ມູນຄ່າການສົ່ງອອກປະກອບສ່ວນໃຫ້ພື້ນຖານເສດຖະກິດຫວຽດນາມປີ2015
ປີ 2015, ໃນສະພາບການສົ່ງອອກລວມຂອງໂລກຖືກຫລຸດລົງນັ້ນ, ແຕ່ຍອດວົງເງິນ ສົ່ງອອກຂອງ ຫວຽດນາມ ຍັງເພີ່ມຂຶ້ນ 8,1% ເມື່ອທຽບໃສ່ປີ 2014. ເຖິງວ່າຕ່ຳກ່ວາເມື່ອທຽບໃສ່ຄາດໝາຍສູ້ຊົນເພີ່ມຂຶ້ນ 10% ກໍ່ຕາມ, ແຕ່ການເຄື່ອນໄຫວສົ່ງອອກ - ນຳເຂົ້າໃນໄລຍະຜ່ານມາຍັງໄດ້ຮັບການຕີລາຄາວ່າແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດປະເທດຊາດ.










