ໂຄງການ “ວິສາຫະກິດສັງຄົມເພື່ອການພັດທະນາຊົນນະບົດມີຫົວຄິດປະດິດສ້າງ ແລະ ໝັ້ນຄົງ”
(VOVWORLD) - ໂຄງການ “ວິສາຫະກິດສັງຄົມເພື່ອການພັດທະນາຊົນນະບົດຢ່າງມີຫົວຄິດປະດິດສ້າງ ແລະ ໝັ້ນຄົງ” (ໂຄງການ SERD) ໄລຍະ 2016 - 2019 ໂດຍສູນໜູນຊ່ວຍຂໍ້ລິເລີ່ມຮັບໃຊ້ປະຊາຄົມ ແລະ ອົງການສະໜອງເຂົ້າຈີ່ໃຫ້ແກ່ໂລກໄດ້ສົມທົບກັນຜັນຂະຫຍາຍ. ໂຄງການ SERD ເພື່ອແນໃສ່ເປົ້າໝາຍມອບສິດໃຫ້ບັນດາວິສາຫະກິດສັງຄົມຢູ່ຊົນນະບົດ ແລະ ເຂດພູດອຍ, ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນ.










