ຊາຍຄາອາຊຽນ

02/02/2020

ຫວຽດ​ນາມ - ຄູ່​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ​ແຖວ​ໜ້າ​ຂອງ ກຳ​ປູ​ເຈຍ

(VOVWORLD) -ປີ 2019 ສືບຕໍ່ສ້າງຂີດໝາຍແກ່ການພົວພັນຮ່ວມມືການລົງທຶນ, ການຄ້າ ລະຫວ່າງຫວຽດນາມ - ກໍາປູເຈຍ. ວົງເງິນການຄ້າສອງຝ່າຍປີ 2019 ຄາດວ່າບັນລຸ 5,2 ຕື້ USD ລື່ນກາຍຄາດໝາຍ 5 ຕື້ USD ເຊິ່ງລັດຖະບານ 2 ຝ່າຍ ໄດ້ວາງອອກໃຫ້ແກ່ປີ 2020. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ນອກຈາກບັນດາກຸ່ມບໍລິສັດໃຫຍ່ ທີ່ສວມບົດບາດຕົ້ນຕໍໃນການລົງທຶນຂອງຫວຽດນາມຢູ່ ກຳປູເຈຍ ແລ້ວ, ບັນດາວິສາຫະກິດເອກະຊົນ ຫວຽດນາມ ກໍ່ໄດ້ ແລະ ກຳລັງເປີດກວ້າງການລົງທຶນຢູ່ຕະຫຼາດແຫ່ງນີ້. ນີ້ແມ່ນສັນຍາທີ່ສະແດງໃຫ້ເຫັນວ່າ ແງ່ຫວັງອັນດີງາມໃນການແລກປ່ຽນການຄ້າສອງຝ່າຍໃນໄລຍະຈະມາເຖິງ.

ຫວຽດ​ນາມ - ຄູ່​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ​ແຖວ​ໜ້າ​ຂອງ ກຳ​ປູ​ເຈຍ
29/01/2020

ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ເກາະ ບາລີ (ອິນໂດເນເຊຍ)

(VOVWORLD) - ວັນທີ 28 ມັງກອນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຟ້າມກວາງວິງ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບາລີ ເພື່ອເພີ່ມທະວີການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເກາະ ບາລີ ໃນບັນດາຂົງເຂດຕ່າງໆ, ພິເສດແມ່ນວັດທະນະທຳ ແລະ ການທ່ອງທ່ຽວ.

ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ເກາະ ບາລີ (ອິນໂດເນເຊຍ)
27/01/2020

ASEAN BAC 2020 ສຸມໃສ່ຊຸກຍູ້ບັນດາວິສາຫະກິດຂະໜາດກາງ, ໜ້ອຍ ແລະ ຈຸນລະ

(VOVWORLD) - “ອາຊຽນ ດີຈີຕອນ ເພື່ອການພັດທະນາແບບຍືນຍົງ” ແມ່ນຫົວຂໍ້ປີ 2020 ຂອງສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ (ASEAN BAC) ພາຍຫລັງ ຫວຽດນາມ ຮັບບົດບາດເປັນປະທານຈາກ ຈີນ.

ASEAN BAC 2020 ສຸມໃສ່ຊຸກຍູ້ບັນດາວິສາຫະກິດຂະໜາດກາງ, ໜ້ອຍ ແລະ ຈຸນລະ
23/01/2020

ຫວຽດນາມ ຮັບ​​ດໍາລົງ​ຕໍາ​ແໜ່ງເປັນ​ປະທານໝູນວຽນ ຄະນະ​ກໍາມະການ ອາຊຽນ ຢູ່ ອາກຊັງ​ຕິນ

(VOVWORLD) - ວັນທີ 22 ມັງກອນ, ສະຖານທູດຫວຽດນາມ ປະຈໍາ ອັກຊັງຕິນ ດັ້ງຊວັນຢຸ້ງ ໄດ້ຮັບຕໍາແໜ່ງເປັນປະທານຄະນະກໍາມະການ ອາຊຽນ ຢູ່ Buenos Aires (ACBA) ຈາກທ່ານນາງເອກອັກຄະລັດຖະທູດ ຟີລິບປິນ Linglingay F.Lacanlale.

ຫວຽດນາມ ຮັບ​​ດໍາລົງ​ຕໍາ​ແໜ່ງເປັນ​ປະທານໝູນວຽນ ຄະນະ​ກໍາມະການ ອາຊຽນ ຢູ່ ອາກຊັງ​ຕິນ
22/01/2020

ຫວຽດ​ນາມ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ສ​ປ​ຊ​

(VOVWORLD) -ຕອນບ່າຍວັນທີ 21 ມັງກອນ, ກ່າວຄຳເຫັນໃນຖານະເປັນຜູ້ບັນລະຍາຍຕົ້ນຕໍ ຢູ່ ວາລະ ປະຊຸມຄົບຄະນະກ່ຽວກັບ “ແງ່ຫວັງຍຸດທະສາດ ອາຊຽນ” -ໂດຍເປັນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງ ເວທີປາໄວເສດຖະກິດໂລກ (WEF) ຄັ້ງທີ 50 ຢູ່ Davos (ສະວິດ), ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຊີ້ແຈ້ງເຖິງສານກ່ຽວກັບຫົວຂໍ້, ບຸລິມະສິດການດຳເນີນງານຂອງ ອາຊຽນ ແລະ ຫວຽດນາມໃນປີ 2020.

ຫວຽດ​ນາມ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ສ​ປ​ຊ​
22/01/2020

ປີ​ປະ​ທານ​ອາ​ຊຽນ 2020: ຫວຽດ​ນາມ​ເປັນ​ປະ​ທານ ວາ​ລະ​ປະ​ຊຸມ​ສະ​ພາ​ບ​ໍ​ລິ​ຫານ ສະ​ຖາ​ບັນ​ສັ​ນ​ຕິ​ພາບ ແລະ ໄກ່​ເກ່ຍ ອ​າ​ຊຽນ

(VOVWORLD) -ວັນທີ 21 ມັງກອນ, ໄດ້ດຳເນີນກອງປະຊຸມຄັ້ງທີ 18 ຂອງ ສະພາບໍລິຫານ ສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ (ອາຊຽນ - IPR) ຢູ່ Jakarta, ປະເທດ ອິນໂດເນເຊຍ.

ປີ​ປະ​ທານ​ອາ​ຊຽນ 2020: ຫວຽດ​ນາມ​ເປັນ​ປະ​ທານ ວາ​ລະ​ປະ​ຊຸມ​ສະ​ພາ​ບ​ໍ​ລິ​ຫານ ສະ​ຖາ​ບັນ​ສັ​ນ​ຕິ​ພາບ ແລະ ໄກ່​ເກ່ຍ ອ​າ​ຊຽນ
19/01/2020

​ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ

(VOVWORLD) - ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ຕາແສງ ຊຽງເມືອງ, ເມືອງ ໜອງບົກ ແຂວງຄໍາມ່ວນ, ຕັ້ງຢູ່ແຄມແມ່ນໍ້າຂອງທີ່ສວຍງາມ. ກ່ອນນີ້ 90 ກວ່າປີ, ປະທານໂຮ່ຈີມິນໄດ້ມີຊຸມວັນເດືອນເຄື່ອນໄຫວການປະຕິວັດຢູ່ແຫ່ງນີ້. ປັດຈຸບັນ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ຄໍາມ່ວນ ໄດ້ກາຍເປັນສັນຍາລັກອັນສັກກະລະບູຊາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນໄມຕີຈິດມິດຕະພາບຂອງປະຊາຊົນ 2 ປະເທດ ລາວ - ຫວຽດນາມ.

​ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ
18/01/2020

ກ​ອງປະຊຸມວົງ​ແຄບ ລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ: ​ເຫັນ​ດີ​ເປັນ​ເອກະ​ພາບ​ຕ້ອງ​ເຄົາ​ລົບ​ກົດໝາຍສາກົນ ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ຕອນບ່າຍວັນທີ 17 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ໂດຍແຈ້ງໃຫ້ຊາບກ່ຽວກັບໝາກຜົນທີ່ບັນລຸໄດ້ໃນກອງປະຊຸມວົງແຄບ ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat) ເຊິ່ງໄດ້ດໍາເນີນໃນຕອນເຊົ້າວັນທີ 17 ມັງກອນ, ຢູ່ຍາຈາງ, ແຂວງແຄ໊ງຮວ່າ.

ກ​ອງປະຊຸມວົງ​ແຄບ ລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ: ​ເຫັນ​ດີ​ເປັນ​ເອກະ​ພາບ​ຕ້ອງ​ເຄົາ​ລົບ​ກົດໝາຍສາກົນ ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ
17/01/2020

ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ

(VOVWORLD) - ວັນທີ 17 ມັງກອນ, ທີ່ຍາຈາງ, ແຂວງ ແຄ໊ງຮ່ວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເປັນປະທານກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat). ເຂົ້າຮ່ວມກອງປະຊຸມມີ ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi.

ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ
16/01/2020

ໄຂກອງປະຊຸມຜູ້ອາວຸໂສ ອາຊຽນ

(VOVWORLD) - ທີ່ກອງປະຊຸມຖືກໄຂຂຶ້ນໃນຕອນເຊົ້າວັນທີ່ 16 ມັງກອນ ຢູ່ນະຄອນ ຍາຈາງ, ແຂວງ ແຄ໊ງຮ່ວາ, ຫົວໜ້າ SOM ບັນດາປະເທດ ອາຊຽນ ໄດ້ປຶກສາຫາລືໂຄງການດຳເນີນງານ ແລະ ໂຄງການເຄື່ອນໄຫວຂອງກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ 2020 ຈະຖືກໄຂຂຶ້ນໃນວັນທີ 17 ມັງກອນ.

ໄຂກອງປະຊຸມຜູ້ອາວຸໂສ ອາຊຽນ