ASEAN Oline Sale Day 2021 - ຊຸກຍູ້ການຄ້າຂ້າມຊາຍແດນ ລະຫວ່າງບັນດາປະເທດ ອາຊຽນ
(VOVWORLD) -ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ຄວາມຊິນເຄີຍໃນການຊື້ສິນຄ້າຂອງຜູ້ບໍລິໂພກຫັນປ່ຽນຈາກການຊື້ໂດຍກົງໄປສູ່ການຊື້ອອນລາຍ. ປັດຈຸບັນ, ບັນດາປະເທດສະມາຊິກອາຊຽນພວມຊຸກຍູ້ການຄ້າເອເລັກໂຕນິກຂ້າມຊາຍແດນໃນພາກພື້ນ. ວັນຊື້ເຄື່ອງອອນລາຍອາຊຽນ 2021 - ASEAN Online Sale Day 2021 ທີ່ດຳເນີນໃນລະຫວ່າງວັນທີ 8 – 10 ສິງຫາຜ່ານມາແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ຕັ້ງໜ້າ, ເປັນປະຖົມປັດໄຈແກ່ການພັດທະນາການຄ້າເອເລັກໂຕນິກຂ້າມຊາຍແດນ, ສ້າງສາຍສຳພັນລະຫວ່າງບັນດາປະເທດ, ຢັ້ງຢືນຄວາມສາມັກຄີແລະທີ່ຕັ້ງບົດບາດຂອງອາຊຽນໃນໂລກທີ່ພວມປ່ຽນແປງ. ຕໍ່ໄປເຊີນທ່ານຮັບຟັງບົດຂຽນດ້ວຍຫົວຂໍ້ “ASEAN Online Sale Day: ຊຸກຍູ້ການຄ້າເອເລັກໂຕນິກຂ້າມຊາຍແດນລະຫວ່າງບັນດາປະເທດອາຊຽນ










