“ເສດຖະກິດກາງຄືນ”-ກຳລັງໜູນໃຫ້ແກ່ການເຕີບໂຕຂອງນະຄອນ ໂຮ່ຈິມິນ.
[VOVWORLD] - ນະຄອນ ໂຮ່ຈິມີນ ມີທ່າໄດ້ປຽບກ່ຽວກັບດ້ານຂອບຂະໜາດພົນລະເມືອງ, ການທ່ອງທ່ຽວ ແລະ ກຳລັງແຮງຕົວເມືອງ ພ້ອມກັບຄວາມຕ້ອງການບັນເທິງທີ່ນັບມື້ນັບເພີ່ມຂຶ້ນຈາກ ປຊຊ ແລະ ແຂກທ່ອງທ່ຽວ, ດັ່ງນັ້ນ, ນະຄອນ ໂຮ່ຈິມີນ ມີທ່າໄດ້ປຽບຫຼາຍຢ່າງເພື່ອພັດທະນາ “ເສດຖະກິດກາງຄືນ”. ການສ້າງກົນໄກປະສານງານ, ວາງແຜນຜັງ, ຄຸ້ມຄອງກໍ່ຄືການພັດທະນາ, ທາງນະຄອນພວມມານະພະຍາມນຳ “ເສດຖະກິດກາງຄືນ” ກາຍເປັນທ່າໄດ້ປຽບ ປະກອບສ່ວນຊຸກຍູ້ການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ.










