ຊີ​ວິດ​ສັງ​ຄົມ

11/07/2019

ໂຄງ​ການ “ວິ​ສາ​ຫະ​ກິດ​ສັງ​ຄົມ​ເພື່ອ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ໝັ້ນ​ຄົງ”

(VOVWORLD) - ໂຄງການ “ວິສາຫະກິດສັງຄົມເພື່ອການພັດທະນາຊົນນະບົດຢ່າງມີຫົວຄິດປະດິດສ້າງ ແລະ ໝັ້ນຄົງ” (ໂຄງການ SERD) ໄລຍະ 2016 - 2019 ໂດຍສູນໜູນຊ່ວຍຂໍ້ລິເລີ່ມຮັບໃຊ້ປະຊາຄົມ ແລະ ອົງການສະໜອງເຂົ້າຈີ່ໃຫ້ແກ່ໂລກໄດ້ສົມທົບກັນຜັນຂະຫຍາຍ. ໂຄງການ SERD ເພື່ອແນໃສ່ເປົ້າໝາຍມອບສິດໃຫ້ບັນດາວິສາຫະກິດສັງຄົມຢູ່ຊົນນະບົດ ແລະ ເຂດພູດອຍ, ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນ.

ໂຄງ​ການ “ວິ​ສາ​ຫະ​ກິດ​ສັງ​ຄົມ​ເພື່ອ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ໝັ້ນ​ຄົງ”
04/07/2019

ເລີມ​ດົ່ງ​ແຜ່​ຂະ​ຫຍາຍຂະ​ບວນ​ກາ​ນ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ

(VOVWORLD)-ຈາກແຂວງໜຶ່ງທີ່ເຄີຍໄດ້ຮັບແຫຼ່ງເລືອດຂອງສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ເພື່ອປິ່ນປົວພະຍາດ, ກອບກູ້ເອົາຊີວິດໃຫ້ແກ່ຄົນເຈັບນັ້ນ, ມາຮອດປະຈຸບັນ, ແຂວງເລີມດົ່ງ ບໍ່ພຽງແຕ່ຮັບປະກັນໄດ້ແຫຼ່ງເລືອດເພື່ອກູ້ເອົາຊີວິດຄົນເຈັບໃຫ້ແກ່ບັນດາໂຮງໝໍຂອງແຂວງເທົ່ານັ້ນ, ຫາກຍັງໄດ້ປະສານເລືອດນັບພັນຖົງໃຫ້ແກ່ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ແລະ ໂຮງໝໍເຈີ້ໄຣ ນະຄອນໂຮ່ຈີມິນ ອີກດ້ວຍ. ຜ່ານນັ້ນ ໄດ້ປະກອບສ່ວນຊ່ວຍກອບກູ້ເອົາຊີວິດ ແລະ ປິ່ນປົວພະຍາດໃຫ້ແກ່ຄົນເຈັບໃນທົ່ວປະເທດ.

ເລີມ​ດົ່ງ​ແຜ່​ຂະ​ຫຍາຍຂະ​ບວນ​ກາ​ນ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ
26/06/2019

ທ່າ​ອ່ຽງການ​ຊຳ​ລະ​ບໍ່​ໃຊ້​ເງິນ​ສົດ​ຢູ່​ຫວຽດ​ນາມ

(VOVWORLD) - ຢູ່ຫວຽດດນາມ, ໂດຍສະເພາະແມ່ນຢູ່ບັນດາຕົວເມືອງໃຫ່ຍ, ທ່າອ່ຽງໃຊ້ສອຍບໍ່ໃຊ້ເງິນສົດໄດ້ມີການຫັນປ່ຽນຢ່າງເຫັນໄດ້ຊັດ. ການຊຳລະຜ່ານເຄືອຂ່າຍອິນເຕີເນັດ, ໂທລະສັບມືຖືນັບມື້ນັບໄດ້ຮັບການນິຍົມຍ້ອນຄວາມສະດວກຫຼາຍຢ່າງຄື: ປະຢັດເວລາ, ຄ່າໃຊ້ຈ່າຍ ແລະ ມີຄວາມປອດໄພສູງກ່ວາ. ໃນຂະນະນັ້ນ, ບັນດາອົງການສິນເຊື່ອພວມຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ເພື່ອພ້ອມກັບວິສາຫະກິດ ແລະ ບັນດາຫົວໜ່ວຍປະຕິບັດການຈັບຈ່າຍໃຊ້ສອຍສາທາລະນະໂດຍບໍ່ມີການນຳໃຊ້ເງິນສົດ. ສິ່ງດັ່ງກ່າວແມ່ນໜຶ່ງໃນບັນດາທ່າອ່ຽງທີ່ຈຳເປັນຂອງຕະຫຼາດການເງິນ, ເງິນຕາ.

ທ່າ​ອ່ຽງການ​ຊຳ​ລະ​ບໍ່​ໃຊ້​ເງິນ​ສົດ​ຢູ່​ຫວຽດ​ນາມ
20/06/2019

“ເຮືອນ 100 ດົ່ງ” ຂອງ​ບັນ​ດາ​ນ້ອງ​ນ້ອຍ​ເມືອງ ກໍ​ກ​ວາວ ແຂວງ​ກຽນ​ຢາງ

(VOVWORLD) - ດ້ວຍທິດນຳທີ່ວ່າ “ອາຍຸໜ້ອຍເຮັດວຽກນ້ອຍ, ຕາມຄວາມສາມາດຂອງຕົນ” ນັ້ນ, ໃນຊຸມປີຜ່ານມາ, ສະມາຊິກກອງເຍົາວະຊົນປະຈັນບານໂຮ່ຈີມິນ ຢູ່ ເມືອງ ກໍກວາວ ແຂວງກຽນຢາງ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການ “ແຜນການນ້ອຍ” ເພື່ອຊ່ວຍເຫຼືອບັນດາເພື່ອນນັກຮຽນປະສົບກັບຄວາມຫຍູ້ງຍາກ ມີເງື່ອນໄຂໄດ້ໄປໂຮງຮຽນ. “ເຮືອນ 100 ດົ່ງ” ແມ່ນໜຶ່ງໃນບັນດາຮູບແບບທີ່ບັນດາໝູ່ເຍົາວະຊົນໄດ້ປະຕິບັດຈາກຂະບວນການ “ແຜນການນ້ອຍ” ໂດຍສະພາເຍົາວະຊົນເມືອງ ກໍກວາວ ປຸກລະດົມ.

“ເຮືອນ 100 ດົ່ງ” ຂອງ​ບັນ​ດາ​ນ້ອງ​ນ້ອຍ​ເມືອງ ກໍ​ກ​ວາວ ແຂວງ​ກຽນ​ຢາງ
13/06/2019

ແບບ​ຢ່າງ​ຊາວ​ໜຸ່ມ​ດີ​ເດັ່ນ​ໃນ​ການກໍ່​ສ້າງ​ຮູບ​ແບບ​ກະ​ສິ​ກຳ ເພື່​ອປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ຕໍ່ໜ້າສະພາບການນ້ຳທະເລນັບມື້ນັບຊຶມເຂົ້າເລິກ ແລະ ກໍ່ຜົນສະທ້ອນຕໍ່ການຜະລິດກະສິກຳຢູ່ທ້ອງຖິ່ນນັ້ນ, ອ້າຍຫງວຽນວັນດິນ ຢູ່ບ້ານແຄັງຮຶງ A, ຕາແສງແຄັງຫາຍ, ເມືອງເຈີ່ນວັນເທີ່ຍ ແຂວງກ່າເມົາ ໄດ້ຕົກລົງຫັນປ່ຽນໂຄງປະກອບກະສິກຳ ບື່ນຕົວຂຶ້ນສ້າງຄວາມຮັ່ງມີດ້ວຍອາຊີບລ້ຽງສັດ. ອ້າຍດິນ ໄດ້ລົງທຶນເຂົ້າຮູບແບບລ້ຽງແບ້ ແລະ ຮູບແບບນີ້ເຮັດໃຫ້ຄອບຄົວອ້າຍຮັ່ງມີຂຶ້ນ. ປະຈຸບັນ, ອ້ານດິນ ຍັງຊ່ວຍຊາວທ້ອງຖິ່ນທະວີຄູນຮູບແບບລ້ຽງແບ້ ເພື່ອພ້ອມກັນບືນຕົວຂຶ້ນສ້າງຄວາມຮັ່ງມີ.

ແບບ​ຢ່າງ​ຊາວ​ໜຸ່ມ​ດີ​ເດັ່ນ​ໃນ​ການກໍ່​ສ້າງ​ຮູບ​ແບບ​ກະ​ສິ​ກຳ ເພື່​ອປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
06/06/2019

ການ​ສອນ​ວິຊາອາ​ຊີບ​ຕິດ​ພັ​ນ​ກັບ​ວິ​ສາ​ຫະ​ກິດ, ທ່າ​ອ່ຽງ​ທີ່​​ຈຳ​ເປັນ​ຢ່າງ​ເດັດ​ຂາດ

(VOVWORLD) - ການຕິດພັນກັບວິສາຫະກິດເພື່ອແນະນຳວຽກເຮັດງານທຳໃຫ້ແກ່ນັກຮຽນນັກສຶກສາພາຍຫຼັງຮຽນຈົບໄດ້ ແລະ ພວມກາຍເປັນທ່າອ່ຽງທີ່ຈຳເປັນເດັດຂາດໃນຂະບວນການເລີ່ມດຳເນີນທຸລະກິດ ແລະ ພັດທະນາວິສາຫະກິດຢູ່ຫວຽດນາມ. ປະຈຸບັນ, ບໍ່ພຽງແຕ່ໂຮງຮຽນໄດ້ຊອກຫາວິທີຮ່ວມມືກັບວິສາຫະກິດເທົ່ານັ້ນ, ຫາກວິສາຫະກິດຫຼາຍແຫ່ງກໍ່ເປັນເຈົ້າການໃນການຮ່ວມມືກັບໂຮງຮຽນເພື່ອຊອກຫາແຫຼ່ງຊັບພະຍາກອນມະນຸດ ແຮງງານທີ່ສອດຄ່ອງກັບການພັດທະນາຂອງວິສາຫະກິດຕົນອີກດ້ວຍ.

ການ​ສອນ​ວິຊາອາ​ຊີບ​ຕິດ​ພັ​ນ​ກັບ​ວິ​ສາ​ຫະ​ກິດ, ທ່າ​ອ່ຽງ​ທີ່​​ຈຳ​ເປັນ​ຢ່າງ​ເດັດ​ຂາດ
02/06/2019

ມານະພະຍາມຍາມ ຮັກສາວັດທະນະທຳພື້ນເມືອງຢູ່ເຮືອນລວມ ເຕເຣຊາ

(VOVWORLD) - ພ້ອມກັບຄວາມມານະພະຍາຍາມ ຊ່ວຍພວກນ້ອງຊາວເຜົ່າສ່ວນໜ້ອຍ ບົນເສັ້ນທາງໄປຊອກຮຽນໜັງສື, ເຮືອນລວມຊົນເຜົ່າ ເຕເຣຊາ ຂຶ້ນກັບນິກາຍ ໜືເວືອງຮວ່າບິ່ງ ໃນນະຄອນບວນມາຖວດ ແຂວງ ດັກລັກ ຍັງຊ່ວຍໃຫ້ພວກນ້ອງນ້ອຍຢູ່ແຫ່ງນີ້ ໄດ້ຊອກຮູ້ກ່ຽວກັບວັດທະນະທຳພື້ນເມືອງຂອງເຜົ່າຕົນ, ຈາກນັ້ນກໍ່ປຸກລຸກຄວາມນິຍົມຊົມຊອບ ແລະ ຫວັງຮັກສາສິີສັນວັດທະນະທຳຂອງເຜົ່າຕົນໃຫ້ແກ່ພວກນ້ອງ

ມານະພະຍາມຍາມ ຮັກສາວັດທະນະທຳພື້ນເມືອງຢູ່ເຮືອນລວມ ເຕເຣຊາ
26/05/2019

ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ໃນເດືອນມະນຸດສະທຳປີ 2019

(VOVWORLD) -“ເດືອນມະນຸດສະທຳ” ປີ 2019 ໄດ້ຖືກຜັນຂະຫຍາຍໃນຂອບເຂດທົ່ວປະເທດ ແຕ່ວັນທີ 1 ພຶດສະພາ ຫາວັນທີ 31 ພຶດສະພາ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ຕິດແທດຕົວຈິງ. ຜ່ານນັ້ນກໍ່ເຮັດໃຫ້ບັນດາຄຸນຄ່າ ແລະ ມູນເຊື້ອຮັກແພງມະນຸດດ້ວຍກັນອັນສູງສົ່ງຂອງຊາດຫວຽດນາມ ໃຫ້ເລິກເຊິ່ງ ແລະ ແຜ່ກະຈາຍໃນປະຊາຊົນທຸກຊັ້ນຄົນ ແລະ ກຳລັງສັງຄົມ

ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ໃນເດືອນມະນຸດສະທຳປີ 2019
19/05/2019

ນັກຮຽນແຂວງ ເລິມດົ່ງ ຜະລິດກະສິກຳໂດຍນຳໃຊ້ເຕັກໂນໂລຊີສູງ

(VOVWORLD) -ສຳລັບຫຼາຍຄົນແລ້ວ, ກະສິກຳເຕັກໂນໂລຊີສູງ ຍັງຄົງແມ່ນສິ່ງທີ່ຫ່າງໄກກັບຊາວກະສິກອນ. ຢູ່ບາງທ້ອງຖິ່ນກໍ່ໄດ້ມີວິທີສຳພັດກັບບັນຫານີ້ແບບພິເສດ, ນັ້ນແມ່ນນຳກະສິກຳເຕັກໂນໂລຊີສູງເຂົ້າໃນເນື້ອໃນການບຳລຸງສ້າງໃນໂຮງຮຽນ. ນີ້ແມ່ນວິທີສຳພັດທີ່ມີຜົນປະໂຫຍດ, ແມ່ນການລົງທຶນຍາວນານ ແລະ ບັນລຸປະສິດທິຜົນ. ຢູ່ໃຈກາງນະຄອນດ່າລາດ ກໍ່ມີເຂດສ່ວນປູກຜັກ, ດອກໄມ້ໂດຍນຳໃຊ້ເຕັກໂນໂລຊີສູງ. ເຂດສວນແຫ່ງນີ້ແມ່ນສະຖານທີ່ເຊິ່ງບັນດານັກຮຽນ ສັງກັດໂຮງຮຽນກິນນອນຊົນເຜົ່າແຂວງ ເລິມດົ່ງ ໃນແຕ່ລະວັນໄດ້ມາຝຶກຫັດເພື່ອຮັບເອົາຄວາມຮູ້ ກ່ຽວກັບແນວປູກ, ຮຽນວິຊາຊີບຜະລິດກະສິກຳ ແລະ ພ້ອມກັນສ້າງກອງທຶນສົ່ງເສີມການຮ່ຳຮຽນ.

ນັກຮຽນແຂວງ ເລິມດົ່ງ ຜະລິດກະສິກຳໂດຍນຳໃຊ້ເຕັກໂນໂລຊີສູງ
12/05/2019

ມະຫາວິທະຍາໄລຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ ລົງມືແກ້ໄຂບັນຫາຂີ້ເຫຍື້ອ, ຢາງປລາດສຕິກເສດເຫຼືອ

(VOVWORLD) -ມະຫາວິທະຍາໄລຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ ລົງມືແກ້ໄຂບັນຫາຂີ້ເຫຍື້ອ, ຢາງປລາດສຕິກເສດເຫຼືອ. ເມື່ອເຫັນໄດ້ເຖິງຄວາມເປັນອັນຕະລາຍ ທີ່ນັບມື້ນັບເພີ່ມຂຶ້ນຂອງ ຢາງປລາດສຕິກເສດເຫຼືອທີ່ມີຕໍ່ສິ່ງແວດລ້ອມ, ໃນໄລຍະມໍ່ໆມານີ້ ມະຫາວິທະຍາໄລຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫາຍບັນດາໂຄງການເຄື່ອນໄຫວ ເພື່ອແນໃສ່ປ່ຽນແປງຄວາມຊິນເຄີຍນຳໃຊ້ເຄື່ອງຂອງເຮັດດ້ວຍ ຢາງປລາດສຕິກຂອງນັກສຶກສາ ແລະ ພະນັກງານ, ຄູອາຈານ. ຈຳກັດ ແລະ ຄ່ອຍໆມຸ່ງໄປສູ່ “ປາສະຈາກທໍ່ດູດ, ກວດ, ຈອກເຮັດດ້ວຍ ຢາງປລາດສຕິກ”. ນີ້ແມ່ນສິ່ງທີ່ທາງໂຮງຮຽນພວມພະຍາຍາມປະຕິບັດ ດ້ວຍຄວາມຫວັງເຮັດໃຫ້ສິ່ງແວດລ້ອມແຫ່ງຊີວິດ ມີຄວາມຂຽວງາມ

ມະຫາວິທະຍາໄລຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ  ລົງມືແກ້ໄຂບັນຫາຂີ້ເຫຍື້ອ, ຢາງປລາດສຕິກເສດເຫຼືອ