ນັກຂ່າວ ມາຍກ໋ຽວຕວ໊ຽດ - ຜູ້ສຸມຈິດສຸມໃຈຕໍ່ຄວາມຕ້ອງການຂອງຜູ້ຟັງ.
(VOVWORLD) -ດ້ວຍຊົງຜົມສັ້ນ, ຄີງບາງຮ່າງນ້ອຍ ແຕ່ເປັນຜູ້ໃຈເດັດ ແລະ ແຂງແກ່ນນັ້ນແມ່ນຄວາມປະທັບໃຈຂອງຫຼາຍຄົນເມື່ອໄດ້ພົບ ແລະ ເຮັດວຽກກັບນັກຂ່າວ ມາຍກ໋ຽວຕວ໊ຽດ ຫົວໜ້າລາຍການຈໍລະຈອນ ຮ່າໂນ້ຍ ພະແນກ VOV ຈາລະຈອນແຫ່ງຊາດ ວິທະຍຸກະຈາຍສຽງ ຫວຽດນາມ. ດ້ວຍທັດສະນະປະກອບອາຊີບຄືຍາມໃດກໍ່ຕັ້ງຕົນເອງໃນຄວາມຕ້ອງການ,ຈິດຕະຮັບຟັງ ແລະ ຮັບຂໍ້ມູນຂ່າວສານຈາກຜູ້ຟັງ, ນາງ ຕວ໊ຽດ ໄດ້ສ້າງຂີດໝາຍດ້ວຍຫຼາຍຜະລິດຕະພັນສື່ມວນຊົນທີ່ມີຄຸນນະພາບ ໃນການປະກອບເປັນອາຊີບນັກຂ່າວ










