ອ້າຍບ່າວຫາບນ້ຳຮັບຈ້າງກາຍເປັນນັກທຸລະກິດດີເດັ່ນຂອງແຂວງ ຕຽນຢາງ
(VOVWORLD) - ທ່ານ ເຈົາມິງຫ໋າຍ ຜູ້ອຳນວຍການບໍລິສັດ HK ຈຳກັດ ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນຄອບຄົວຊາວກະສິກອນທີ່ຕິດພັນກັບທົ່ງໄຮ່ທົ່ງນາມາຫຼາຍລຸ້ນຄົນ. ເມື່ອເຂົ້າໃຈກ່ຽວກັບສິ່ງທ້າທາຍຂອງຊາວກະສິກອນໃນໄລຍະປະຕິວັດອຸດສາຫະກຳຄັ້ງທີ 4.0, ທ່ານໄດ້ສຸມຈິດສຸມໃຈພ້ອມກັບພໍ່ແມ່ພີ່ນ້ອງຮ່ວມສຳພັນທຳການຜະລິດຕາມຮູບແບບທົ່ງໄຮ່ທົ່ງນາໃຫຍ່, ແກ້ໄຂສົ້ນອອກໃຫ້ແກ່ເຂົ້າເປັນສິນຄ້າ ແລະ ກໍ່ສ້າງຍົກລະດັບເຄື່ອງໝາຍເຂົ້າສານ ຫວຽດນາມຢູ່ແຂວງ ຕຽນຢາງ.










