ລະບົບຕິດຕາມແມງໄມ້ອັດສະລິຍະໂດຍຜູກຂາດຂອງຫວຽດນາມ ຖືກສົ່ງອອກຂາຍໃຫ້ຕະຫຼາດຍີ່ປຸ່ນ
(VOVWORLD) - ລະບົບຕິດຕາມແມງໄມ້ອັດສະລິຍະ (IMS - insect monitoring system) ແມ່ນຜະລິດຕະພັນທີ່ອອກແບບ ແລະ ຜະລິດ ໂດຍບໍລິສັດຫຸ້ນສ່ວນ RYNAN Technologies ຫວຽດນາມ ເພື່ອແກ້ໄຂບັນຫາການຫັນເປັນ ດິຈິຕອນຂອງຂະແໜງກະສິກຳ. ຜະລິດຕະພັນ ດັ່ງກ່າວໄດ້ຮັບລາງວັນເງິນ Make in Vietnam ປະເພດຜະລິດຕະພັນດີຈີຕອນດີຈີຕອນໃນປີ 2021 ແລະ ໄດ້ນຳໃຊ້ຢູ່ 13 ແຂວງ ແລະ ນະຄອນຂອງ ຫວຽດນາມ. ປີນີ້, ກະຊວງກະສິກໍາຍີ່ປຸ່ນໄດ້ ອະນຸຍາດ ໃຫ້ນໍາເຂົ້າລະບົບຕິດຕາມແມງໄມ້ ຂອງ RYNAN Technologies ເພື່ອຕິດຕາມກວດກາ ແລະ ຄາດຄະເນສະພາບການຂະຫຍາຍຂອງ ພະຍາດພືດ ໃນປະເທດນີ້.










