ຮາຊູ- ລະບົບຊີວະພາບເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ອາຍຸສູງຢ່າງຮອບດ້ານ
(VOVWORLD) -ລະບົບຂອງ ຮາຊູ ມີບັນດາບົດອອກກຳລັງກາຍຢູ່ເຮືອນທີ່ເໝາະສົມກັບເກນອາຍຸ, ບັນດາບົດສອນດ້ວຍເທບວີດີໂອ, ບັນທຶກສຽງ ແລະ ບົດຂຽນນັບຮ້ອຍບົດ ທີ່ສະໜອງຄວາມຮູ້ກ່ຽວກັບພະຍາດໃນເກນອາຍຸສູງ

(VOVWORLD) -ລະບົບຂອງ ຮາຊູ ມີບັນດາບົດອອກກຳລັງກາຍຢູ່ເຮືອນທີ່ເໝາະສົມກັບເກນອາຍຸ, ບັນດາບົດສອນດ້ວຍເທບວີດີໂອ, ບັນທຶກສຽງ ແລະ ບົດຂຽນນັບຮ້ອຍບົດ ທີ່ສະໜອງຄວາມຮູ້ກ່ຽວກັບພະຍາດໃນເກນອາຍຸສູງ

(VOVWORLD) -ພາຍຫຼັງທີ່ໄດ້ຮັບການປົດປ່ອຍເປັນເວລາ 46 ປີ, ເມືອງເກາະ ເຈື່ອງຊາ, ແຂວງ ແຄ໊ງຮ່ວາ ຍາມໃດກໍ່ຢືດໝັ້ນຜ່ານຜ່າຄວາມຫຍຸ້ງຍາກ, ກາຍເປັນແນວໜ້າຂອງປະເທດຊາດຢູ່ທະເລຕາເວັນອອກ.

(VOVWORLD) -ຈາກແຫຼ່ງທຶນບຸລິມະສິດພິເສດຂອງທະນາຄານນະໂຍບາຍສັງຄົມ ແລະ ແຫຼ່ງທຶນຈາກສູນກາງຄະນະຊາວໜຸ່ມ, ຊາວໜຸ່ມບັນດາເຜົ່າຢູ່ແຂວງ ລາຍເຈົາ ຂອງ ຫວຽດນາມ ໄດ້ກ້າກັ່ນ startup ດ້ວຍການສ້າງຕັ້ງສະຫະກອນ ເພື່ອພັດທະນາເສດຖະກິດ. ດ້ວຍການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທ້ອງຖິ່ນ, ບັນດາສະຫະກອນ ໂດຍຊາວໜຸ່ມເປັນເຈົ້າຂອງ ໄດ້ນຳມາເຊິ່ງປະສິດທິຜົນ ແລະ ສ້າງວຽກເຮັດງານທຳ ກໍຄືລາຍຮັບເປັນປົກກະຕິໃຫ້ແກ່ຊາວທ້ອງຖິ່ນ, ອັນໄດ້ປະກອບສ່ວນເຂົ້າໃນການສ້າງຊົນນະບົດໃໝ່.

(VOVWORLD) -ເມື່ອເວົ້າເຖິງມູນເຊື້ອວັດທະນະທຳກຳມະກອນບໍ່ແຮ່, ປະຊາຊົນເຂດຖ່ານຫີນແຂວງ ກວ໋າງນິງ ກໍ່ລ້ວນແຕ່ຢືນຢັນຄຸນຄ່າຫຼັກແຫຼ່ງແກ່ນສານ ອັນໄດ້ສ້າງເປັນຈຸດພິເສດສະເພາະຂອງຂະແໜງຖ່ານຫີນ ນັ້ນແມ່ນຈິດໃຈປະຕິບັດກົດລະບຽບວິໄນ ແລະ ຮ່ວມຈິດຮ່ວມໃຈ. ໂດຍຜ່ານບັນດາໄລຍະປະຫວັດສາດ, ຄຸນຄ່າວັດທະນະທຳດັ່ງກ່າວ ຂອງບັນດາກຳມະກອນບໍ່ແຮ່ ໄດ້ປະກອບສ່ວນເສີມສ້າງ ແລະ ເຮັດໃຫ້ວັດທະນະທຳຊົນຊັ້ນກຳມະກອນ ຫວຽດນາມ ມີຊີວິດຊີວາຫຼາຍຂຶ້ນ.

(VOVWORLD) -ການອ່ານປື້ມຜ່ານໂທລະສັບມືຖື, ໄອແພດ ພວມນັບມື້ນັບແຜ່ຫຼາຍໃນຊຸມປີມໍ່ໆມານີ້. ຖ້າມີເວລາຫວ່າງຄື ການເດີນທາງລະຫວ່າງບັນດາແຂວງ, ນະຄອນ ຫຼື ເວລາພັກຜ່ອນໃນການເຮັດວຽກ, ຜູ້ອ່ານກໍ່ສາມາດອ່ານຕໍ່ປື້ມທີ່ພວມອ່ານ ຫຼື ອັບເດັດຂໍ້ມູນຂ່າວໃນໜັງສືພິມອອນລາຍ.

(VOVWORLD) -ຈາກແຫຼ່ງນ້ຳເສດຂອງບັນດາໂຮງງານປຸງແຕ່ງສິນໃນນ້ຳ, ທ້າວ ຫງວຽນຫືວຮຸຍຮ່າວ ເກີດປີ 1995, ປັດຈຸບັນ ແມ່ນຫົວໜ້າສະໂມສອນ Start up ປ່ຽນແປງໃໝ່ປະດິດຄິດສ້າງນະຄອນ ເກິ່ນເທີ ໄດ້ຄົ້ນຄວ້າ ແລະ ບຳບັດໃຫ້ກາຍເປັນຜະລິດຕະພັນຂີ້ຕົ້ມຊີວະພາບ ທີ່ເປັນປະໂຫຍດໃຫ້ແກ່ຕົ້ນໄມ້. ແນວຄວາມຄິດດັ່ງກ່າວ ຍາດໄດ້ລາງວັນທີ 2 ຂອງການເສັງປະດິດຄິດສ້າງ Start up ຂອງ ນັກສຶກສາ ທົ່ວປະເທດ ປີ 2016, ແມ່ນໄມ້ຢັນ ຊ່ວຍໃຫ້ ຮຸຍຮ່າວ ຜັນຂະຫຍາຍຫຼາຍຮູບແບບກະສິກຳສະອາດທີ່ເປັນປະໂຫຍດ.

(VOVWORLD) -ນັກທ່ອງທ່ຽວມາບັນດາເຂດເຮືອນສວນຢູ່ແຂວງ ບິ່ງທ້ວນ ໄດ້ລົງພຶດຕິກຳຕົວຈິງໃນການບົວລະບັດ, ເກັບກ່ຽວ ແລະ ຜະລິດ ຜະລິດຕະພັນຈາກໝາກມັງກອນ ແລະ ໄດ້ກິນນ້ຳໝາກມັງກອນສົດ

(VOVWORLD) -ບໍ່ພຽງແຕ່ໄດ້ຢ້ຽມຊົມ, ຄົ້ນຫາເທົ່ານັ້ນ, ເມື່ອມາແຫ່ງນີ້ນັກທ່ອງທ່ຽວຍັງໄດ້ຮັບການແນະນຳເຕັກນິກເຮັດຕົວຢ່າງ, ແຕ້ມຮູບກ່ຽວກັບໂລກຂອງສັດ, ເບິ່ງໜັງ 3 ມິຕິ ກ່ຽວກັບການປ່ຽນແປງຂອງມະນຸດ, ອາວະກາດ

(VOVWORLD) -ອ້າຍ ທ່ວນ ແບ່ງປັນວ່າ, ນັບແຕ່ຄາວຍັງນ້ອຍ ອ້າຍມີຄວາມເມົາມົວຢາກເອົາເຂົ້າສານຢູ່ບ້ານເກີດເມືອງນອນເພື່ອດຳເນີນທຸລະກິດ ແລະ ຊ່ວຍໃຫ້ພໍ່ແມ່ປະຊາຊົນປົວແປງຊີວິດການເປັນຢູ່.

(VOVWORLD) -ກໍຄືກັນກັບແມ່ຍິງຫຼາຍຄົນຢູ່ນະຄອນ ເກີ່ນເທີ, ໃນຫຼາຍປີຜ່ານມາ, ນາງ ເລແທັງອ໊າຍຍີ, ສະມາຊິກສະຫະພັນແມ່ຍິງເທດສະບານ ເທີ໊ຍບິ່ງ, ເມືອງ ນິງກ່ຽວ ໄດ້ຍາດແຍ່ງເວລາ ພ້ອມດ້ວຍການຊ່ວຍເຫຼືອຈາກສະຫະພັນແມ່ຍິງ ເສີມຂະຫຍາຍສີມືຫຍິບແສ່ວຂອງຕົນ, ສ້າງຕັ້ງຮາກຖານຜະລິດເຄື່ອງຫັດຖະກຳຖັກແລນຂອບຂະໜາດນ້ອຍ ດ້ວຍຊື່ວ່າ “ແລນຖໍ”. ປັດຈຸບັນ, ບັນດາຜະລິດຕະພັນຂອງ ອ໊າຍຍີ ໄດ້ວາງຂາຍຢູ່ຫຼາຍປະເທດ ແລະ ເປັນທີ່ຮູ້ຈັກຂອງລູກຄ້າຕ່າງປະເທດຫຼາຍຄົນ.
