ເອົາໃຈໃສ່, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ
(VOVWORLD) - ລັດ ຫວຽດນາມ ຍາມໃດກໍ່ກຳນົດ: ເອົາໃຈໃສ່ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແມ່ນຫນ້າທີ່ສຳຄັນ, ມີຄວາມໝາຍວັດທະນະທຳມະນຸດອັນສູງສົ່ງ. ບໍ່ພຽງແຕ່ມີບັນດາການເຄື່ອນໄຫວເອົາໃຈໃສ່ຜູ້ມີຄຸນງາມຄວາມດີໃນໂອກາດວັນທີ 27 ກໍລະກົດ (ວັນທະຫານເສຍອົງຄະນັກຮົບເສຍສະຫລະຊີວິດເພື່ອຊາດ) ປະຈຳປີ ເທົ່ານັ້ນ, ຫາກ ພັກ, ລັດຖະບານ, ທຸກຂັ້ນ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນໃນທົ່ວປະເທດ ຍັງຕັ້ງຫນ້າເຂົ້າຮ່ວມບັນດາຂະບວນການ “ຕອບບຸນແທນຄຸນ”, “ທົ່ວປວງຊົນເບິ່ງແຍງບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ” ຢູ່ທຸກຈຸດເວລາໃນປີ.










