“ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ເດັກພິການ
(VOVWORLD) -“ສ້າງຄວາມຝັນ” ນັ້ນແມ່ນກຸ່ມອາສາສະໝັກ, ໂດຍອອກແບບ ແລະ ກໍ່ສ້າງເຂດລະຫລິ້ນໃຫ້ແກ່ເດັກທຸກຍາກ ແລະ ເດັກພິການຢູ່ທຸກແຖບຖິ່ນຂອງປະເທດຊາດ ນັບແຕ່ປີ 2017. “ສະຫນາມເດັກຫລິ້ນແຫ່ງການເຊື່ອມຕົວ” ແມ່ນບາດກ້າວບຸກທະລຸຫລ້າສຸດຂອງກຸ່ມ ແມ່ນຂໍ້ລິເລີ່ມຫນູນຊ່ວຍການເຊື່ອມຕົວການລະຫລິ້ນໃຫ້ແກ່ເດັກພິການ. ຈາກຢາງລົດເກົ່າທີ່ຄິດວ່າຈະຖິ້ມແລ້ວ, ກຸ່ມໄດ້ນຳເອົາມານຳໃຊ້ຄືນ ຕາມວິທີການທີ່ພິເສດສ້າງເປັນສະຫນາມເດັກຫລິ້ນໃນຄວາມຝັນໃຫ້ແກ່ເດັກພິການ.










