ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢູ່ ສ.ເກົາຫຼີ
(VOVWORLD) -ວັນທີ 24 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ບັນດາການນຳ ອາຊຽນ ໄດ້ເຂົ້າຮ່ວມພິທີວາງສີລາລຶກສ້າງນະຄອນອັດສະລິຍະ Eco-Delta ຢູ່ເມືອງ Gangseo, ນະຄອນ Busan (ສ.ເກົາຫຼີ). ນີ້ແມ່ນການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນລະຫວ່າງ ອາຊຽນ - ສ.ເກົາຫຼີ.










