ອິນເດຍ ແລະ ຝລັ່ງ ຍົກລະດັບສາຍພົວພັນຄູ່ຮ່ວມມືຍຸດທະສາດທົ່ວໂລກແບບພິເສດ
(VOVWORLD) - ວັນທີ 17 ກຸມພາ ຢູ່ Mumbai, ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ອອກຖະແຫຼງການຮ່ວມ ຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດທົ່ວໂລກແບບພິເສດ” ຢ່າງເປັນທາງການ, ແນໃສ່ຊຸກຍູ້ສະຖຽນລະພາບ, ຄວາມວັດທະນະຖາວອນ ແລະ ການຮ່ວມມືທົ່ວໂລກໃນສະພາບການໂລກມີການຜັນແປຫຼາຍຢ່າງ.









