ຫໍພິພິທະພັນ ໂຮ່ຈີມິນ - ບ່ອນເກັບຮັກສາເອກະສານ, ວັດຖຸພັນທີ່ມີຄ່າກ່ຽວກັບປະທານໂຮ່ຈີມິນ ແລະ ແມ່ນບ່ອນພັດທະນາຄຸນຄ່າວັດທະນະທຳຂອງຊາດ
(VOVWORLD) -ໂດຍແມ່ນເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳສຳຄັນຂອງນະຄອນຫຼວງ ຮ່າໂນ້ຍ, ຫໍພິພິທະພັນ ໂຮ່ຈີມິນ ແມ່ນບ່ອນທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ, ຊອກຮູ້ເປັນຈຳນວນຫຼວງຫຼາຍ. ຢູ່ທີ່ນີ້ໄດ້ວາງສະແດງເອກະສານ ແລະ ວັດຖຸພັນກ່ຽວກັບຊີວິດປະຕິວັດຂອງປະທານໂຮ່ຈີມິນ ແລະ ພາລະກິດປົດປ່ອຍຊາດ ຢູ່ ຫວຽດນາມ. ຕໍ່ໄປເຊີນທ່ານໄປຢ້ຽມຊົມ ແລະ ຊອກຮູ້ຫໍພິພິທະພັນແຫ່ງນີ້ຜ່ານບົດຂຽນ “ຫໍພິພິທະພັນ ໂຮ່ຈີມິນ - ບ່ອນເກັບຮັກສາເອກະສານ, ວັດຖຸພັນທີ່ມີຄ່າກ່ຽວກັບປະທານໂຮ່ຈີມິນ ແລະ ແມ່ນບ່ອນພັດທະນາຄຸນຄ່າວັດທະນະທຳຂອງຊາດ” ຂອງນັກຂ່າວ ແທັ່ງນາມ.










