ແຂວງ ບິ່ງເຢືອງ ຍູ້ແຮງການເຄື່ອນໄຫວໂຄສະນາການທ່ອງທ່ຽວ
(VOVWORLD) - ໄລຍະທີ່ຜ່ານມາ ເຖິງວ່າໄດ້ຮັບຜົນສະທ້ອນຢ່າງໃຫຍ່ຫຼວງ ຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ແຂວງ ບິ່ງເຢືອງ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ໃນການຍູ້ແຮງການເຄື່ອນໄຫວໂຄສະນາການທ່ອງທ່ຽວ. ໂດຍຜ່ານການເຄື່ອນໄຫວເຫຼົ່ານີ້ ຮູບພາບການທ່ອງທ່ຽວຂອງແຂວງ ບິ່ງເຢືອງ ໄດ້ຮັບຄວາມສົນໃຈຈາກແຂກທ່ອງທ່ຽວ ທັງຢູ່ພາຍໃນແລະຕ່າງແຂວງ ຈາກນັ້ນ ສ້າງຄວາມສະດວກຕື່ມອີກໃນການຍູ້ແຮງວຽກງານໂຄສະນາ ສົ່ງເສີມການທ່ອງທ່ຽວ ແລະ ດຶງດູດແຂກທ່ອງທ່ຽວເຂົ້າມາແຂວງ ບິ່ງເຢືອງ.










