ໄຂເທດສະການວັນນະຄະດີ ເອີຣົບ ຢູ່ ຫວຽດນາມ ປີ 2023
(VOVWORLD) - ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ເຂດອະນຸສອນ ຫຼີຖາຍໂຕ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ, ສະຫະສະມາຄົມບັນດາສະຖາບັນວັນນະຄະດີ ເອີຣົບ (EUNIC) ແລະ ສະຖານທູດບັນດາປະເທດ ເອີຣົບ ປະຈຳ ຫວຽດນາມ ໄດ້ຈັດພິທີໄຂເທດສະການວັນນະຄະດີເອີຣົບ ປີ 2023 ຂຶ້ນ.










