ກະຊວງການຕ່າງປະເທດ ຫວຽດນາມ ດັດປັບຂໍ້ກຳນົດການໄປມາຢູ່ບັນດາດ່ານຊາຍແດນຕິດກັບກຳປູເຈຍ ແລະ ລາວ
(VOVWORLD) - ໃນຊຸມວັນຜ່ານມາ, ບັນດາປະເທດ ແລະ ເຂດຄວ້ນໃນພາກພື້ນ ແລະ ໃນໂລກໄດ້ຜັນຂະຫຍາຍຫລາຍມາດຕະການຢ່າງແຮງ ເພື່ອປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid-19.

(VOVWORLD) - ໃນຊຸມວັນຜ່ານມາ, ບັນດາປະເທດ ແລະ ເຂດຄວ້ນໃນພາກພື້ນ ແລະ ໃນໂລກໄດ້ຜັນຂະຫຍາຍຫລາຍມາດຕະການຢ່າງແຮງ ເພື່ອປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid-19.

(VOVWORLD) -ຍິ່ງກວ່າເວລາໃດໝົດ, ປະຊາຄົມ ອາຊຽນ ຕ້ອງຍົກສູງນ້ຳໃຈຄວາມສາມັກຄີ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19.

(VOVWORLD) - ໂດຍເປັນອາຈານສອນວິຊາພາສາອັງກິດ, ຫງວຽນທິເຮົ້າ ບໍ່ເຄີີຍຄິດວ່າ ຕົນຈະສາມາດຟ້ອນແລະຍາດໄດ້ທຶນການສຶກສາຂະແໜງສິລະປະ. ແຕ່ໝາກຜົນຂອງການຮຽນຟ້ອນມາເປັນເວລາ 3 ເດືອນຢູ່ນະຄອນ Padang ເຊິ່ງເປັນເມືອງເອກຂອງແຂວງ Sumatra ຕາເວັນຕົກ, ອິນໂດເນເຊຍໄດ້ພິສູດໃຫ້ເຫັນສິ່ງທີ່ກົງກັນຂ້າມ ແລະ ໄດ້ຊ່ວຍໃຫ້ ເອື້ອຍຄູ ຫວຽດນາມ ອາຍຸ 29 ປີນີ້ມີການປ່ຽນແປງຫຼາຍຢ່າງ.ຕໍ່ໄປນີ້, ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ ທີ່ພາດຫົວຂໍ້ວ່າ “ເສັ້ນທາງ ແຫ່ງການພິຊິດວາດຟ້ອນ ພື້ນເມືອງອິນໂດເນເຊຍຂອງເອື້ອຍຄູ ຫວຽດນາມ”.

(VOVWORLD) - ຕອນບ່າຍວັນທີ 26 ມີນາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນການຮັບມືກັບໂລກລະບາດ ໂຄວິດ - 19.

(VOVWORLD) - ສາຍພົວພັນໄມຕິຈິດມິດຕະພາບແບບພິເສດ ແລະ ຫາຍາກລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງດີງາມ, ການພົວພັນຂອງຄະນະຊາວໜຸ່ມສອງປະເທດກໍນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຕັ້ງໜ້າແບ່ງປັນປະສົບການ ແລະ ໜູນຊ່ວຍຄະນະຊາວໜູ່ມປະຊາຊົນປະຕິວັດລາວໃນການພັດທະນາວຽກງານຊາວໜຸ່ມ, ທັກສະຈັດຕັ້ງຂະບວນການກິດຈະກຳຕ່າງໆ ແລະ ພັດທະນາການຈັດຕັ້ງຂອງຄະນະຊາວໜຸ່ມ. ຕໍ່ໄປນີ້, ເຊີນທ່ານຜູ້ຟັງທຸກໆທ່ານ ພ້ອມກັບນັກຂ່າວ ຫງວຽນຊວ໊ຽນ ພົບປະກັບບັນດານັກສຳມະນາກອນທີ່ໄດ້ເຂົ້າຮ່ວມຊຸດຝຶກອົບໂຮມຊຸດທີ 25 ປີ 2019 ຢູ່ ສະຖາບັນຊາວໜຸ່ມເຍົາວະຊົນ ຫວຽດນາມ.

(VOVWORLD) - ວັນທີ 20 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ດ້ວຍບົດບາດເປັນປະທານ ອາຊຽນ 2020 ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອີຢູ ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດ Covid-19.

(VOVWORLD) -ການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມປະເທດອິນໂດເນເຊຍຂອງປະທານໂຮ່ຈີມິນ ແລະການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີອິນໂດເນເຊຍ Soekarno” ໄດ້ສິ້ນສຸດລົງ 2 ເດືອນກວ່າແລ້ວ. ແຕ່ສໍາລັບອ້າຍ ຕື່ແທັງຟອງ ຜູ້ທີ່ຍາດໄດ້ລາງວັນພິເສດໃນການເສັງດັ່ງກ່າວ, ຄວາມຮູ້ສຶກຂອງລາວ ເບິ່ງຄືວ່າຍັງເໝືອນເດີມ, ພິເສດ ເມື່ອລາວຫາກໍສິ້ນສຸດການເດີນທາງໄປຢ້ຽມຢາມປະເທດອິນໂດເນເຊຍ ໃນເວລາ 5 ວັນ ໃນຊຸມວັນຕົ້ນລະດູບານໃໝ່ 2020. ຕໍ່ໄປນີ້, ເຊີນທ່ານຜູ້ຟັງພ້ອມກັບພວກຂ້າພະເຈົ້າພົບປະໂອ້ລົມກັບ ອ້າຍຕື່ແທັງຟອງ ເພື່ອຮັບຟັງຄວາມຮູ້ສຶກຂອງລາວພາຍຫຼັງການຢ້ຽມຢາມປະເທດອິນໂດເນເຊຍຄັ້ງນີ້.

(VOVWORLD) - ວັນທີ 11 ມີນາ ທີ່ ສຳນັກງານຄະນະເລຂາ ອາຊຽນ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 14 ຄະນະກຳມະການຮ່ວມມືລວມ ອາຊຽນ - ຍີ່ປຸ່ນ ໂດຍທ່ານ ເຈີນດຶກບີງ ຫົວຫນ້າຜູ້ຕາງຫນ້າຫວຽດນາມ ປະຈຳ ອາຊຽນ ແລະ ທ່ານ Chiba Akira ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາຊຽນ ເປັນປະທານຮ່ວມ.

(VOVWORLD) - ຖ້າຫາກວ່າ ພູເກັດ, ພັດທະຍາ ແມ່ນບັນດາແຄມທະເລທ່ອງທ່ຽວທີ່ຮູ້ຈັກກັນດີພໍສົມຄວນສໍາລັບນັກທ່ອງທ່ຽວຫວຽດນາມນັ້ນ, ຫົວຫີນ ພັດແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ໃໝ່ອ່ຽມ ສໍາລັບເຂົາເຈົ້າ ເມື່ອໄປຢ້ຽມຢາມປະເທດ ໄທ. ເມື່ອກ່ອນນີ້, ສະຖານທີ່ແຫ່ງນີ້ ແມ່ນໝູ່ບ້ານປະມົງ ແລະ ແມ່ນບ່ອນຜັກຜ່ອນບໍາລຸງສຸຂະພາບຂອງພະລາດສະວົງ ໄທ ໃນໂອກາດພັກແລ້ງ. ມາຢາມ ຫົວຫີນ, ທ່ານບໍ່ພຽງແຕ່ໄດ້ອາບນໍ້າທະເລທີ່ຂຽວໃສເທົ່ານັ້ນ ຫາກຍັງໄດ້ຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຄື: ອຸທິຍານ ຣາຊະພັກ, ວິຫານ ຫ້ວຍ ມົງຄົນ, ຕະຫຼາດກາງຄືນ ຫົວຫີນ, ສະຖານີລົດໄຟທີ່ເກົ່າແກ່ຕະຫຼອດຮອດ ຟາມລ້ຽງແກະ ແລະ ອື່ນໆ.

(VOVWORLD) -ຕອນເຊົ້າວັນທີ 6 ມີນາ, ກອງປະຊຸມປຶກສາຫາລືລວມ ອາຊຽນ (JCM) ໄດ້ຈັດຕັ້ງຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ.
