ຊີ​ວິດ​ສັງ​ຄົມ

16/10/2022

ລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ”: ເຊີນຊູເຂດສາທາລະນະທຳມະຊາດຢູ່ ຮ່າໂນ້ຍ

(VOVWORLD) - ພາຍຫລັງສະແດງລາຍການປະສານສຽງສຳເລັດຜົນໃນປີ 2021, ຫວ່າງແລ້ວນີ້ ລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ” ໂດຍມີການເຂົ້າຮ່ວມຂອງນັກສິລະປິນຫລາຍຄົນພ້ອມກັບກອງນັກຮ້ອງປະສານສຽງ SamSung Harmony ທ໊າຍງວຽນ, ກອງນັກຮ້ອງປະສານສຽງ ດາຢ້າງ ສືບຕໍ່ຈັດຕັ້ງຂຶ້ນຢູ່ Complex 01, ໄຕເຊີນ ຮ່າໂນ້ຍ- ແມ່ນຂົງເຂດປະສົມຊື່ງໄດ້ຫັນປ່ຽນມາຈາກໂຮງງານເກົ່າແຫ່ງໜຶ່ງ ເພື່ອແນໃສ່ຢາກສົ່ງສານອະນຸລັກຮັກສາ ແລະ ເຮັດໃຫ້ເຂດສາທາລະນະທຳມະຊາດຢູ່ ຮ່າໂນ້ຍ ມີຄວາມອຸດົມສົມບູນກວ່າ.

ລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ”: ເຊີນຊູເຂດສາທາລະນະທຳມະຊາດຢູ່ ຮ່າໂນ້ຍ
09/10/2022

ບັນດາຜູ້ເປັນແມ່ຢູ່ແຂວງ ກວ໋າງຫງາຍ ຮັບລ້ຽງເດັກກຳພ້າ

(VOVWORLD) -ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ດ້ວຍວຽກງານລະອຽດທີ່ເຕັມໄປດ້ວຍຄວາມເມດຕາປານີ ຄວາມຮັກແພງມະນຸດ, ມີແມ່ຍິງຫລາຍຄົນຢູ່ບ້ານທຸກຍາກ ໃນແຂວງ ກວ໋າງຫງ໋າຍ ພວມຮັບລ້ຽງເດັກກຳພ້າ. ເຂົາເຈົ້າແມ່ນບັນດາຜູ້ເປັນແມ່, ເປັນເອື້ອຍ, ເປັນບ່ອນອີງທີ່ໝັ້ນແກ່ນຊ່ວຍເດັກກຳພ້າຜ່ານຜ່າຄວາມຫຍຸ້ງຍາກ ສືບຕໍ່ຄວາມໄຝ່ຝັນໄດ້ໄປໂຮງຮຽນ.

ບັນດາຜູ້ເປັນແມ່ຢູ່ແຂວງ ກວ໋າງຫງາຍ ຮັບລ້ຽງເດັກກຳພ້າ
02/10/2022

ຮ່າໂນ້ຍ ແລະບັນດາບາດກ້າວຫັນປ່ຽນຕັ້ງຫນ້າໃນການປະຕິຮູບລະບຽບການບໍລິຫານ

(VOVWORLD) -ດ້ວຍ ເປົ້າໝາຍ “ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງເພື່ອຮັບໃຊ້”, ໄລຍະຜ່ານມາ, ນະຄອນ ຮ່າໂນ້ຍ ໄດ້ລົບລ້າງ, ປ່ຽນແທນ ແລະ ຫັນຮ້ອຍໆລະບຽບການບໍລິຫານໃຫ້ເປັນງ່າຍດາຍ. ຄວາມຈິງ ນັ້ນບໍ່ພຽງແຕ່ຊ່ວຍປະຊາຊົນ, ວິສາຫະກິດ ຫລຸດຜ່ອນເວລາ, ລາຍຈ່າຍໃນການປະຕິບັດລະບຽບການບໍລິຫານເທົ່ານັ້ນ ຫາກຍັງສ້າງຖັນແຖວພະນັກງານ, ລັດຖະກອນມີຈິດໃຈຄວາມຮັບຜິດຊອບ, ຈັນຍາບັນລັດຖະກອນຕ່ືມອີກ.

ຮ່າໂນ້ຍ ແລະບັນດາບາດກ້າວຫັນປ່ຽນຕັ້ງຫນ້າໃນການປະຕິຮູບລະບຽບການບໍລິຫານ
25/09/2022

ປະສິດທິຜົນຈາກສະໂມສອນ “ 3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ແຂວງ ຈ່າວີງ

(VOVWORLD) -ຂົນຂວາຍດີ, ໃຫ້ຄວາມຮູ້ສຶກດີ, ໄກ່ເກ່ຍດີ, ຫລຸດຜ່ອນໄພຫລິ້ນພະນັນ, ລັກຊັບ, ໄພຢາເສບຕິດ. ນັ້ນແມ່ນ ບັນດາມາດຖານຂອງສະໂມສອນ “3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ເມືອງຈ່າກູ ແຂວງຈ່າວີງ. ພາຍຫລັງກວ່າ 1 ປີແຫ່ງການສ້າງຕັ້ງ, ສະໂມສອນໄດ້ນຳມາເຊິ່ງໝາກຜົນຕັ້ງຫນ້າ ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພຄວາມເປັນລະບຽບຮຽບຮ້ອຍຢູ່ ທ້ອງຖິ່ນ ແລະ ສ້າງເປັນຕາແສງແບບຢ່າງກ່ຽວກັບຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພໃຫ້ແກ່ປະເທດຊາດ.

ປະສິດທິຜົນຈາກສະໂມສອນ “ 3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ແຂວງ ຈ່າວີງ
18/09/2022

ເຂດປ່າ ອົງນຳກົງ - ແບບຢ່າງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມປ່າທຳມະຊາດ

(VOVWORLD) -ຢູ່ ເມືອງ ນາມຈ່າມີ໋ ແຂວງ ກວ໋າງນາມ, ມີເຂດປ່າສັກສິດ ຊື່ງປະຊາຊົນຢູ່ເຂດພູສູງເອີ້ນວ່າ “ປ່າອົງນຳກົງ”. ໃນໄລຍະສົງຄາມ ເຂດປ່າແຫ່ງນີ້ແມ່ນຖານທີ່ໝັ້ນເຂດປົກຄອງທະຫານເຂດ V ພາຍໃຕ້ການຊີ້ນຳນຳພາຂອງ ທ່ານ ຫວໍຈິກົງ ເລຂາພັກເຂດປົກຄອງທະຫານເຂດ V ໄດ້ສຳເລັດພາລະກຳປະຫວັດສາດໃນໄລຍະຕໍ່ຕ້ານຕ້ານຈັກກະພັດອາເມລິກາ (1954 – 1964), ປະຕິບັດແນວທາງຍຸດທະສາດຂອງການປະຕິວັດ ພາກໃຕ້ ໃນຊຸມປີ 1960 ຢ່າງມີໄຊໃນເບື້ອງຕົ້ນ. ໂດຍຈົດຈຳຄຸນງາມຄວາມດີຂອງທ່ານ ຫວໍຈິກົງ, ປະທານສະພາແຫ່ງລັດ ປະຊາຊົນຊົນເຜົ່າສ່ວນຫນ້ອຍຢູ່ທີ່ນີ້ ໄດ້ພ້ອມກັນປົກປັກຮັກສາເຂດປ່ານີ້ ຮັກສາຮ່ອງຮອຍປະຫວັດສາດໃນຊຸມເດືອນປີແຫ່ງການຕໍ່ຕ້ານ.

ເຂດປ່າ ອົງນຳກົງ - ແບບຢ່າງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມປ່າທຳມະຊາດ
11/09/2022

ຂະແຫນງທ່ອງທ່ຽວ ແຂວງ ເຊີນລາ ຟື້ນຕົວຢ່າງແຮງພາຍຫລັງໂລກລະບາດໂຄວິດ 19

(VOVWORLD) - ພາຍຫລັງໂລກລະບາດໂຄວິດໄດ້ຮັບການຄວບຄຸມເທື່ອລະກ້າວ, ການເຄື່ອນໄຫວທ່ອງທ່ຽວຢູ່ ແຂວງ ເຊີນລາ ໄດ້ຟື້ນຕົວ ແລະ ຄ່ອຍໆກັບຄືນທ່າເຕີບໂຕ. ບັນດາສະຖານທີ່, ບ່ອນທ່ອງທ່ຽວລ້ວນມີແຂກມາທ່ຽວເພີ່ມຂຶ້ນໃນລະດັບທີ່ຫນ້າປະທັບໃຈ ນັບທັງໃນຊຸມວັນທີ່ບໍ່ແມ່ນວັນພັກລັດຖະການ.

ຂະແຫນງທ່ອງທ່ຽວ ແຂວງ ເຊີນລາ ຟື້ນຕົວຢ່າງແຮງພາຍຫລັງໂລກລະບາດໂຄວິດ 19
28/08/2022

ແຂວງ​ເຊີນ​ລາ ເອົາ​ໃຈ​ໃສ່​ຕໍ່​ການ​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ ລາວ

(VOVWORLD) -ເຖິງວ່າຢູ່ຫ່າງໄກຈາກຄອບຄົວ, ຢູ່ຕ່າງແດນ, ຕ່າງພາສາ, ຕ່າງວັດທະນະທຳ... ກໍຕາມ ແຕ່ນັກສຶກສາ, ພະນັກງານ ທີ່ມາຈາກ ປະເທດລ້ານຊ້າງ ທີ່ໄດ້ ແລະ ກຳລັງຮຽນຢູ່ ຫວຽດນາມ ເວົ້າລວມ ແລະ ແຂວງ ເຊີນລາ ເວົ້າສະເພາະ ລ້ວນແຕ່ຮູ້ສຶກວ່າ ນັ້ນແມ່ນໄລຍະເວລາທີ່ບໍ່ອາດຫຼົງລືມໄດ້. ເຂົາເຈົ້າບໍ່ພຽງແຕ່ຈະກາຍເປັນພະນັກງານຫຼັກແຫຼ່ງທີ່ມີຄຸນນະພາບມາຮັບໃຊ້ປະເທດເທົ່ານັ້ນ, ຫາກຍັງແມ່ນ “ແກ່ນສານ” ປະກອບສ່ວນສ້າງຄວາມຜູກພັນ, ເພີ່ມພູນຄູນສ້າງໃຫ້ແກ່ໄມຕີຈິດມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ ອີກດ້ວຍ.

ແຂວງ​ເຊີນ​ລາ ເອົາ​ໃຈ​ໃສ່​ຕໍ່​ການ​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ ລາວ
19/08/2022

ທຶນກູ້ຢືມ​ບຸ​ລິ​ມະ​ສິດ, ກຳ​ລັງ​ໜູນ​ໃຫ້​ແກ່​ຄົນ​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) -ພາຍຫຼັງ 20 ປີແຫ່ງການຜັນຂະຫຍາຍນະໂຍບາຍສິນເຊື່ອບຸລິມະສິດສຳລັບຄົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍຕ່າງໆຕາມມະຕິເລກທີ 78 ຂອງລັດຖະບານກ່ຽວກັບສິນເຊື່ອຕໍ່ຄົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍອື່ນໆ, ແຫຼ່ງທຶນສິນເຊື່ອນະໂຍບາຍໄດ້ເຖິງບັນດາໜ່ວຍ, ບ້ານ ຈາກເຂດຕ່ຳໄປເຖິງເຂດສູງ, ເຂດຫ່າງໄກສອກຫຼີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່ ແລະ ສະຫວັດດີການສັງຄົມຂອງແຂວງເຊີນລາ.

ທຶນກູ້ຢືມ​ບຸ​ລິ​ມະ​ສິດ, ກຳ​ລັງ​ໜູນ​ໃຫ້​ແກ່​ຄົນ​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ
15/08/2022

ຮ້ານຊັກ-ລີດເຄື່ອງ ຊ່ວຍເຫລືອຄົນພິການບືນຕົວຂຶ້ນ

(VOVWORLD) -ໃນຫລາຍປີມານີ້, ອ້າຍ ໂດ໋ວັນຫຽວ ຢູ່ ຮ່າໂນ້ຍ ໄດ້ເປີດຮ້ານ ຊັກ-ລີດເຄື່ອງ ເພື່ອສ້າງວຽກເຮັດງານທຳໃຫ້ຄົນພິການຫລາຍຄົນ. ແທນການເອົາເຂົ້າປາອາຫານໃຫ້ເຂົາເຈົ້ານັ້ນ ອ້າຍເລືອກເອົາວິທີຊັກ-ລີດເຄື່ອງ ເພື່ອຊ່ວຍເຂົາເຈົ້າສາມາດດຳລົງຊີວິດດ້ວຍກຳລັງແຮງຂອງຕົນ.

ຮ້ານຊັກ-ລີດເຄື່ອງ ຊ່ວຍເຫລືອຄົນພິການບືນຕົວຂຶ້ນ
12/08/2022

Novaon ແລະ ຂະບວນການພັດທະນາມາດຕະການຫັນເປັນດີຈີຕອນ Make in Vietnam

(VOVWORLD) - ດ້ວຍຄວາມມຸ່ງຫວັງຢາກສ້າງຫຼາຍຜະລິດຕະພັນ, ການບໍລິການ, ມາດຕະການເຕັກໂນໂລຊີທີ່ມີຄຸນນະພາບສູງເຕັມໄປດ້ວຍຄຸນຄ່າຂອງ ຫວຽດນາມ ແລະ ຕາມຈິດໃຈ Make in Vietnam, ເພື່ອຮັບໃຊ້ປະຊາຄົມວິສາຫະກິດ, ປະກອບສ່ວນປະຕິບັດເປົ້າໝາຍຫັນເປັນດີຈີຕອນແຫ່ງຊາດ, ໃນຊຸມປີຜ່ານມາ, ບໍລິສັດຫຸ່ນສ່ວນເຕັກໂນໂລຊີ Novaon Tech ຂຶ້ນກັບກຸ່ມບໍລິສັດ Novaon, ໄດ້ສະຫງວນຫຼາຍແຫຼ່ງກຳລັງຂະໜາດໃຫຍ່ເພື່ອຄົ້ນຄ້ວາ, ສ້າງສາ, ພັດທະນາ, ປັບປຸງບັນດາມາດຕະການດີຈີຕອນ.

Novaon ແລະ ຂະບວນການພັດທະນາມາດຕະການຫັນເປັນດີຈີຕອນ Make in Vietnam