ປະເພນີອາຫານການກິນໃນການຕ້ອນຮັບບຸນກິນຈຽງ (ບຸນເຕັດ)ຂອງຊາວເຜົ່າມົ້ງ
(VOVWORLD) -ເມື່ອດອກຄາຍດອກໝັ້ນເບັ່ງບານໃນຄວາມໜາວເຢັນຢູ່ເຂດພູສູງໄຕບັກ ນັ້ນກໍແມ່ນເວລາທີ່ພໍ່ແມ່ພີ່ນ້ອງຊາວເຜົ່າມົ້ງ ຕ້ອນຮັບວັນບຸນກິນຈຽງ (ບຸນເຕັດ) ຢ່າງເບີກບານມ່ວນຊື່ນ. ໂດຍແຕກຕ່າງກັບຊາວເຜົ່າກິງ, ຊາວເຜົ່າມົ້ງໄດ້ຈັດງານບຸນກິນຈຽງໃນວັນທີ 01 ເດືອນ 12 (ໄລ່ຕາມຈັນປະຕິທິນ), ໝາຍຄວາມວ່າ ຈັດກ່ອນ ບຸນປີໃຫມ່ປະຈຳຊາດ 01 ເດືອນ. ງານບຸນກິນຈຽງຂອງຊາວເຜົ່າມົ້ງແມ່ນສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ. ໃນວັນບຸນກິນຈຽງ, ຊາວເຜົ່າມົ້ງຍັງຄົງຮັກສາບາງຮີດຄອງປະເພນີທີ່ມີມາແຕ່ດົນນານໄວ້ໄດ້, ເປັນຕົ້ນແມ່ນວັດທະນາທຳດ້ານອາຫານການກິນໃນ









