ຄົ້ນຫາຫວຽດນາມ

10/05/2023

ປະພາຄານລອງເຈົາ - ຕາວິເສດຢູ່ກາງທະເລ

(VOVWORLD) - ໃນຕະຫຼອດກວ່າສະຕະວັດທີ່ຜ່ານມານັບຕັ້ງແຕ່ປີ 1894, ປະພາຄານລອງເຈົາທີ່ມີມາແຕ່ດົນນານແລະໃຫຍ່ທີ່ສຸດຢູ່ ຫວຽດນາມ ມາຮອດປັດຈຸບັນຍັງຄົງຕົວຢູ່ກາງທະເລທ້ອງຟ້າຫ່າງຈາກນະຄອນຫ໋າຍຟ່ອງປະມານ 50 ກິໂລແມັດ ເຊິ່ງໄດ້ຮັບຖືວ່າເປັນຕາວິເສດສ່ອງແສງສະຫວ່າງເຍືອງທາງໃຫ້ເຮືອກຳປັ່ນນັບໝື່ນລຳໄປມາຢູ່ເຂດທະເລອ່າວທະເລພາກເໜືອ ແລະ ເຂດທະເລຂອງຫວຽດນາມ. ການຄົ້ນຫາປະພາຄານລອງເຈົາ ແມ່ນໜຶ່ງໃນບັນດາການເດີນທາງທີ່ເປັນໜ້າຈົດຈຳທີ່ສຸດໃນຊີວິດຂອງແຕ່ລະຄົນ.

ປະພາຄານລອງເຈົາ - ຕາວິເສດຢູ່ກາງທະເລ
03/05/2023

ລົງຢາມເຂດ ATK ດິ້ງຮວ໊າ - ຂີດໝາຍປະຫວັດສາດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ.

(VOVWORLD) -ສຳລັບຊາວຫວຽດນາມແລ້ວ ເຂດ ATK ດິ້ງຮວ໊າໝາຍເຖິງເຂດປອດໄພດິ້ງຮວ໊າ ທີ່ແຂວງຖາຍງວຽນ ຍາມໃດກໍ່ແມ່ນດິນແດນແຫ່ງປະຫວັດສາດທີ່ສັກກາລະບູຊາເປັນຂີດໝາຍຊຸມວັນເດືອນປີແຫ່ງປະຫວັດສາດຂອງຊາດຫວຽດນາມ. ນີ້ແມ່ນສະຖານທີ່ປະຫວັດສາດລະດັບຊາດພິເສດແມ່ນສະຖານທີ່ແດງເພື່ອສຶກສາອົບຮົມໄວໜຸ່ມກ່ຽວກັບມູນເຊື້ອປະຕິວັດ. ໃນຊຸມປີມໍ່ໆມານີ້ ເຂດ ATK ດິ້ງຮວ໊າໄດ້ຄ່ອຍໆກາຍເປັນໜຶ່ງໃນບັນດາສະຖານທີ່ ທ່ອງທ່ຽວທີ່ລືຊື່ອັນດັບໜຶ່ງໃນແຂວງຖາຍງວຽນ.

ລົງຢາມເຂດ ATK ດິ້ງຮວ໊າ - ຂີດໝາຍປະຫວັດສາດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ.
26/04/2023

ໜອງກວິ່ງຍາຍ - ສະຖານທີ່ທ່ອງທ່ຽວທີ່ຈັບໃຈ ໃນທ່າມກາງເຂດພູຜາປ່າໄມ້ ເຕິຍບັກ

(VOVWORLD) -ດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານ ເປັນໜ້າຈັບໃຈ ພ້ອມກັບສີສັນວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າຢູ່ແຫ່ງນີ້, ໜອງ ກວິ່ງຍາຍ ຂຶ້ນກັບເຂື່ອນໄຟຟ້ານ້ຳຕົກ ເຊີນລາ ແມ່ນສະຖານທີ່ທ່ອງທ່ຽວດູດດື່ມ ສຳລັບແຂກທ່ອງທ່ຽວເມື່ອມາຢາມ ເຊີນລາ. ບໍ່ພຽງແຕ່ແມ່ນຈຸດເດັ່ນໃນຍຸດທະສາດພັດທະນາການທ່ອງທ່ຽວຂອງແຂວງ ເຊີນລາເທົ່ານັ້ນ ໜອງ ກວິ່ງຍາຍ ພວມມຸ່ງໄປສູ່ກາຍເປັນສ່ວນໜຶ່ງຂອງເຂດທ່ອງທ່ຽວແຫ່ງຊາດ ດ້ວຍເຄື່ອງໝາຍ “ທະເລຂຽວໃນພູ” ທີ່ເຂດພູຜາປ່າໄມ້ ເຕິຍບັກ ໃຫຍ່ໂຕມະໂຫຖານ.

ໜອງກວິ່ງຍາຍ - ສະຖານທີ່ທ່ອງທ່ຽວທີ່ຈັບໃຈ ໃນທ່າມກາງເຂດພູຜາປ່າໄມ້ ເຕິຍບັກ
19/04/2023

ວັນບຸນແທັງມິງຂອງຊາວເຜົ່າຢ້າວ - ວັນສົມມະນາຄຸນ ສະແດງຄວາມກະຕັນຍູຕໍ່ບັນພະບູລຸດ

(VOVWORLD) -ເດືອນສາມໄລ່ຕາມຈັນທະປະຕິທິນແຕ່ລະປີກໍ່ແມ່ນຈຸດເວລາທີ່ພໍ່ແມ່ພີ່ນ້ອງເຜົ່າຢ້າວຈັດວັນບຸນແທັງມິງໝາຍເຖິງວັນບູຊາແລະປັດກວາດສຸສານຂອງບັນພະບູລຸດ. ນີ້ແມ່ນໜຶ່ງໃນບັນດາວັນບຸນທີ່ສຳຄັນຂອງພໍ່ແມ່ພີ່ນ້ອງພ້ອມກັບວັນບຸນປີໃໝ່ປະຈຳຊາດ ແລະ ບຸນຫໍ່ເຂົ້າປະດັບດິນວັນເພງເດືອນເຈັດ. ເຖິງວ່າວັນບຸນແທັງມິງຂອງແຕ່ລະກຸ່ມຊົນໃນເຜົ່າຢ້າວມີຄວາມແຕກຕ່າງກັນກໍ່ຕາມແຕ່ກໍ່ລ້ວນແຕ່ສະແດງໃຫ້ເຫັນເລື່ອງລູກຫຼານສົມມະນາຄຸນສະແດງຄວາມກະຕັນຍູຕໍ່ບັນພະບູລຸດຜູ້ທີ່ໄດ້ລ່ວງລັບໄປໂດຍຜ່ານການເຮັດອະນາໄມປັດກວາດສຸສານແລະໄຫວ້ບູຊາ ຂໍໃຫ້ບັນພະບູລຸດຊ່ວຍເຫຼືອປົກປິດລູກຫຼານໃຫ້ມີຊີວິດທີ່ອີ່ມໜຳສຳລານ ລະດູການຜະລິດໄດ້ຮັບຜົນດີ

ວັນບຸນແທັງມິງຂອງຊາວເຜົ່າຢ້າວ - ວັນສົມມະນາຄຸນ ສະແດງຄວາມກະຕັນຍູຕໍ່ບັນພະບູລຸດ
12/04/2023

ກວ໋າງນິງສ້າງບັນດາຜະລິດຕະພັນທ່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວ

(VOVWORLD) -ເພື່ອກະຕຸ້ນຄວາມຕ້ອງການໃນຕະຫຼາດ, ແຂວງກວ໋າງນິງພວມສ້າງບັນດາຜະລິດຕະພັນທ່ອງທ່ຽວເພື່ອຮັບໃຊ້ແຂທ່ອງທ່ຽວໃນລະດູທ່ອງທ່ຽວປີນີ້. ບັນດາຜະລິດຕະພັນທ່ອງທ່ຽວນີ້ ສຸມໃສ່ຂຸດຄົ້ນທ່າແຮງກ່ຽວກັບເງື່ອນໄຂທຳມະຊາດ ວັດທະນະທຳຂອງບັນດາທ້ອງຖິ່ນຄືວັດທະນະທຳ, ງານບຸນ, ການທ່ອງທ່ຽວທຳມະຊາດ, ກິລາພະຈົນໄພ, ການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບລະດັບສູງ

ກວ໋າງນິງສ້າງບັນດາຜະລິດຕະພັນທ່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວ
05/04/2023

ຟື້ນຟູອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານເຟືອກຕິກ

(VOVWORLD) -ບ້ານເຟືອກຕິກຫຼືເອີ້ນວ່າບ້ານແກ໋ດົກ ແມ່ນໝູ່ບ້ານເຮັດເຄື່ອງປັ້ນດິນເຜົາຕັ້ງຢູ່ແຄມແມ່ນ້ຳໂດເລົາຫ່າງຈາກໃຈກາງນະຄອນເຫວ້ແຂວງເທື່ອທຽນເຫວ້ປະມານ 40 ກິໂລແມັດໄປທາງທິດເໜືອ.ກ່ອນນີ້ກວ່າ 500 ປີຢູ່ແຫ່ງນີ້ ແມ່ນສູນຜະລິດຄ້າຂາຍເຄື່ອງປັ້ນດິນເຜົາທີ່ມີຊື່ສຽງ ແລະ ເປັນແຫ່ງສະໜອງຜະລິດຕະພັນໃຫ້ແກ່ບັນດາແຂວງພາກກາງ. ໃນຫໍພິພິທະພັນເຄື່ອງປັ້ນດິນເຜົາບູຮານແມ່ນ້ຳເຮືອງກໍ່ໄດ້ວາງສະແດງວັດຖຸພັນເຄື່ອງປັ້ນດິນເຜົາບູຮານເຟືອກຕິກຫຼາຍກວ່າ 5.000 ຢ່າງທີ່ມີອາຍຸແຕ່ສະຕະວັດທີ XVII – XVIII. ສິ່ງນີ້ໄດ້ເປັນການຢັ້ງຢືນຄວາມອຸດົມສົມບູນຫຼາຍຮູບຫຼາຍແບບຂອງຜະລິດຕະພັນໃນໝູ່ບ້ານເຄື່ອງປັ້ນດິນເຜົາບູຮານຢູ່ດິນແດນເມືອງຫຼວງເກົ່າ

ຟື້ນຟູອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານເຟືອກຕິກ
29/03/2023

ເມືອງເກາະຫຼີເຊີນ ຂຶ້ນກັບແຂວງ ກວ໋າງຫງາຍ ສ້າງຜະລິດຕະພັນທ່ອງທ່ຽວ ເພື່ອດຶງດູດແຂກທ່ອງທ່ຽວ

(VOVWORLD) -ເມື່ອງເກາະຫຼີເຊີນ ຂຶ້ນກັບແຂວງ ກວ໋າງຫງາຍ ພວມກ້າວເຂົ້າສູ່ລະດູທ່ອງທ່ຽວ.ເພື່ອກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ເມືອງຫຼີເຊີນ ພວມຍູ້ແຮງການສ້າງຜະລິດຕະພັນທ່ອງທ່ຽວ, ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວໃນລະດູການທ່ອງທ່ຽວປີນີ້

ເມືອງເກາະຫຼີເຊີນ ຂຶ້ນກັບແຂວງ ກວ໋າງຫງາຍ ສ້າງຜະລິດຕະພັນທ່ອງທ່ຽວ ເພື່ອດຶງດູດແຂກທ່ອງທ່ຽວ
22/03/2023

ປີທ່ອງທ່ຽວແຫ່ງຊາດປີ2023-ນຳຂະແໜງທ່ອງທ່ຽວແຂວງບິ່ງທ້ວນຂະຫຍາຍຕົວ

(VOVWORLD) -ປີທ່ອງທ່ຽວແຫ່ງຊາດ 2022 ດ້ວຍຫົວຂໍ້ “ບິ່ງທ້ວນ - ເຕົ້າໂຮມສີຂຽວ”ໄດ້ແລະພວມດຳເນີນຫຼາຍກິດຈະກຳວັດທະນະທຳກິລາແລະທ່ອງທ່ຽວຢູ່ແຂວງບິ່ງຫ້ວນແລະທ້ອງຖິ່ນອື່ນໆໃນທົ່ວປະເທດ. ນີ້ແມ່ນໂອກາດເພື່ອໃຫ້ບິ່ງທ້ວນແນະນຳໂຄສະນາບັນດາຄຸນຄ່າວັດທະນະທຳປະຫວັດສາດຊັບພະຍາກອນທຳມະຊາດ, ຜະລິດຕະພັນທ່ອງທ່ຽວແລະບັນດາການເຄື່ອນໄຫວຂອງທ້ອງຖິ່ນໃຫ້ແກ່ແຂກທ່ອງທ່ຽວ. ຜ່ານນັ້ນກໍ່ໄດ້ສ້າງຄວາມດຶງດູດໃຈຢ່າງແຂງແຮງສຳລັບແຂກທ່ອງທ່ຽວກໍ່ຄືບັນດານັກລົງທຶນທັງຢູ່ພາຍໃນແລະຕ່າງປະເທດປະກອບສ່ວນພັດທະນາການທ່ອງທ່ຽວຂອງທົ່ວປະເທດເວົ້າລວມແລະແຂວງບິ່ງທ້ວນເວົ້າສະເພາະ

ປີທ່ອງທ່ຽວແຫ່ງຊາດປີ2023-ນຳຂະແໜງທ່ອງທ່ຽວແຂວງບິ່ງທ້ວນຂະຫຍາຍຕົວ
15/03/2023

ບັນດາໝູ່ບ້ານຢູ່ດັກລັກຟົດຟຶ້ນພ້ອມກັບງານບຸນກາເຟ

(VOVWORLD) -ງານບຸນກາເຟບວນມາຖວດຄັ້ງທີ 8 ດ້ວຍຫົວຂໍ້ “ບວນມາຖວດ - ຈຸດນັດພົບຂອງກາເຟໂລກ” ໄດ້ຖືກຈັດຂຶ້ນຢູ່ແຂວງ ດັກລັກແຕວັນທີ 9 ຫາວັນທີ 14 ມີນາ, ຢູ່ບັນດາໝູ່ບ້ານ, ພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງດັກລັກໄດ້ຈັດຕັ້ງຫຼາຍກິດຈະກຳວັດທະນະທຳສິລະປະເຈືອຈານເຂົ້າກັບບັນຍາກາດຂອງງານບຸນ

ບັນດາໝູ່ບ້ານຢູ່ດັກລັກຟົດຟຶ້ນພ້ອມກັບງານບຸນກາເຟ
08/03/2023

ແຂວງ ນິງຖ້ວນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ຕອນໃຕ້ພາກກາງ

(VOVWORLD) -ໂດຍຖືກນອນຢູ່ເຂດແຄມທະເລຕອນໃຕ້ພາກກາງ ຫວຽດນາມ, ນິງຖ້ວນ ແມ່ນດິນແດນທີ່ເຕັມໄປດ້ວຍແສງແດດ ແລະ ລົມແຮງ ຖືກທຳມະຊາດດົນບັນດານຮູບພາບທີ່ກົມກຽວ ລະຫວ່າງເຂດທົ່ງພຽງ ໂນນພູ ແລະ ທະເລ. ແຂວງ ນິງຖ້ວນ ມີພື້ນຖານວັດທະນະທຳຫຼາຍຮູບຫຼາຍສີ ເປັນເອກະລັກ ເປັນຕົ້ນແມ່ນຄຸນຄ່າທາງດ້ານວັດທະນະທຳເຜົ່າຈຳ ເຊິ່ງແມ່ນເງື່ອນໄຂສະດວກສຳລັບການພັດທະນາການທ່ອງທ່ຽວ

ແຂວງ ນິງຖ້ວນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ຕອນໃຕ້ພາກກາງ