ກົນດ໋າວ - ເກາະຢົກຢູ່ໃຕ້ສຸດຂອງປະເທດ ຫວຽດນາມ
(VOVWORLD) - ກົນດ໋າວ ແມ່ນເມືອງເກາະຂຶ້ນກັບແຂວງ ບ່າເຣ້ຍ - ຫວູງເຕົ່າ, ເຊິ່ງຫ່າງຈາກນະຄອນ ໂຮ່ຈີມິນປະມານ 230 ກິໂລແມັດ. ເມືອງເກາະແຫ່ງນີ້ມີເກາະນ້ອຍໃຫຍ່ທັງໝົດ 16 ແຫ່ງ, ໃນນັ້ນ, ເກາະໃຫຍ່ທີ່ສຸດແມ່ນ ກົນເຊີນ. ກົນດ໋າວ ຕິດພັນກັບປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ໃນການຕໍ່ຕ້ານ ຕ້ານສັດຕູຜູ້ຮຸກຮານເພື່ອປົດປ່ອຍ ແລະ ປົກປັກຮັກສາປະເທດຊາດ, ບືນຕົວຂຶ້ນພັດທະນາເທື່ອລະກ້າວ.










