົ້າໂຮມບັນດາສີສັນ ແລະ ຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງຊາດ ຫວຽດນາມ. ໃນນັ້ນ, ປະກົດການລະອຽດທີ່ສຸດແມ່ນການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ, ຮີດຫໍ່ເຂົ້າຕົ້ມ, ຕຳເຂົ້າໜົມໄຢ, ຖະຫວາຍເຄື່ອງບູຊາບັນພະບຸລຸດທີ່ໄດ້ປະຕິບັດແຕ່ສະໄໝເຈົ້າຊີວິດຮຸ່ງສ້າງຕັ້ງປະເທດ ຕະຫຼອດຮອດການສະແດງສິລະປະຂັບຊວານ, ເຊິ່ງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຕົວແທນຂອງມວນມະນຸດ.

ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ: ບ່ອນ​ເຕົ້າ​ໂຮມ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ
14/04/2024

ຄວາມຊົງຈຳທີ່ບໍ່ອາດຫຼົງລືມຂອງທະຫານອາສາສະໝັກ ຫວຽດນາມ - ລາວ

(VOVWORLD) - ກອງພັນນ້ອຍໄດ້ຮັບໜ້າທີ່ຍົກຍ້າຍປະຊາຊົນລາວ ນັບໝື່ນຄົນ ອອກຈາກເຂດທົ່ງໄຫຫີນ ໄປ ເງະອານ ຂອງ ຫວຽດນາມ, ຕ້ອງຍ່າງ, ຫາບ, ຊ່ວຍເຫຼືອກັນຂ້າມກິ່ວສູງ, ເຫວເລິກ ໄລຍະທາງກວ່າ 100 ກມ.

ຄວາມຊົງຈຳທີ່ບໍ່ອາດຫຼົງລືມຂອງທະຫານອາສາສະໝັກ ຫວຽດນາມ - ລາວ
13/04/2024

ກັບ​ມາ​ຢາມ​ຫໍ​ພິ​ພິ​ທະ​ພັນໄຊ​ຊະ​ນະ ດ້ຽນ​ບຽນ​ຝູ: ບັນ​ດາ​ຄວາມ​ຮູ້​ສຶກເອກອ້າງທະນົງໃຈ

(VOVWORLD) - ຊຸມວັນນີ້, ຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ແຂວງ ດ້ຽນບຽນ ນັບມື້ນັບເພີ່ມຂຶ້ນ. ໃນການເດີນທາງກັບເມືອຢາມດິນແດນແຫ່ງປະຫວັດສາດໃນໂອກາດນີ້, ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ ແມ່ນສະຖານທີ່ນຳມາເຊິ່ງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ແຂກທ່ອງທ່ຽວ.

ກັບ​ມາ​ຢາມ​ຫໍ​ພິ​ພິ​ທະ​ພັນໄຊ​ຊະ​ນະ ດ້ຽນ​ບຽນ​ຝູ: ບັນ​ດາ​ຄວາມ​ຮູ້​ສຶກເອກອ້າງທະນົງໃຈ
11/04/2024

Creative Gara - ສະ​ຖານ​ທີ່​ກະ​ຕຸກຊຸກ​ຍູ້​ຫົວ​ຄິດ​ປະ​ດິດ​ສ້າງ

(VOVWORLD) - ໂດຍບໍ່ມີປຶ້ມ, ບໍ່ກົດດັນບັງຄັບ, ຢູ່ສູນຫົວຄິດປະດິດສ້າງ Creative Gara, ພວກນ້ອງນ້ອຍມີອາຍຸແຕ່ 3 – 15 ປີ ໄດ້ມີແນວຄວາມຄິດ, ອອກແບບດ້ວຍຕົນເອງ ແລະ ສ້າງເປັນບັນດາເຄື່ອງລະຫຼິ້ນຕ່າງໆດ້ວຍໄມ້. ນີ້ໄດ້ຮັບຖືວ່າແມ່ນຮູບແບບລະຫຼິ້ນຮ່ຳຮຽນແບບໃໝ່ສຳລັບພວກນ້ອງນ້ອຍຢູ່ຮ່າໂນ້ຍ. ຕໍ່ໄປ, ເຊີນທ່ານຜູ້ຟັງ ພ້ອມກັບນັກຂ່າວ ແທັ່ງນາມ ຄົ້ນຫາ ສູນຫົວຄິດປະດິດສ້າງ Creative Gara ຢູ່ຖະໜົນ ເຕີຍເຊີນ, ຮ່າໂນ້ຍ.

Creative Gara - ສະ​ຖານ​ທີ່​ກະ​ຕຸກຊຸກ​ຍູ້​ຫົວ​ຄິດ​ປະ​ດິດ​ສ້າງ
06/04/2024

ລົດຖີບລຳລຽງ: ສັນຍາລັກດ້ານຈິດໃຈ ແລະ ເຈດຈຳນົງໃນໄຊຊະນະ ດ້ຽນບຽນຝູ

(VOVWORLD) - ໃນບັ້ນຮົບ ດ້ຽນບຽນຝູ, ມີລົດຖີບລຳລຽງກວ່າ 20.000 ຄັນໄດ້ຖືກນຳມາຮັບໃຊ້ການຂົນສົ່ງລຳລຽງ ໃນຕະຫຼອດເສັ້ນທາງທີ່ມີຄວາມຍາວເກືອບ 1.500 ກມ.

ລົດຖີບລຳລຽງ: ສັນຍາລັກດ້ານຈິດໃຈ ແລະ ເຈດຈຳນົງໃນໄຊຊະນະ ດ້ຽນບຽນຝູ
31/03/2024

ຊາວໜຸ່ມ ດ່ານັ້ງ startup ຈາກຮູບແບບທ່ອງທ່ຽວ homestay

(VOVWORLD) - ຜົນສຳເລັດຂອງບັນດາຮູບແບບ startup ນີ້ ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ລຸ້ນໜຸ່ມບືນຕົວຂຶ້ນ, ສ້າງຄວາມຮັ່ງມີຢ່າງຊອບທຳຢູ່ເຂດບ້ານເກີດເມືອງນອນຂອງຕົນ.

ຊາວໜຸ່ມ ດ່ານັ້ງ startup ຈາກຮູບແບບທ່ອງທ່ຽວ homestay
30/03/2024

ຂີດ​ໝາຍ​ດ້ານ​ກະ​ຈາຍ​ສຽງ​ໃນ​​ຈິດໃຈ​ຜູ້​ຟັງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ

(VOVWORLD) - ເປັນຄັ້ງທຳອິດທີ່ວິທະຍຸກະຈາຍສຽງຫວຽດນາມ(VOV)ຈັດການເສັງຂຽນດ້ວຍຫົວຂໍ້ “ວິທະຍຸກະຈາຍສຽງ: ໜຶ່ງສະຕະວັດຮັບໃຊ້ວຽກງານຖະແຫຼງຂ່າວ, ການບັນເທິງແລະການສຶກສາ” ໃຫ້ສຳລັບຜູ້ຟັງໃນທົ່ວປະເທດ. ຜ່ານບົດເຂົ້າຮ່ວມການເສັງນັບຮ້ອຍບົດ, ບັນດາຜູ້ຟັງໄດ້ສະແດງຄວາມຮັກແພງ, ຄວາມເຄົາລົບນັບຖືຕໍ່ຂະແໜງກະຈາຍສຽງ; ພ້ອມດຽວກັນນັ້ນກໍຊ່ວຍຢັ້ງຢືນທີ່ຕັ້ງ, ບົດບາດສຳຄັນຂອງວິທະຍຸກະຈາຍສຽງໃນຈິດໃຈຂອງຜູ້ຟັງແຕ່ລະຄົນ.

ຂີດ​ໝາຍ​ດ້ານ​ກະ​ຈາຍ​ສຽງ​ໃນ​​ຈິດໃຈ​ຜູ້​ຟັງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ
24/03/2024

ຊາວເຜົ່າ ເຊີດັງ ສ້າງຄວາມຮັ່ງມີຈາກການປູກຢາສະໝູນໄພ

(VOVWORLD) - ເມືອງ ຕູເມີຣົງ, ແຂວງ ກອນຕຸມ ມີຈຳນວນປະຊາກອນ 95% ແມ່ນຊາວເຜົ່າ ເຊີດັງ. ໃນຊຸມປີມໍ່ໆມານີ້, ໂດຍປະຕິບັດການກຳນົດທິດພັດທະນາຢາສະໝູນໄພ, ຊາວເຜົ່າເຊີດັງ ໄດ້ຍູ້ແຮງການອອກແຮງງານ, ທຳການຜະລິດ, ສ້າງຄວາມຮັ່ງມີຈາກເຂດດິນນາ, ເຂດພູປ່າຂອງບ້ານເກີດເມືອງນອນ.

ຊາວເຜົ່າ ເຊີດັງ ສ້າງຄວາມຮັ່ງມີຈາກການປູກຢາສະໝູນໄພ