ຄົ້ນຫາຫວຽດນາມ

19/07/2023

ຫໍພິພິທະພັນພົນເອກ ຫງວຽນຈີ້ແທັງ ຫວນຄືນຄວາມຊົງຈຳຂອງການຕໍ່ຕ້ານສອງຄັ້ງຂອງຊາດ

(VOVWORLD) -ຫໍພິພິທະພັນພົນເອກ ຫງວຽນຈີ້ແທັງ ຕັ້ງຢູ່ເຮືອນເລກທີ 81 ຖະໜົນ ເຕິນເຫ້ຍວ, ເມືອງ ບັກຕືລຽມ, ຮ່າໂນ້ຍ ແລະ ເປີດປະຕູຕ້ອນຮັບແຂກມາຢ້ຽມຊົມແຕ່ວັນທີ 6 ກໍລະກົດ 2023. ບັນດາຮູບຖ່າຍ, ວັດຖຸພັນ ແລະ ເອກະສານທີ່ນຳມາວາງສະແດງຢູ່ຫໍພິພິທະພັນ ໄດ້ວາດພາບເຖິງຄວາມຊົງຈຳທີ່ສະຫງ່າອົງອາດຂອງການຕໍ່ຕ້ານ ສອງຄັ້ງຕ້ານຝະລັ່ງ ແລະ ອາເມລິກາຂອງກອງທັບ ແລະ ປະຊາຊົນ ຫວຽດນາມ

ຫໍພິພິທະພັນພົນເອກ ຫງວຽນຈີ້ແທັງ ຫວນຄືນຄວາມຊົງຈຳຂອງການຕໍ່ຕ້ານສອງຄັ້ງຂອງຊາດ
12/07/2023

ເລື່ອງລາວກ່ຽວກັບທຸງຊາດຢູ່ເກາະ ໂກໂຕ ເອົາມາຈາກສຸສານປະທານ ໂຮ່ຈີມິນ

(VOVWORLD) -ໂກໂຕ ແມ່ນເມືອງເກາະໃນແຂວງ ກວ໋າງນິງ ຫ່າງຈາກດິນຕໍ່ແຜ່ນ 100 ກວ່າກິໂລແມັດ ດ້ວຍເກາະນ້ອຍໃຫຍ່ຫຼາຍກວ່າ 40 ໜ່ວຍ. ແຕ່ລະເທື່ອເມື່ອເດີນທະເລໄປຍັງ ໂກໂຕ ແຂກທ່ອງທ່ຽວກໍ່ລ້ວນແຕ່ມີຄວາມຕື້ນຕັນໃຈ ເມື່ອໄດ້ຮັບຊົມອຸນະສາວະລີປະທານ ໂຮ່ຈີມິນ, ຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ ແລະ ຍິ່ງມີຄວາມເອກອ້າງທະນົງໃຈຫຼາຍກວ່າ ເມື່ອໄດ້ເຂົ້າຮ່ວມພິທີຊັກທຸງຊາດ ໃນທ່າມກາງທະເລທ້ອງຟ້າເຂດຕາເວັນອອກສ່ຽງເໜືອ

ເລື່ອງລາວກ່ຽວກັບທຸງຊາດຢູ່ເກາະ ໂກໂຕ ເອົາມາຈາກສຸສານປະທານ ໂຮ່ຈີມິນ
05/07/2023

ງານບຸນຍິງບັ້ງໄຟດອກສາກົນຢັ້ງຢືນເຄື່ອງໝາຍດ່າໜັງ - ສະຖານທີ່ຈັດເຫດການ,ງານບຸນແຖວໜ້າຢຸ່ອາຊີ

(VOVWORLD) -ງານບຸນຍິງບັ້ງໄຟດອກສາກົນ ດ່າຫນັງ 2023 (DIFF 2023) ໄດ້ອັດລົງໃນຕອນຄ່ຳວັນທີ 8 ກໍລະກົດນີ້, ດ້ວຍການແຂ່ງຂັນຊີງຊະນະເລີດລະຫວ່າງ 2 ທິມຍິງບັ້ງໄຟດອກ ຝຣັ່ງ ແລະ ອີຕາລີ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. DIFF 2023, ດ້ວຍການຮ່ວມເດີນທາງ ຂອງບັນດາວິສາຫະກິດ, ຄວາມຕັດສິນໃຈຂອງອຳນາດການປົກຄອງນະຄອນໃນການກໍ່ສ້າງ, ພັດທະນາ ແລະ ຮັກສາເຄື່ອງໝາຍ DIFF, ທັງນີ້ກໍເປັນການຢັ້ງຢືນຄວາມມານະພະຍາຍາມຂອງຂະແໜງທ່ອງທ່ຽວ ດ່າໜັງ ໃນການກໍ່ສ້າງເຄື່ອງໝາຍ ດາຫນັງ - ສະຖານທີ່ຈັດເຫດການ ແລະ ງານບຸນແຖວໜ້າຂອງອາຊີ

ງານບຸນຍິງບັ້ງໄຟດອກສາກົນຢັ້ງຢືນເຄື່ອງໝາຍດ່າໜັງ - ສະຖານທີ່ຈັດເຫດການ,ງານບຸນແຖວໜ້າຢຸ່ອາຊີ
28/06/2023

ວັດ ຄລຽງ - ສະຖາປັດຕະຍະກຳສິລະປະກຳແຫ່ງຊາດຢູ່ແຂວງຊັອກຈັງ

(VOVWORLD) -ວັດ ຄລຽງ ຕັ້ງຢູ່ຖະໜົນໂຕນດຶກຖັງນະຄອນຊັອກຈັງ. ນີ້ແມ່ນໜຶ່ງໃນບັນດາວັດຂະແມບູນຮານຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມວັດນີ້ມີອາຍຸເກືອບ 500 ປີ. ພ້ອມກັບວັດເຢີຍ ວັດ ຄລຽງແມ່ນໜຶ່ງໃນປູຊະນີຍະສະຖານລະດັບຊາດສອງແຫ່ງໃນແຂວງ ຊັອກຈັງແມ່ນປະເພດປູຊະນີຍະສະຖານ ສະຖາປັດຕະຍະກຳສິລະປະກຳ

ວັດ ຄລຽງ - ສະຖາປັດຕະຍະກຳສິລະປະກຳແຫ່ງຊາດຢູ່ແຂວງຊັອກຈັງ
21/06/2023

ສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງ - ສົ່ງສຽງຫວຽດນາມໄປແດນໄກ

(VOVWORLD) -ພາຍຫຼັງກໍ່ສ້າງແລະອອກອາກາດທົດລອງເປັນເວລາເກືອບສາມປີ, ສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງຂຶ້ນກັບວິທະຍຸກະຈາຍສຽງຫວຽດນາມ (VOV) ຢູ່ແຂວງນິງຖ້ວນ. ໄດ້ຖືກເປີດນຳໃຊ້ ແລະອອກອາກາດຢ່າງເປັນທາງການໃນວັນທີ 16 ມິຖຸນາ.ນີ້ແມ່ນໜຶ່ງໃນບັນດາກິດຈະກຳໃຫຍ່ ມີຄວາມໝາຍສຳຄັນໃນການເພີ່ມທະວີເປີດກວ້າງເຂດປົກຄຸມຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ, ປະກອບສ່ວນສົ່ງສຽງຫວຽດນາມໄປສູ່ປະຊາຊົນເຂດແຄມທະເລຕອນໃຕ້ພາກກາງ.

ສະຖານີເຄື່ອງສົ່ງເຂດຕອນໃຕ້ພາກກາງ - ສົ່ງສຽງຫວຽດນາມໄປແດນໄກ
14/06/2023

ການທ່ອງທ່ຽວສີຂຽວຢູ່ຕາມສາຍພູຫຼວງ

(VOVWORLD) -ດ້ວຍຄວາມຍາວຫຼາຍກວ່າ 1.100 ກິໂລແມັດ, ສາຍພູຫຼວງນອນໃນບໍລິເວນ 21 ແຂວງ ແລະ ນະຄອນຂອງຫວຽດນາມ ໃນນັ້ນມີຫຼາຍທ້ອງຖິ່ນຢູ່ພາກກາງຫວຽດນາມພ້ອມກັບບາງທ້ອງຖິ່ນຂອງສອງປະເທດລາວແລະກຳປູເຈຍ. ດ້ວຍຄວາມງາມຈາກທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານຄວາມຫຼາກຫຼາຍສີສັນວັດທະນະທຳຂອງຫຼາຍຊົນເຜົ່າ, ບັນດາແຂວງພາກກາງຫວຽດນາມໄດ້ພັດທະນາບັນດາຮູບແບບທ່ອງທ່ຽວສີຂຽວບົນສາຍພູຫຼວງອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຄົ້ນຫາຢ່າງຫຼວງຫຼາຍ

ການທ່ອງທ່ຽວສີຂຽວຢູ່ຕາມສາຍພູຫຼວງ
07/06/2023

ມໍລະດົກວັດທະນະທຳໝູ່ເກາະທະເລ - ປາຍແຫຼມພັດທະນາ ການທ່ອງທ່ຽວຂອງແຂວງ ກວ໋າງຫງາຍ

(VOVWORLD) -ດ້ວຍຄວາມສາມາດບົ່ມຊ້ອນທ່າໄດ້ປຽບທາງໝູ່ເກາະທະເລ, ແຂວງ ກວ໋າງຫງາຍ ພວມມານະພະຍາຍາມສ້າງເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ດ້ວຍຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຫຼາຍຢ່າງ. ນອກຈາກການກຳນົດທິດພັດທະນາຂະແໜງທ່ອງທ່ຽວຕາມທິດຍືນຍົງ, ແຂວງ ກວ໋າງຫງາຍ ຍັງເອົາໃຈໃສ່ຖືເອົາທ່ອງທ່ຽວໝູ່ເກາະທະເລເປັນປາຍແຫຼມ,ທ່ອງທ່ຽວວັດທະນະທຳເປັນຈຸດສຸມ ແລະ ທ່ອງທ່ຽວທຳມະຊາດເປັນພື້ນຖານເພື່ອພັດທະນາຂະແໜງທ່ອງທ່ຽວແບບຍືນຍົງ

ມໍລະດົກວັດທະນະທຳໝູ່ເກາະທະເລ - ປາຍແຫຼມພັດທະນາ ການທ່ອງທ່ຽວຂອງແຂວງ ກວ໋າງຫງາຍ
31/05/2023

ຄົ້ນຫາທຳມະຊາດຢູ່ເກາະແກ້ວກ໊າດບ່າ

(VOVWORLD) -ໂດຍນອນຢູ່ຫາງຈາກນະຄອນຫ໋າຍຟ່ອງປະມານ 30 ກິໂລແມັດ, ໝູ່ເກາະກ໊າດບ່າຂຶ້ນກັບເມືອງເກາະກ໊າດຫ໋າຍແຕ່ດົນນານມາແລ້ວ.ໄດ້ເປັນທີ່ຮູ້ຈັກຄືດັ່ງສະຖານທີ່ທ່ອງທ່ຽວລືຊື່ ໂດຍທຳມະຊາດດົນບັນດານໃຫ້ນະຄອນຫ໋າຍຟ່ອງ. ໝູ່ເກາະລວມມີເກາະນ້ອຍໃຫຍ່ 360 ໜ່ວຍ, ໃນນັ້ນພົ້ນເດັ່ນແມ່ນເກາະກ໊າດບ່າຫຼືເອີ້ນວ່າເກາະແກ້ວຢູ່ເຂດອ່າວພາກເໜືອເຊິ່ງແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່ ເຊິ່ງແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຍາມເມື່ອມາຮອດຫ໋າຍຟ່ອງ

ຄົ້ນຫາທຳມະຊາດຢູ່ເກາະແກ້ວກ໊າດບ່າ
24/05/2023

ເມືອງອຽນມິງສູ້ຊົນກາຍເປັນຈຸດເດັ່ນຂອງຂະແໜງທ່ອງທ່ຽວຮ່າຢາງ

(VOVWORLD) -ຮ່າຢາງ - ດິນແດນຂອງທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ດ້ວຍບັນດາຮີດຄອງປະເພນີທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍແລະບັນດາສິນພິເສດທີ່ມີຊື່ສຽງຂອງທ້ອງຖິ່ນ. ໃນການເດີນທາງຄົ້ນຫາດິນແດນແຫ່ງນີ້ ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຍາມເມືອງອຽນມິງເຊິ່ງແມ່ນເມືອງເຂດພູສູງຊາຍແດນນອນຢູ່ທາງທິດຕາເວັນອອກສຽງເໜືອຫ່າງຈາກນະຄອນຮ່າຢາປະມານ 100 ກິໂລແມັດ.

ເມືອງອຽນມິງສູ້ຊົນກາຍເປັນຈຸດເດັ່ນຂອງຂະແໜງທ່ອງທ່ຽວຮ່າຢາງ
17/05/2023

ງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ ຫວຽດນາມ

(VOVWORLD) -ງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ ຫວຽດນາມຫາກໍ່ຖືກຈັດຂຶ້ນ ເມື່ອທ້າຍເດືອນເມສາ ທີ່ຜ່ານມາ ຢູ່ເຂດທ່ອງທ່ຽວສາກົນ ໂດຍຣົ່ງ ທີ່ເມືອງ ໂດ່ເຊີນ ນະຄອນຫ໋າຍຟ່ອງ. ເຫດການນີ້ ໂດຍກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ວາລະສານຄອມມູນິດ ນະຄອນຫ໋າຍຟ່ອງ ສົມທົບກັນຈັດຂຶ້ນ. ນີ້ເປັນຄັ້ງທຳອິດທີ່ງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ ຫວຽດນາມ ຖືກຈັດຂຶ້ນຢູ່ ຫ໋າຍຟ່ອງ.

ງານບຸນວັດທະນະທຳພື້ນເມືອງ ທະເລໝູ່ເກາະ ຫວຽດນາມ