ວັດທາດເຕື໋ອງລອງ - ປູຊະນີຍະສະຖານ ປະຫວັດສາດວັດທະນະທຳມີມານັບພັນປີ
(VOVWORLD) -ໂດ່ເຊີນໃນນະຄອນຫ໋າຍຟ່ອງແມ່ນເຂດທ່ອງທ່ຽວທີ່ລືຊື່ ທັງຢູ່ພາຍໃນແລະຕ່າງປະເທດດ້ວຍບັນດາຫາດຊາຍທະເລແລະທິວທັດທຳມະຊາດສວຍສົດງົດງາມເປັນໜ້າຈັບອົກຈັບໃຈ. ນອກຈາກນັ້ນຢູ່ແຫ່ງນີ້ຍັງມີຊື່ສຽງດ້ວຍປູຊະນີຍະສະຖານປະຫວັດສາດວັດທະນະທຳທີ່ມີມານັບພັນ ປີ, ນັ້ນແມ່ນວັດທາດເຕື໋ອງລອງ. ນີ້ແມ່ນວັດທີ່ສັກສິດແລະ ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ອາດພາດໂອກາດແວ່ຍາມສຳລັບແຂກທ່ອງທ່ຽວທີ່ມາຈາກສາລະທິດເມື່ອມີໂອກາດມາຢ້ຽມຢາມນະຄອນຫ໋າຍຟອງ










