ປະເທດຊາດ ແລະ ຊາວຫວຽດນາມ

16/04/2022

ທ່ານໝໍ ເລຕ໊ວນແທັ່ງ-ຜູ້ເຊື່ອມຕໍ່ລະຫວ່າງບັນດາແພດໝໍກັບຜູ້ຕິດເຊື້ອໂຄວິດ - 19 F0

(VOVWORLD) -ກວ່າ 2 ປີທີ່ໂລກລະບາດໄດ້ຜັນແປໄປຢ່າງສັບສົນພ້ອມກັບການເຄື່ອນໄຫວທາງດ້ານວິຊາສະເພາະຄືກວດແລະປິ່ນປົວພະຍາດຢູ່ໂຮງໝໍ, ປອ - ທ່ານໝໍເລຕ໊ວນແທັ່ງ ຮອງປະທານສະມາຄົມແພດໝໍໝຸ່ມ ຮ່າໂນ້ຍຍາມໃດກໍ່ສຸດຈິດສຸດໃຈມີຫົວຄິດປະດິດສ້າງໃນວິວັດການເບິ່ງແຍງຄົນເຈັບ. ພິເສດ ທ່ານໝໍແທັ່ງໄດ້ພ້ອມກັບເພື່ອນຮ່ວມອາຊີບສ້າງຕັ້ງ ແລະ ບໍລິຫານເຄືອຂ່າຍ“ທ່ານໝໍຮ່ວມເດີນທາງ” ລະດົມບັນດາແພດໝໍອາສາສະໝັກເຂົ້າຮ່ວມການໃຫ້ຄຳປຶກສາໜູນຊ່ວຍບັນດາຜູ້ຕິດເຊື້ອ F0 ທີ່ປິ່ນປົວຢູ່ເຮືອນໃນນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ ແລະ ແຂວງບິ່ງເຢືອງ. ປອ -ທ່ານໝໍເລຕ໊ວນແທັ່ງຫາກໍ່ໄດ້ຮັບການຍ້ອງຍໍຊົມເຊີຍແມ່ນທານໝໍໜຸ່ມດີເດັ່ນຫວຽດນາມປີ 2021

ທ່ານໝໍ ເລຕ໊ວນແທັ່ງ-ຜູ້ເຊື່ອມຕໍ່ລະຫວ່າງບັນດາແພດໝໍກັບຜູ້ຕິດເຊື້ອໂຄວິດ - 19 F0
09/04/2022

ຜູ້ອຳນວຍການຫວູຢາລ້ຽນ - ຜູ້ເມົາມົວປະດິດຄິດສ້າງບັນດາຜະລິດຕະພັນເຕັກໂນໂລຊິີທີ່ມີເຄື່ອງໝາຍຫວຽດນາມ

(VOVWORLD) -ໂດຍແມ່ນໜຶ່ງໃນບັນດາຜູ້ທີ່ຍັງໜຸ່ມແໜ້ນ ມີຄວາມເມົາມົວປະດິດຄິດສ້າງບັນດາຜະລິດຕະພັນເຕັກໂນໂລຊີໃໝ່ ທີ່ມີເຄື່ອງໝາຍຫວຽດນາມ, ອ້າຍຫວູຢາລ້ຽນໄດ້ສ້າງຕັ້ງບໍລິສັດຮຸ້ນສ່ວນວິທີແກ້ໄຂເຕັກໂນໂລຊີຂໍ້ມູນຂ່າວສານສາກົນ (Inter IPS) ເຊິ່ງໄດ້ຄົ້ນຄວ້າພັດທະນາບັນດາຜະລິດຕະພັນໂທລະຄົມແລະບັນດາວິທີການແກ້ໄຂນຳໃຊ້ປັນຍາທຽມ (AI) ເຊິ່ງໄດ້ນຳໃຊ້ປະຕິບັດການໂທຫາປະຊາຊົນເພື່ອຢັ້ງຢືນຂ່າວສານທີ່ກ່ຽວຂ້ອງເຖິງການແຈ້ງສຸຂະພາບແລະສ່ອງແສງກ່ຽວກັບພະຍາດໂຄວິດ - 19. ນັກທຸລະກິດໜຸ່ມຫວູຢາລ້ຽນແມ່ນໜຶ່ງໃນ 10 ແບບຢ່າງໜຸ່ມຫວຽດນາມທີ່ດີເດັນໃນປີ 2021 ເຊິ່ງແມ່ນນາມມະຍົດໂດຍສູນກາງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນມອບໃຫ້

ຜູ້ອຳນວຍການຫວູຢາລ້ຽນ - ຜູ້ເມົາມົວປະດິດຄິດສ້າງບັນດາຜະລິດຕະພັນເຕັກໂນໂລຊິີທີ່ມີເຄື່ອງໝາຍຫວຽດນາມ
02/04/2022

ເລື່ອງທ້າວອາເຢສ້າງແຫລ່ງບັນດານໃຈ ໃຫ້ການເຮັດທ່ອງທ່ຽວຢູ່ເຂດພູສູງ

(VOVWORLD) -ດ້ວຍບັນດາຄວາມມານພະຍາຍາມຜ່າຜ່າຄວາມຫຍຸ້ງຍາກ ເພື່ອນຳການທ່ອງທ່ຽວຊຸມຊົນເຄື່ອນໄຫວຢ່າງມີປະສິດທິຜົນ, ປີ 2021 ທ້າວ ຢ່າງອາເຢ ຢູ່ຕາແສງ ລາປ໊ານເຕິນ ເມືອງ ມູ່ກັງຈ໋າຍ ແຂວງ ອຽນບ໊າຍ ມີຄວາມເປັນກຽດໄດ້ຮັບລາງວັນ “ຊາວໜຸ່ມສ້າງການດຳລົງຊີວິດທີ່ດີງາມ” ໂດຍສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ມອບໃຫ້. ບັນດາການອຸທິດສ່ວນຂອງລາວ ໄດ້ສ້າງແຫຼ່ງບັນດານໃຈ ໃຫ້ການເຮັດທ່ອງທ່ຽວຊຸມຊົນ ເຖິງພໍ່ແມ່ພີ່ນ້ອງເຜົ່າ ມົ້ງ ຢູ່ເຂດພູສູງນີ້.

ເລື່ອງທ້າວອາເຢສ້າງແຫລ່ງບັນດານໃຈ ໃຫ້ການເຮັດທ່ອງທ່ຽວຢູ່ເຂດພູສູງ
25/03/2022

ຮ້ອຍໂທຫງວຽນຕ໊ຽນຢຸຍ: ຢັ້ງຢັນຕົນເອງເພື່ອປະກອບສ່ວນເຂົ້າໃນກິດຈະການສ້າງສາແລະ ປົກປັກຮັກສາປະເທດຊາດ

(VOVWORLD) -“ແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ມີຄວາມໃຝ່ຝັນຢາກນຸ່ງຊຸດທະຫານເຮືອແລະມີຄວາມໃຝ່ຝັນຢາກເດີນທະເລ ໄປຄົ້ນຫາຢູ່ເຂດຫ່າງໄກສອກຫຼີກຂອງປະເທດຊາດ, ຢາກໄດ້ຂັບເຮືອກ່ຳປັ່ນຫົກທີ່ທັນສະໄໝເພື່ອປົກປັກຮັກສາປະເທດຊາດ. ນັ້ນແມ່ນຄຳແບ່ງປັນຂອງຮ້ອຍໂທຫງວຽນຕ໊ຽນຢຸຍຫົວໜ້າຂະແໜງເດີນທະເລ, ກ່ຳປັ່ນໝາຍເລກ 016 ກອງພັນນ້ອຍ 162, ກອງທັບເຮືອເຂດ 4 ຂະນະທີ່ລາວມີກຽດໄດ້ຮັບນາມມະຍົດແບບຢ່າງໜຸ່ມດີເດັ່ນຫວຽດນາມແລະແບບຢ່າງໜຸ່ມທົ່ວກອງທັບປີ 2021

ຮ້ອຍໂທຫງວຽນຕ໊ຽນຢຸຍ: ຢັ້ງຢັນຕົນເອງເພື່ອປະກອບສ່ວນເຂົ້າໃນກິດຈະການສ້າງສາແລະ ປົກປັກຮັກສາປະເທດຊາດ
19/03/2022

ສິລະປິນປະຊາຊົນ ຕວຽດມາຍ - ໂຄສົກສຽງຄຳທາງວິທະຍຸກະຈາຍສຽງຫວຽດນາມ

(VOVWORLD) -ສິລະປິນປະຊາຊົນຕວຽດມາຍເຊິ່ງແມ່ນໂຄສົກສຽງຄຳແລະໜຶ່ງໃນບັນດາໂຄສົກສາມາດສ້າງເຄື່ອງໝາຍໃຫ້ແກ່ VOV. ເຖິງວ່າສິລະປິນປະຊາຊົນຕວຽດມາຍໄດ້ເຖິງແກ່ມໍລະນະກຳແລ້ວກໍ່ຕາມແຕ່ສຳນຽງອ່ານທີ່ເປັນໜ້າຈັບໃຈຂອງນາງຜ່ານບັນດາລາຍການກະຈາຍສຽງແຕ່ດົນນາມາແລ້ວໄດ້ກາຍເປັນສິ່ງທີ່ລື້ງເຄີຍແລະດູດດື່ມສຳລັບຜູ້ຟັງທັງຫຼາຍ

ສິລະປິນປະຊາຊົນ ຕວຽດມາຍ - ໂຄສົກສຽງຄຳທາງວິທະຍຸກະຈາຍສຽງຫວຽດນາມ
12/03/2022

ນາງພະຍາບານສຸດອົກສຸດໃຈກັບຄົນເຈັບຕິດພະຍາດໂຄວິດ - 19

(VOVWORLD) -ໃນຕະຫຼອດຫຼາຍເດືອນທີ່ຜ່ານມາ ນາງພະຍາບານ ເຮີວີບວນອີອາ ອາຍຸ 33 ເຮັດວຽກຢູ່ຂະແໜງ ສຸກເສີມຟື້ນຟູຊີບສັງກັດສູນສາທາລະນະສຸກເມືອງອີອາກາ ຖືກຈັດສົ່ງໄປຮັບໜ້າທີ່ຢູ່ໂຮງໝໍກາງສະໜາມເລກ 1 ເພື່ອປິ່ນປົວຄົນເຈັບຕິດພະຍາດໂຄວິດ - 19 ໃນແຂວງດັກລັກ. ນາງເຮີວີ ບວນອີອາ ຍາມໃດກໍ່ຖືຄົນເຈັບເໝືອນດັ່ງຍາດຕິພີ່ນ້ອງໃນຄອບຄົວຂອງຕົນ. ຍາມໃດນາງກໍ່ຢູ່ໃນທ່າກຽມພ້ອມເມື່ອຄົນເຈັບຕ້ອງການຊ່ວຍເຫຼືອ

ນາງພະຍາບານສຸດອົກສຸດໃຈກັບຄົນເຈັບຕິດພະຍາດໂຄວິດ - 19
05/03/2022

ຜູ້ປະກອບເຫື່ອແຮງຮັກສາຊຸດອາພອນຂອງແມ່ຍິງເຜົ່າມົ້ງ

(VOVWORLD) -ມາຮອດບັນດາໝູ່ບ້ານເຜົ່າມົ້ງຢູ່ເຂດພູສູງເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອຫວຽດນາມແຂກທ່ອງທ່ຽວທັງຫຼາຍສາມາດພົບເຫັນຮູບພາບພວກແມ່ປ້າເອື້ອຍນ້ອງແມ່ຍິງເຜົ່າມົ້ງພວມສະຫຼະເວລາຫວ່າງເພື່ອນັ່ງຫຍິບປັກທັກແສ່ວຕັດຫຍິບຊຸດອາພອນປະຈຳເຜົ່າ. ມີເອື້ອຍນ້ອງແມ່ຍິງເຜົ່າມົ້ງໄດ້ຮູ້ຈັກນຳໃຊ້ທ່າໄດ້ປຽບນີ້ລົງທຶນເປີດຮ້ານຕັດຫຍິບຊຸດອາພອນປະຈຳເຜົ່າທັງເປັນການສ້າງແຫຼ່ງລາຍຮັບໃຫ້ແກ່ຄອບຄົວທັງປະກອບສ່ວນຮັກສາຄວາມງາມທາງດ້ານວັດທະນະທຳຂອງເຜົາຕົນ. ນາງມົ່ວທິຕົງຊາວເຜົ່າມົ້ງຢູ່ບ້ານ ນ່າພ່ຽງຕາແສງເຈື່ອງແຄວເມືອງມາຍເຊີນແຂວງເຊີນລາກໍ່ແມ່ນໜຶ່ງໃນບັນດາບຸກຄົນຄືດັ່ງກ່າວ

ຜູ້ປະກອບເຫື່ອແຮງຮັກສາຊຸດອາພອນຂອງແມ່ຍິງເຜົ່າມົ້ງ
26/02/2022

ນັກສິລະປະການ ອີຖາຍ ເອບານ - ຜູ້ຮັກສາວິນຍານຂອງຮູບແກະຄວັດສະຫຼັກໄມ້ຢູ່ ອີອາຕູ ນະຄອນ ບວນມາທ້ວດ ແຂວງ ດັກລັກ

(VOVWORLD) - ກວ່າ 30 ປີທີ່ຜ່ານມາ ນັກສິລະປະການ ອີຖາຍ ເອບານ ຊາວເຜົ່າ ເອເດ ຢູ່ນະຄອນ ບວນມາທ້ວດ ແຂວງ ດັກລັກ ໄດ້ສຸມຈິດສຸມໃຈ ເພື່ອຮັກສາ ແລະ ພັດທະນາວຽກງານ ແກະຄວັດສະຫຼັກໄມ້ ຫັນໄມ້ທ່ອນ ກາຍເປັນຜະລິດຕະພັນສິລະປະກຳ. ທ່ານແມ່ນໜຶ່ງໃນຈຳນວນໜ້ອຍນັກສິລະປະການ ຢູ່ ແຂວງ ດັກລັກ ຍັງມີຄວາມເມົາມົວແກະຄວັດສະຫຼັກໄມ້ ແລະ ສ້າງລາຍຮັບຈາກວຽກງານນີ້.

ນັກສິລະປະການ ອີຖາຍ ເອບານ - ຜູ້ຮັກສາວິນຍານຂອງຮູບແກະຄວັດສະຫຼັກໄມ້ຢູ່ ອີອາຕູ ນະຄອນ ບວນມາທ້ວດ ແຂວງ ດັກລັກ
12/02/2022

ອ້າຍເຈິ່ນຫວູເຈື່ອງ ເຈົ້າຂອງວິສາຫະກິດ ເກັບຊື້ຜະລິດຕະພັນກະເສດເພື່ອການກຸສົນ

(VOVWORLD) -ເມື່ອນະຄອນເກິ່ນເທີປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງຂອງນາຍົກລັດຖະມົນຕີອ້າຍເຈິ່ນຫວູເຈື່ອງເກີດປີ1983 ຜູ້ອຳນວຍການບໍລິສັດ MTV ໂອໂຕເຈື່ອງຢຸ໊ງຈຳກັດຢູ່ບໍລິເວນບ້ານແທັ້ງໝີຕາແສງເທື່ອງແທັ້ງເມືອງກ໊າຍຣັງນະຄອນເກິ່ນເທີໄດ້ຕົກລົງຢຸດການດຳເນີນທຸລະກິດບໍລິການຂົນສົ່ງເພື່ອເຮັດວຽກງານກຸສົນ. ການເຄື່ອນໄຫວຂອງເຈົ້າຂອງວິສາຫະກິດທີ່ຍັງໜຸ່ມແໜ້ນ ໄດ້ແຜ່ກະຈາຍສູ່ຫຼາຍຄົນແລະຜູ້ໃຈບຸນໃຈກຸສົນໄດ້ຮ່ວມແຮງຮ່ວມໃຈຊ່ວຍຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຫຼາຍຄົນ

ອ້າຍເຈິ່ນຫວູເຈື່ອງ ເຈົ້າຂອງວິສາຫະກິດ ເກັບຊື້ຜະລິດຕະພັນກະເສດເພື່ອການກຸສົນ
29/01/2022

ຜູ້ລ້ຽງເດັກ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງ ບ້ານ​ໄຕ​ງວຽນ

(VOVWORLD) -ພາຍຫຼັງໄດ້ຮັບການມອບໝາຍໜ້າທີ່ ໃຫ້ໄປປະຈຳຢູ່ໂຮງຮຽນໝູ່ບ້ານ Ia Tong, ຕາແສງ Ia Der ມາໄດ້ຫຼາຍປີ, ດ້ວຍການໂຄສະນາ, ເກ້ຍກ່ອມຢ່າງຄ່ອງແຄ້ວຂອງຕົນ, ຄູສອນ Ksor H’Nhiem (ຢູ່ໂຮງຮຽນອະນຸບານ 30 ເມສາ ເມືອງ Ia Grai) ສາມາດລະດົມເດັກນ້ອຍອະນຸບານໄປໂຮງຮຽນໄດ້ 100 ຄົນ, ພ້ອມທັງສາມາດຈັດຕັ້ງຫ້ອງຮຽນ ເຄິ່ງກິນນອນຢູ່ໝູ່ບ້ານທຸກຍາກນີ້ໄດ້. ສິ່ງສຳຄັນທີ່ສຸດຢູ່ທີ່ນີ້ ແມ່ນ ປະຊາຊົນໄດ້ປ່ຽນແປງຄວາມຮັບຮູ້ ຄູສອນ Ksor H’Nhiem ໄດ້ຕັ້ງໜ້າສົມທົບກັບໂຮງຮຽນເບິ່ງແຍງດູແລເດັກນ້ອຍ ດ້ວຍຄວາມສຸດຈິດສຸດໃຈ.

ຜູ້ລ້ຽງເດັກ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງ ບ້ານ​ໄຕ​ງວຽນ