ວິທະຍຸກະຈາຍ ຫວຽດນາມ ດ້ວຍພາລະກຳຮັກສາສີສັນ ຫວຽດນາມ
(VOVWORLD) - ພາຍຫຼັງທີ່ທ່ານປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດເປັນເວລາພຽງ 5 ວັນເທົ່ານັ້ນ, ໃນວັນທີ 7 ກັນຍາ ປີ 1945, ວິທະຍຸກະຈາຍສຽງ ຫວຽດນາມ VOV ໄດ້ຮັບການສ້າງຕັ້ງຂຶ້ນ ໃນຕະຫຼອດໄລຍະປະຫວັດສາດ ແຫ່ງການກໍ່ສ້າງ ແລະ ພັດທະນາ, VOV ຍາມໃດກໍ່ແມ່ນອົງການສື່ມວນຊົນທີ່ສຳຄັນແຖວໜ້າ ແລະ ຮັບໃຊ້ຢ່າງໄດ້ການໄດ້ງານ ຂອງພັກ ແລະ ລັດຫວຽດນາມ.









