ປະກາດໃຊ້ 42 ຄາດໝາຍຕີລາຄາປະສິດທິຜົນການລົງທຶນຕ່າງປະເທດ ຢູ່ ຫວຽດນາມ
(VOVWORLD) - ປະມວນມາດຖານສຳລັບການເຄື່ອນໄຫວລົງທຶນໂດຍກົງຂອງຕ່າງປະເທດ ທີ່ດຳເນີນຕາມບັນດາຮູບແບບລົງທຶນທີ່ໄດ້ລະບຸໃນມາດຕາ 21 ຂອງກົດໝາຍວ່າດ້ວຍການລົງທຶນ, ເຊິ່ງລວມມີ 42 ຄາດໝາຍ, ໃນນັ້ນ ມີ 29 ຄາດໝາຍກ່ຽວກັບເສດຖະກິດ, 8 ຄາດໝາຍກ່ຽວກັບສັງຄົມ ແລະ 5 ຄາດໝາຍກ່ຽວກັບສິ່ງແວດລ້ອມ.










