ໄຂເວທີປາໄສເດັກແຫ່ງຊາດ ຄັ້ງທີ 7
(VOVWORLD) - ມີເດັກເກືອບ 200 ຄົນ ທີ່ມາຈາກ 43 ໃນຈຳນວນ 63 ແຂວງ, ນະຄອນ ແລະ ຫົວໜ່ວຍ, ຕາງໜ້າໃຫ້ເດັກ 25 ລ້ານຄົນຂອງ ຫວຽດນາມ ເຂົ້າຮ່ວມເວທີປາໄສເດັກແຫ່ງຊາດຄັ້ງທີ 7 ເຊິ່ງຖືກໄຂຂຶ້ນໃນຕອນເຊົ້າວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ. ເວທີປາໄສມີຫົວຂໍ້ວ່າ “ເດັກເຂົ້າຮ່ວມການສ້າງສະພາບແວດລ້ອມດຳລົງຊີວິດຢ່າງປອດໄພ, ເປັນມິດສະໜິ້ດສະໜົມ ແລະ ປອດໃສໃຫ້ແກ່ເດັກ”.










