ຊີ​ວິດ​ສັງ​ຄົມ

17/02/2019

ບຸນເຕັດແຫ່ງຄວາມອົບອຸ່ນລະຫວ່າງກອງທັບ ແລະ ປະຊາຊົນຢູ່ເມືອງເກາະເຈື່ອງຊາ

(VOVWORLD) -ໂດຍມີຄວາມແຕກຕ່າງກັບດິນຕໍ່ແຜ່ນ, ເມືອງເກາະເຈື່ອງຊາ ຂຶ້ນກັບແຂວງ ແຄັງຮວ່າ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ໝາຍເຖິງບຸນເຕັດໄວ ກວ່າເວລາ ຂະນະທີ່ບັນດາກ່ຳປັ່ນບັນທຸກເຄື່ອງຂອງບຸນເຕັດຄື: ເຂົ້າໝົມ , ດອກໄມ້, ຕົ້ນໝາກແປ້ນ, ກວນໝາກໄມ້ຈາກດິນຕໍ່ແຜ່ນໄປຍັງເກາະຕ່າງໆ. ບຸນເຕັດປີກຸນປີນີ້, ພະນັກງານນັກຮົບ ແລະ ປະຊາຊົນຢູ່ເມືອງເກາະໄດ້ພ້ອມກັນຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນ ແລະ ເບີກບານມ່ວນຊື່ນ ເຕັມໄປດ້ວຍຈິດໃຈຄວາມຮັກແພງລະຫວ່າງກອງທັບ ແລະ ປະຊາຊົນຢູ່ເຂດໝູ່ເກາະທີ່ຢູ່ຫ່າງໄກ

ບຸນເຕັດແຫ່ງຄວາມອົບອຸ່ນລະຫວ່າງກອງທັບ ແລະ ປະຊາຊົນຢູ່ເມືອງເກາະເຈື່ອງຊາ
10/02/2019

ພາເຂົ້າບູຊາໃນຕົ້ນປີຂອງຊາວເຜົ່າເມື່ອງວາງ

(VOVWORLD) -ກໍ່ເຊັ່ນດຽວກັນກັບບັນດາເຜົ່າອື່ນ, ບຸນປີໃໝ່ປະຈຳຊາດ ຫຼື ເອີ້ນວ່າບຸນເຕັດ ແມ່ນໜຶ່ງໃນບັນດາວັນບຸນໃຫຍ່ທີ່ສຸດ ໃນປີຂອງຊາວເຜົ່າເມື່ອງ, ໃນນັ້ນ ມີຊົນເຜົ່າເມື່ອງວາງ ຢູ່ເມືອງ ລາກເຊີນ ແຂວງ ຮ່ວາບິ່ງ. ຍ້ອນເຫດນີ້ເອງ, ໃນມື້ຕົ້ນປີໃໝ່, ເຂົາເຈົ້າກໍ່ມີບັນດາພິທີໄຫວ້ບູຊາບັນພະບູລຸດ ທີ່ເປັນເອກະລັກສະເພາະຂອງຕົນ.

ພາເຂົ້າບູຊາໃນຕົ້ນປີຂອງຊາວເຜົ່າເມື່ອງວາງ
03/02/2019

ເບິ່ງແຍງພໍ່ແມ່ປະຊາຊົນບັນດາ, ເຜົ່າຜູ້ທຸກຍາກ ໃນໂອກາດບຸນເຕັດ

(VOVWORLD) - ການເບິ່ງແຍງຜູ້ທຸກຍາກ, ເປົ້າໝາຍຊ່ວຍເຫຼືອສັງຄົມ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍໃນໂອກາດບຸນເຕັດນັ້ນ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈິດໃຈວັດທະນະທຳຂອງມະນຸດ ເຊິ່ງລັດຖະບານ ຫວຽດນາມ ກໍ່ຄືບັນດາກະຊວງ ຂະແໜງການ ແລະ ທ້ອງຖິ່ນຕ່າງໆມີຄວາມເອົາໃຈໃສ່. ພິເສດສຳລັບຜູ້ທຸກຍາກແລ້ວ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ບຸນເຕັດປີກຸນປີນີ້ກໍ່ແມ່ນບຸນເຕັດທີ່ອົບອຸ່ນ ແລະ ສະຫງົບສຸກ.

ເບິ່ງແຍງພໍ່ແມ່ປະຊາຊົນບັນດາ, ເຜົ່າຜູ້ທຸກຍາກ ໃນໂອກາດບຸນເຕັດ
27/01/2019

ຫວຽດນາມມານະພະຍາຍາມໃນວຽກງານຫຼຸດຜ່ອນ ຄວາມທຸກຍາກລະຫວ່າງບັນດາເຂດ ແລະ ພາກ

(VOVWORLD) -ພ້ອມກັບການພັດທະນາເສດຖະກິດສັງຄົມ, ວຽກງານ ລົບລ້າງ ຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ຍາມໃດກໍ່ແມ່ນໜຶ່ງໃນບັນດາເປົ້າໝາຍໃຫຍ່ລຸລ່ວງ ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກລັດຖະບານຫວຽດນາມ

ຫວຽດນາມມານະພະຍາຍາມໃນວຽກງານຫຼຸດຜ່ອນ ຄວາມທຸກຍາກລະຫວ່າງບັນດາເຂດ ແລະ ພາກ
20/01/2019

ກຳມະບານຂັ້ນຕ່າງໆເບິ່ງແຍງຜູ້ອອກແຮງງານໃນໂອກາດບຸນເຕັດ

(VOVWORLD) -ຍັງອີກເຄິ່ງເດືອນກໍ່ຈະຮອດບຸນປີໃໝ່ປະຈຳຊາດ ໝາຍເຖິງບຸນເຕັດປີກຸນ 2019. ໃນຊວ່ງເວລານີ້ ອົງການກຳມະບານພວມສົມທົບກັບວິສາຫະກິດ ຜັນຂະຫຍາຍບັນດາລາຍການເບິ່ງແຍງບຸນເຕັດໃຫ້ແກ່ຜູ້ອອກແຮງງານ ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງຄື ໜູນຊ່ວຍເງິນຊື້ປີ້ລົດກັບເມືອບ້ານຕ້ອນຮັບບຸນເຕັດ, ມອບຂອງຂວັນ ແລະ ປະຕິບັດບັນດາລະບອບເງິນເດືອນ, ເງິນບຳເນັດໃນທ້າຍປີ.

ກຳມະບານຂັ້ນຕ່າງໆເບິ່ງແຍງຜູ້ອອກແຮງງານໃນໂອກາດບຸນເຕັດ
12/01/2019

ການຟື້ນຟູປະກາລັງ, ພຶກສາຊາດໃຕ້ມະຫາສະໝຸດ

(VOVWORLD) -ປະກາລັງຖືກອຸປະມາຄືດັ່ງ “ເຮືອນໃຕ້ມະຫາສະໝຸດ” ເຊິ່ງເປັນບ່ອນຄົງຕົວຂອງສິ່ງທີ່ມີຊີວິດໃນນ້ຳ. ທີ່ເຂດທະເລ ກູລາວຈາມ, ນະຄອນໂຮ້ຍອານ, ແຂວງ ກວ໋າງນາມ, ແຕ່ປີ 2012 ບັນດານັກຊ່ຽວຊານສັງກັດສະຖານບັນທະເລວິທະຍາ ຍາຈາງ ໄດ້ໄປຍັງໂຮ້ຍອານ ເພື່ອຊ່ວຍໜູນທ້ອງຖິ່ນຟື້ນຟູປະກາລັງແຂງດ້ວຍເຕັກນິກລ້ຽງ ແລະ ປູກ. ດ້ວຍວິທີຂະຫຍາຍພັນເຊັ່ນນັ້ນ, ມາຮອດປັດຈຸບັນເນື້ອທີ່ປະກາລັງນັບ 1000 ຕາແມັດ ໄດ້ຖືກຂະຫຍາຍຢ່າງສຳເລັດຜົນ , ອັນໄດ້ປະກອບສ່ວນເຮັດໃຫ້ເຂດອະນຸລັກນິເວດທຳມະຊາດໂລກ ກູລາວຈາມ ເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ

ການຟື້ນຟູປະກາລັງ, ພຶກສາຊາດໃຕ້ມະຫາສະໝຸດ
06/01/2019

ຊາວເມືອງ ເມື່ອງອາງ, ດ້ຽນບຽນພົ້ນທຸກຍ້ອນໄດ້ກູ້ຢືມທຶນຈາກ ທະນາຄານນະໂຍບາຍ

(VOVWORLD) -ເມື່ອງອາງ ແມ່ນໜຶ່ງໃນບັນດາເມືອງທີ່ທຸກຍາກ ໃນແຂວງ ດ້ຽນບຽນ. ເຊິ່ງແຕ່ລະປີ, ປະຊາຊົນໄດ້ຮັບບຸລິມະສິດ ຈາກຫຼາຍໂຄງການ, ນະໂຍບາຍໜູນຊ່ວຍຂອງລັດ. ໜຶ່ງໃນບັນດານະໂຍບາຍຫນູນຊ່ວຍ ພໍ່ແມ່ພີ່ນ້ອງລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ນັ້ນແມ່ນແຫຼ່ງທຶນກູ້ຢືມຈາກທະນາຄານນະໂຍບາຍສັງຄົມ. ນີ້ແມ່ນບ່ອນອີງຢ່າງໝັ້ນຄົງໜັນແໜ້ນ ເພື່ອຊ່ວຍປະຊາຊົນຢູ່ແຫ່ງນີ້ບືນຕົວຂຶ້ນ ຫຼຸດພົ້ນອອກຈາກຄວາມທຸກຍາກ

ຊາວເມືອງ ເມື່ອງອາງ, ດ້ຽນບຽນພົ້ນທຸກຍ້ອນໄດ້ກູ້ຢືມທຶນຈາກ ທະນາຄານນະໂຍບາຍ
30/12/2018

ນ້ຳໃຈມະນຸດສ້າງຄວາມອົບອຸ່ນໃຫ້ແກ່ຄົນເຈັບຕິດໂລກມະເຮັງ

(VOVWORLD) -ໃນອາກາດໜາວຈັດ ເມື່ອກາງເດືອນທັນວາ, ມີລາຍການໜຶ່ງທີ່ມີຄວາມໝາຍວັດທະນະທຳມະນຸດ ໄດ້ສ້າງຄວາມອົບອຸ່ນໃຫ້ແກ່ບັນດາຄົນເຈັບທີ່ທຸກຍາກຖືກຕິດໂລກມະເຮັງ ໃນໂຮງໝໍໂລກກ້ອນເບົ້າມະເຮັງ ຮ່າໂນ້ຍ ເຊິ່ງແມ່ນແຫ່ງພວມປິ່ນປົວຄົນເຈັບກວ່າ 10.000 ເທື່ອຄົນໃນແຕ່ລະປີ. ນັ້ນແມ່ນໂຄງການໄດ້ມອບໝວກແລນ, ແພພັນຄໍ ແລະ ຊ່ວຍໜູນເງິນປິ່ນປົວໃຫ້ແກ່ຄົນເຈັບ 30 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ, ອັນໄດ້ຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຄົນເຈັບລົງສ່ວນໃດສ່ວນໜຶ່ງໃນຊຸມວັນທ້າຍປີ ທີ່ພວມຢູ່ຫ່າງໄກຈາກຄອບຄົວ

ນ້ຳໃຈມະນຸດສ້າງຄວາມອົບອຸ່ນໃຫ້ແກ່ຄົນເຈັບຕິດໂລກມະເຮັງ
23/12/2018

ພາບພົດນະຄອນໄຊງ່ອນເມື່ອກ່ອນນີ້ ໃນຄວາມຊົງຈຳຂອງທຸກໆຄົນ

(VOVWORLD) -ສັບປະດາປຶ້ມອ່ານສະເຫຼີມສະຫຼອງ 320 ປີ ແຫ່ງວັນສ້າງຕັ້ງໄຊງ່ອນ - ເຈິເຫຼີນ - ຢາດິ້ງ - ນະຄອນໂຮ່ຈີມິນ ຫາກໍຖືກຈັດຂຶ້ນຢູ່ນະຄອນໂຮ່ຈີມິນ ຫວ່າງແລ້ວນີ້ ອັນໄດ້ສ້າງຄວາມປະທັບໃຈອັນດີງາມ ໃນຈິດໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວທັງຫຼາຍ. ທີ່ເຫດການນີ້, ຫຼາຍຄົນຮູ້ສຶກຄືໄດ້ກັບຄືນດຳລົງຊີວິດ ໃນບັນຍາກາດວັດທະນະທຳຂອງໄຊງ່ອນ - ເຈິເຫຼີນ - ຢາດິ້ງ ເມື່ອກ່ອນນີ້ ພ້ອມທັງເພີ່ມຄວາມເຂົ້າໃຈ ກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງນະຄອນທີ່ຂະຫຍັນຂັນເຄື່ອນອີກດ້ວຍ

ພາບພົດນະຄອນໄຊງ່ອນເມື່ອກ່ອນນີ້ ໃນຄວາມຊົງຈຳຂອງທຸກໆຄົນ
16/12/2018

ເມືອງ ກວາງບິ່ງ ແຂວງ ຮ່າຢາງ ຂະຫຍາຍການປູກຕົ້ນໝາກກ້ຽງແບບຍືນຍົງຕາມມາດຕະຖານ VietGAP

(VOVWORLD) -ໃນຊຸມປີທີ່ຜ່ານມາ, ການຜັນຂະຫຍາຍ ການປູກຕົ້ນໝາກກ້ຽງແບບກະເສດສຸມ ຕາມມາດຕະຖານຜະລິດກະສິກຳທີ່ດີ ຢູ່ຫວຽດນາມ (VietGAP) ຢູ່ເມືອງ ກວາງບິ່ງ ແຂວງ ຮ່າຢາງ, ໄດ້ບັນລຸຜົນສຳເລັດໃນເປື້ອງຕົ້ນ. ມີຫຼາຍຄອບຄົວໄດ້ເຂົ້າຮ່ວມ, ຕອບສະໜອງການສ້າງຕັ້ງບັນດາໜ່ວຍປູກໝາກກ້ຽງ VietGAP, ຈາກນັ້ນໄດ້ສ້າງເຄື່ອງໝາຍການຄ້າ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນທາງດ້ານເສດຖະກິດ ພ້ອມທັງດຶງດູດວິສາຫະກິດຫຼາຍແຫ່ງຮ່ວມສຳພັນ ແລະ ເກັບຊື້ຜະລິດຕະພັນ

ເມືອງ ກວາງບິ່ງ ແຂວງ ຮ່າຢາງ ຂະຫຍາຍການປູກຕົ້ນໝາກກ້ຽງແບບຍືນຍົງຕາມມາດຕະຖານ VietGAP