ປີ 2017, ຫວຽດນາມ ຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງສ້າງທ່ວງທ່າໃຫ້ແກ່ການພັດທະນາແບບຍືນຍົງ
(VOVWORLD) - ເສດຖະກິດ ຫວຽດນາມ ຈະບັນລຸລະດັບເຕີບໂຕ 6,7% ໃນປີນີ້, ນັ້ນແມ່ນຂໍ້ສັງເກດຂອງທະນາຄານໂລກ ທີ່ຫາກໍ່ໄດ້ຍົກອອກມາໃນບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມ ຫວຽດນາມ. ຕົວເລກນີ້ໄດ້ລື່ນກາຍຫຼາຍເມື່ອທຽບໃສ່ການຄາດຄະເນ ເພີ່ມຂຶ້ນພຽງ 6,3% ເຊິ່ງອົງການນີ້ໄດ້ຍົກອອກມາໃນເດືອນ ກໍລະກົດຜ່ານມາ.









