ໝູ່ບ້ານ Dơk Rơng ແຂວງ ຢາລາຍ, ສາມັກຄີກໍ່ສ້າງຊົນນະບົດໃຫມ່
(VOVWORLD) - ດ້ວຍເກືອບ 100% ຄອບຄົວຊາວຊົນເຜົ່າ Bahnarດຳລົງຊີວິດຢູ່ຮ່ວມກັນມາເປັນເວລາຫລາຍປີ, ໝູ່ບ້ານ Dơk Rơng, ຕາແສງ Glar,ເມືອງĐak Đoa, ແຂວງ ຢາລາຍ ແມ່ນຫນຶ່ງໃນຈຳນວນໝູ່ບ້ານພົ້ນເດັ່ນໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່. ພ້ອມກັບອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນໃນໝູ່ບ້ານກໍ່ຮ່ວມແຮງຮ່ວມໃຈຂົນຂວາຍທຸກຄົນເຂົ້າຮ່ວມການຕອບສະຫນອງເຮັດໃຫ້ໂສມຫນ້າບ້ານເກີດເມືອງນອນມີການປ່ຽນແປງໃຫມ່. ຍ້ອນເຫດນັ້ນ ພາບພົດຂອງໝູ່ບ້ານຈຶ່ງນັບມື້ນັບໃຫຍ່ໂຕສວຍງາມ ສະອາດກວ່າ, ປະກອບສ່ວນນຳ ຕາແສງ Glar ກາຍເປັນຫນຶ່ງໃນບັນດາຕາແສງບັນລຸມາດຖານຊົນນະບົດໃຫມ່ຂອງເມືອງ Đak Đoa.










