ໄຂກອງປະຊຸມສະພາບໍລິຫານ ສະມາຄົມປະກັນສັງຄົມ ອາຊຽນ ຄັ້ງທີ 38
(VOVWORLD) -ດ້ວຍຫົວຂໍ້ “ຊ່ວຍເຫຼືອສັງຄົມຕໍ່ໜ້າສິ່ງທ້າທາຍຈາກການຫັນເປັນດີຈີຕອນ ແລະ ຄວາມຂາດສະຖຽນລະພາບດ້ານເສດຖະກິດ”, ຕອນເຊົ້າວັນທີ 25 ພະຈິກ, ກອງປະຊຸມສະພາບໍລິຫານ ສະມາຄົມປະກັນສັງຄົມ ອາຊຽນ (ASSA) ຄັ້ງທີ 38 ຖືກດຳເນີນຕາມຮູບການທາງໄກ.










