ປະເພນີໄຫວ້ບູຊາເຈົ້າເຕົາຂອງພໍ່ແມ່ພີ່ນ້ອງ ເຜົ່າໄຕ
(VOVWORLD) - ກໍ່ເຊັ່ນດຽວກັນກັບເຜົ່າອື່ນໆ, ເຕົາໄຟມີບົດບາດສຳຄັນທີ່ສຸດໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າໄຕ, ເຕົາໄຟທັງແມ່ນບ່ອນປຸງແຕ່ງອາຫານ, ເກັບຮັກສາສະບຽບອາຫານທັງແມ່ນບ່ອນບູຊາເຈົ້າເຕົາເພື່ອແນໃສ່ຂັບໄລ່ຜີສາງນາງໄມ້ແລະພາວະນາໃຫ້ມີຄວາມໂຊກດີອີ່ມໜຳສຳລານແລະຜາສຸກ. ເພາະສະນັ້ນຊາວເຜົ່າໄຕ ຍາມໃດກໍ່ມຸ່ງໄປສູ່ຟືນໄຟຄືດັ່ງມຸ່ງໄປສູ່ໂລກທີ່ລຶກລັບມະຫັດສະຈັນມາແຕ່ດົນນານໃນເຮືອນຂອງຕົນ










