ຊີ​ວິດ​ສັງ​ຄົມ

14/05/2023

“ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ເດັກພິການ

(VOVWORLD) -“ສ້າງຄວາມຝັນ” ນັ້ນແມ່ນກຸ່ມອາສາສະໝັກ, ໂດຍອອກແບບ ແລະ ກໍ່ສ້າງເຂດລະຫລິ້ນໃຫ້ແກ່ເດັກທຸກຍາກ ແລະ ເດັກພິການຢູ່ທຸກແຖບຖິ່ນຂອງປະເທດຊາດ ນັບແຕ່ປີ 2017. “ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ແມ່ນບາດກ້າວບຸກທະລຸຫລ້າສຸດຂອງກຸ່ມ ແມ່ນຂໍ້ລິເລີ່ມຫນູນຊ່ວຍການເຊື່ອມຕົວການລະຫລິ້ນໃຫ້ແກ່ເດັກພິການ. ຈາກຢາງລົດເກົ່າທີ່ຄິດວ່າຈະຖິ້ມແລ້ວ, ກຸ່ມໄດ້ນຳເອົາມານຳໃຊ້ຄືນ ຕາມວິທີການທີ່ພິເສດສ້າງເປັນສະຫນາມເດັກຫລິ້ນໃນຄວາມຝັນໃຫ້ແກ່ເດັກພິການ.

“ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ເດັກພິການ
23/04/2023

ນັກສຶກສາ ນຳໃຊ້ ເຕັກໂນໂລຊີຫນູນຊ່ວຍຊາວກະສິກອນເຮັດກະສິກຳສີຂຽວ

(VOVWORLD) -ກຸ່ມເພື່ອນຫນຸ່ມ ພວມຮ່ຳຮຽນຢູ່ ມະຫາວິທະຍາໄລອຸດສາຫະກຳ ນະຄອນ ໂຮ່ຈິມີນ ມີຄວາມເມົາມົວກັບວິທະຍາດເຕັກໂນໂລຊີ ຫາກໍ່ເປີດຕົວໂຄງການ “ມາດຕະການເພື່ອພື້ນຖານກະສິກຳສີຂຽວ”(ECO-HOUSE). ໂຄງການນີ້ເພື່ອແນໃສ່ຊ່ວຍຊາວກະສິກອນ ສາມາດໝູນໃຊ້ເຕັກໂນໂລຊີໃນກະສິກຳ. ນີ້ແມ່ນໂຄງການທີ່ຍາດໄດ້ລາງວັນທີຫນຶ່ງຂອງກຸ່ມນັກສຶກສາໃນການແຂ່ງຂັນ “ນັກຮຽນ, ນັກສຶກສາ ກັບແນວຄວາມຄິດ Startup ຄັ້ງທີ V ໂດຍກະຊວງສຶກສາ ແລະ ບຳລຸງສ້າງ ຈັດຕັ້ງ (ເດືອນ ພະຈິກ ປີ 2022 - ເດືອນມິນາປີ 2023)”.

ນັກສຶກສາ ນຳໃຊ້ ເຕັກໂນໂລຊີຫນູນຊ່ວຍຊາວກະສິກອນເຮັດກະສິກຳສີຂຽວ
16/04/2023

ການຫັນເປັນ ດິຈີຕອນ ໃນການສຶກສາ

(VOVWORLD) -ຖານຂໍ້ມູນ ແມ່ນບັນຫາຫລັກແຫລ່ງຂອງການຫັນເປັນ ດິຈີຕອນ. ສະນັ້ນ ຂະແຫນງການສຶກສາ ແລະ ບຳລຸງສ້າງ ສູ້ຊົນສ້າງຖານຂໍ້ມູນໃຫ້ສຳເລັດໃນປີນີ້. ຄຽງຄູ່ກັນນັ້ນ ການຫັນເປັນດິຈີຕອນ ໃນການສິດສອນ ແລະ ຮ່ຳຮຽນ, ຂະແຫນງການສຶກສາ ແລະ ບຳລຸງສ້າງ ກໍ່ໄດ້ໝູນໃຊ້ຢ່າງກວ້າງຂວາງໃນທົ່ວປະເທດ ນັບແຕ່ໄລຍະສອງສາມປີມານີ້ ເຊິ່ງໄດ້ປະກອບສ່ວນຍົກສູງຄຸນນະພາບການສິດສອນ.

ການຫັນເປັນ ດິຈີຕອນ ໃນການສຶກສາ
09/04/2023

ແຂວງ ຖ໊າຍງວຽນ ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕ​ອນ​ຢູ່ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ

(VOVWORLD) -ປັດຈຸບັນ, ແຂວງ ຖ໊າຍງວຽນ ມີ 142 ບ້ານປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ໃນນັ້ນ ມີຫຼາຍສະຖານທີ່ຍັງປະສົບກັບຄວາມຫຍຸ້ງຍາກໃນການຕິດຕໍ່ພົວພັນ. ທາງແຂວງ ໄດ້ສົມທົບກັບບັນດາບໍລິສັດໂທລະຄົມມະນາຄົມ ສ້າງສະຖານີ ແລະ ເສົາສົ່ງສັນຍານໂທລະສັບ, ປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນຢູ່ເຂດຊາວເຜົ່າສ່ວນໜ້ອຍ. ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານຂອງແຂວງ ວາງເປົ້າໝາຍປະຕິບັດເພື່ອໃຫ້ 100% ເຂດຫ່າງໄກສອກຫຼີກມີສັນຍານໂທລະສັບໃນປີ 2023 ນີ້.

ແຂວງ ຖ໊າຍງວຽນ ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕ​ອນ​ຢູ່ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ
02/04/2023

ນັກຮຽນຢູ່ ເກີນເທີ ເມົາມົວໃນການ “ແປງກາຍເປັນຕົວລະຄອນ” ໃນບົດປະພັນວັນນະຄະດີ, ປະຫວັດສາດ

(VOVWORLD) -ກາງເດືອນ ມິີນາ ຜ່ານມາ, (ວັນທີ 16 ມິີນາ), ເປັນຄັ້ງທຳອິດ ໂຮງຮຽນວິທະຍາໄລວັດທະນະທຳສິລະປະ ເກີນເທີ ໄດ້ສົມທົບກັບ ໂຮງຮຽນມັດທະຍົມຕອນປາຍ ອານແຄງ, ເມືອງ ນິງກ່ຽວ ປະຕິບັດລາຍການສະແດງສິລະປະບົນເວທີ ໂດຍຫັນບົດປະພັນວັນນະຄະດີ, ປະຫວັດສາດເປັນຮູບປະທຳ. ນີ້ແມ່ນຮູບແບບໃຫມ່ໃນການຮ່ຳຮຽນ ປະດິດຄິດສ້າງ ເພື່ອແນໃສ່ຊ່ວຍພວກນ້ອງນັກຮຽນມີຄວາມເຂົ້າໃຈກວ່າ ກ່ຽວກັບບັນດາບົດປະພັນວັນນະຄະດີໃນຫລັກສູດ.

ນັກຮຽນຢູ່ ເກີນເທີ ເມົາມົວໃນການ “ແປງກາຍເປັນຕົວລະຄອນ” ໃນບົດປະພັນວັນນະຄະດີ, ປະຫວັດສາດ
26/03/2023

ຊາວກະສິກອນ ແຂວງ ກວ໋າງນິງ ຫາເງິນຕື້ຍ້ອນໄດ້ມີການຫັນເປັນດິຈີຕອນໃນການລ້ຽງສັດ

(VOVWORLD) -ປ່ຽນໃຫມ່ຈິນຕະນາການໃນການລ້ຽງເປັດ ຈາກວິທີການລ້ຽງແບບທຳມະດາມາເປັນຮູບແບບເຕັກໂນໂລຊີສູງຄົບວົງຈອນ ພວມແມ່ນທິດກ້າວເດີນໃຫມ່ຂອງຊາວກະສິກອນ ເທດສະບານ ກວ໋າງອຽນ ແຂວງ ກວ໋າງນິງ ເພື່ອແນໃສ່ແກ້ໄຂບັນຫາກ່ຽວກັບໂລກລະບາດໃນການລ້ຽງສັດ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດຢ່າງກະໂດດຂັ້ນໃຫ້ແກ່ຊາວກະສິກອນ ແລະ ປະຊາຄົມສັງຄົມ.

ຊາວກະສິກອນ ແຂວງ ກວ໋າງນິງ ຫາເງິນຕື້ຍ້ອນໄດ້ມີການຫັນເປັນດິຈີຕອນໃນການລ້ຽງສັດ
19/03/2023

ຮ້ານ ອາຫານ ເຕັມໄປດ້ວຍຄວາມຮັກແພງ ແຜ່ຂະຫຍາຍຄວາມເມດຕາປານີ ຢູ່ ຫາຍຟ່ອງ

(VOVWORLD) -ໃນເວລາກວ່າ 1 ເດືອນຜ່ານມາ, ຮ້ານອາຫານມີຊື່ວ່າ : “ເກີມອຽວເທືອງ" ໝາຍຄວາມວ່າ ຮ້ານອາຫານເຕັມໄປດ້ວຍຄວາມຮັກແພງ ດ້ວຍລາຄາ 5000 ດົ່ງ/ຈານ ຢູ່ ເລກທີ 44 ຖະຫນົນ ຫງວຽນດຶກແກ໋ງ ນະຄອນ ຫາຍຟ່ອງ ໄດ້ກາຍເປັນ ຈຸດນັດພົບທີ່ຊີນເຄີຍຂອງຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ. ເຂົ້າແຕ່ລະຈານມີລາຄາພຽງ 5000 ດົ່ງ ແຕ່ກໍ່ມີອາຫານຄົບໝູ່, ແຊບ ເຕັມໄປດ້ວຍຄວາມຮັກແພງ ຊື່ງ ເອື້ອຍ ຫງວຽນທິແທງຖູຍ ໄດ້ນຳມາໃຫ້ຜູ້ດ້ອຍໂອກາດ.

ຮ້ານ ອາຫານ ເຕັມໄປດ້ວຍຄວາມຮັກແພງ ແຜ່ຂະຫຍາຍຄວາມເມດຕາປານີ ຢູ່ ຫາຍຟ່ອງ
12/03/2023

ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ປີ 2023: ມີຫລາຍສັນຍານທີ່ດີ

(VOVWORLD) -ພາຍຫລັງຜົນສຳເລັດໃນການສົ່ງຄົນງານເກືອບ 143.000 ຄົນໄປເຮັດວຽກຢູ່ຕ່າງປະເທດ, ບັນລຸເກືອບ 159% ແຜນການວາງອອກຂອງປີ 2022, ວຽກງານສົ່ງຄົນງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາໃນປີ 2023 ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ມີຄວາມຄືບຫນ້າດີ. ຕົວຈິງ ໃນໄລຍະຕົ້ນປີ, ການເຄື່ອນໄຫວສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ໄດ້ມີຫລາຍສັນຍານທີ່ດີ ຈາກບັນດາຕະຫລາດເດີມ ກໍຄືບັນດາຕະຫລາດໃຫມ່.

ສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ ປີ 2023: ມີຫລາຍສັນຍານທີ່ດີ
11/03/2023

ແຂວງ ອຽນ​ບາຍ ພັດ​ທະ​ນາ​ກະ​ສິ​ກຳ​ສີ​ຂຽວ, ​ສະ​ບຽງ​ອາ​ຫານປອດ​ສານ​ພິດ

(VOVWORLD) -ເພື່ອແນໃສ່ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງຕະຫຼາດກ່ຽວກັບສະບຽງອາຫານປອດສານພິດ, ມີວິສາຫະກິດ, ສະຫະກອນຕ່າງໆ ແລະ ຫຼາຍຄອບຄົວໃນບໍລິເວນແຂວງ ອຽນບາຍ ໄດ້ ແລະ ກຳລັງສ້າງຕັ້ງ ແລະ ພັດທະນາຮູບແບບກະສິກຳສີຂຽວ “ສະບຽງອາຫານປອດສານພິດ”. ວິທີເຮັດດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເທົ່ານັ້ນ ຫາກຍັງຫຼຸດຜ່ອນມົນລະພິດສິ່ງແວດລ້ອມ ແລະ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງອີກດ້ວຍ.

ແຂວງ ອຽນ​ບາຍ ພັດ​ທະ​ນາ​ກະ​ສິ​ກຳ​ສີ​ຂຽວ, ​ສະ​ບຽງ​ອາ​ຫານປອດ​ສານ​ພິດ
05/03/2023

ໂຮງໝໍ ເຂດຊານ ນະຄອນ ໂຮ່ຈີມິນ ຜ່ານຜ່າຄວາມຫຍຸ້ງຍາກ, ກ້າວຂຶ້ນຢ່າງບຸກທະລຸ ພາຍຫລັງໂຄວິດ -19

(VOVWORLD) -ກ່ອນນີ້ ແມ່ນໂຮງຫມໍແຫ່ງຫນຶ່ງທີ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ພາຍຫລັງໂຄວິດ - 19 ແຕ່ປະຈຸບັນ ໂຮງໝໍ ເມືອງ ບິ່ງແຈງ ໄດ້ມີການປ່ຽນແປງຢ່າງແຮງ, ບືນຕົວຂຶ້ນ ນັບມື້ນັບຍົກສູງຄຸນນະພາບການຮັບໃຊ້, ເບິ່ງແຍງ ຮັກສາສຸຂະພາບໃຫ້ປະຊາຊົນ. ມາຮອດປະຈຸບັນ, ໂຮງໝໍ ເມືອງ ບິ່ງແຈງ ໄດ້ກາຍເປັນຫນຶ່ງໃນບັນດາໂຮງໝໍ ເມືອງ ທີ່ມີກຳລັງດຶງດູດຢູ່ ນະຄອນໂ ຮ່ຈີມິນ.

ໂຮງໝໍ ເຂດຊານ ນະຄອນ ໂຮ່ຈີມິນ ຜ່ານຜ່າຄວາມຫຍຸ້ງຍາກ, ກ້າວຂຶ້ນຢ່າງບຸກທະລຸ ພາຍຫລັງໂຄວິດ -19