ຜູ້ຂະຫຍາຍຂະບວນການບໍລິຈາກເລືອດ ແລະ ຂົນຂວາຍຊາວໜຸ່ມ ເລີ່ມຕົ້ນທຸລະກິດ
(VOVWORLD) - ໂດຍບໍ່ພຽງແຕ່ຕັ້ງໜ້າຂະຫຍາຍຂະບວນການບໍລິຈາກເລືອດໂດຍສະໝັກໃຈເທົ່ານັ້ນ ຫາກຍັງມີຄວາມກະຕືລືລົ້ນ ແລະ ປະສົບຜົນສຳເລັດໃນວຽກງານກໍ່ສ້າງຊາວໜຸ່ມ ເລີ່ມຕົ້ນທຸລະກິດ. ນັ້ນແມ່ນອ້າຍ ຫງວຽນດຶກຖ້ວນ ປະທານສະພາບໍລິຫານງານບໍລິສັດຮຸ້ນສ່ວນພັດທະນາ ແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ, ຜູ້ອຳນວຍການສູນກໍ່ສ້າງຜູ້ມີຄວາມເກັ່ງກ້າສາມາດ ແລະ ເລີ່ມຕົ້ນທຸລະກິດ, ປະທານກິດຕິມະສັກສະໂມສອນຊາວໜຸ່ມ ເລີ່ມຕົ້ນທຸລະກິດ ຮ່າໂນ້ຍ, ອະດີດປະທານສະມາຄົມຊາວໜຸ່ມຂົນຂວາຍບໍລິຈາກເລືອດ ຮ່າໂນ້ຍ.










