ປະເທດຊາດ ແລະ ຊາວຫວຽດນາມ

22/01/2022

ນັກສະແດງກາຍຍະສິນ ຫງວຽນຮົ່ງຈຸກວີ ຝຶກແອບດ້ວຍຄວາມລຳບາກເພື່ອຜ່ານຜ່າຄວາມທົດສອບໃໝ່

(VOVWORLD) - ໂດຍແມ່ນໜຶ່ງໃນຈຳນວນ14 ສ່ວນບຸກຄົນໄດ້ຮັບການເຊີດຊູ “ພົນລະເມືອງໜຸ່ມດີເດັ່ນ” ຂອງນະຄອນໂຮ່ຈີມິນ, ຫງວຽນຮົ່ງຈຸກວີ ອາຍຸ 28 ປີກໍ່ແມ່ນສະມາຊິກພຽງຄົນດຽວທີ່ຕາງໜ້າໃຫ້ແກ່ກຸ່ມວັດທະນະທຳສິລະປະເຊິ່ງແມ່ນຂົງເຂດຂອງນະຄອນ. ກ່ອນໜ້ານັ້ນຈຸກວີໄດ້ເຂົ້າຮ່ວມການສະແດງທີ່ດີເດັ່ນແລະ ໄດ້ຮັບລາງທີໜຶ່ງ ໃນງານປະກວດນັກສະແດງກາຍຍະສິນຜູ້ທີ່ມີຄວາມເກັ່ງກ້າສາມາດ ໃນທົ່ວປະເທດປີ 2021 ຢູ່ ຮ່າໂນ້ຍດ້ວຍລາຍການ “ສີສັນດອກບົວ” ເຊິ່ງໄດ້ຮັບການຍ້ອງຍໍຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ. ເພື່ອບັນລຸໄດ້ບັນດາຜົນງານຄືໃນວັນນີ້, ຈຸກວີຕ້ອງຜ່ານຜ່າໄລຍະທາງແຫ່ງການຝຶກແອບດ້ວຍຄວາມລຳບາກທີ່ສຸດ.

ນັກສະແດງກາຍຍະສິນ ຫງວຽນຮົ່ງຈຸກວີ ຝຶກແອບດ້ວຍຄວາມລຳບາກເພື່ອຜ່ານຜ່າຄວາມທົດສອບໃໝ່
15/01/2022

ພົນລະເມືອງໜຸ່ມທີ່ດີເດັ່ນ: ປະຈັນບານເພື່ອນະຄອນ ໂຮ່ຈີມິນ

(VOVWORLD) -ທ້າວ ເຈິ່ນດັ້ງວັນຕ່າຍ ນັກສຶກສາປີທີ່ໜຶ່ງ ວິທະຍາໄລເຕັກໂນໂລຊີ ຖູດຶກ ແມ່ນໜຶ່ງໃນເພື່ອນໜຸ່ມ 14 ຄົນ ເຊິ່ງຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຫາກໍ່ເຊີດຊູເປັນ “ພົນລະເມືອງໜຸ່ມທີ່ດີເດັ່ນ ນະຄອນ ໂຮຈີມິນ" ປີ 2021. ທ້າວ ເຈິ່ນດັ້ງວັນຕ່າຍ ບໍ່ພຽງແຕ່ຮຽນດີເທົ່ານັ້ນ ຫາກຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປ້ອງກັນສະກັດກັ້ນໂລກລະບາດ. ນ້ຳໃຈອາສາສະໝັກຮັບໃຊ້ຊຸມຊົນຂອງວັນຕ່າຍ ໄດ້ສະແດງໃຫ້ເຫັນກຳລັງຂອງໜຸ່ມ ຂອງຊາວໜຸ່ມປະຈັນບານ ປະກອບສ່ວນກໍ່ສ້າງນະຄອນ ໂຮຈີມິນ ສີວິໄລທັນສະໄໝ ແລະ ເຕັມໄປດ້ວຍຄວາມຮັກແພງ

ພົນລະເມືອງໜຸ່ມທີ່ດີເດັ່ນ: ປະຈັນບານເພື່ອນະຄອນ ໂຮ່ຈີມິນ
08/01/2022

ແບບຢ່າງພົນລະເມືອງສ້າງການດຳລົງຊີວິດແລະສາສະໜາໃຫ້ດີງາມ

(VOVWORLD) - ນາງຟານທິມາຍອາຍຸ 52 ປີ ຢູ່ບ້ານແຄັ໊ງຮຶງອາຕາແສງແຄັ໊ງຫ໋າຍເມືອງເຈິ່ນວັນເທີ່ຍແຂວງກ່າເມົາແມ່ນຜູ່ເຊື່ອຖືສາສະໜາກາໂຕລິກ. ຍາມໃດນາງກໍ່ປະຕິບັດຕາມຫຼັກທິດສະດີຂອງສາສະໜາ ທີ່ບອກສອນແລະນຳໃຊ້ບັນດາສິ່ງທີ່ດີງາມນັ້ນເຂົ້າໃນຊີວິດຕົວຈິງ. ຮັກແພງແລະແບ່ງປັນກໍ່ແມ່ນເຄັດລັບເພື່ອໃຫ້ນາງມາຍສ້າງການດຳລົງຊີວິດແລະສາສະໜາໃຫ້ດີງາມ.

ແບບຢ່າງພົນລະເມືອງສ້າງການດຳລົງຊີວິດແລະສາສະໜາໃຫ້ດີງາມ
18/12/2021

ອ້າຍຄູທີ່ທຸກຍາກ ແລະ ຈິດໃຈຮັກແພງນັກຮຽນ ເຂດບັນດາເຜົ່າສ່ວນໜ້ອຍ

(VOVWORLD) -ໂດຍໄດ້ຕິດພັນກັບໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນເຈື໋ອງໂຕ໋ ທີ່ຕາແສງ ອີອາເຮີດິງ ເມືອງ ກືເມີກາ ແຂວງ ດັກລັກ ເປັນເວລາກວ່າ 20 ປີ, ອ້າຍຄູ ເລືອງຫຶວຫ໋າຍ ເຖິງວ່າແມ່ນຜູ້ທຸກຍາກກໍ່ຕາມ ແຕ່ໄດ້ຊ່ວຍໃຫ້ນັກຮຽນທີ່ທຸກຍາກນັບຮ້ອຍຄົນ ບໍ່ຕ້ອງປະຮຽນ. ບໍ່ພຽງແຕ່ສອນໜັງສືເທົ່ານັ້ນ ອ້າຍຄູຍັງຊ່ວຍພວກນ້ອງນັກຮຽນຢູ່ເຂດຫ່າງໄກ ມີບ່ອນພັກເຊົາໂດຍບໍ່ເສຍຄ່າ, ຂົນຂວາຍການຊ່ວຍເຫຼືອເຄື່ອງນຸ່ງ ປຶ້ມ, ລົດຖີບ ໃຫ້ພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ, ຮັບອຸປະກາລະໃຫ້ແກ່ບັນດານັກຮຽນທີ່ມີສະພາບຫຍຸ້ງຍາກພິເສດ ຊ່ວຍພວກນ້ອງໄປໂຮງຮຽນ ເພື່ອຫລໍ່ລ້ຽງຄວາມໃຝ່ຝັນ.

ອ້າຍຄູທີ່ທຸກຍາກ ແລະ ຈິດໃຈຮັກແພງນັກຮຽນ ເຂດບັນດາເຜົ່າສ່ວນໜ້ອຍ
11/12/2021

ແມ່ຂາວ ລຽນເຕິມ - ແບບຢ່າງທີ່ໃສແຈ້ງ ໃນການເຄື່ອນໄຫວໂດຍສະໝັກໃຈເພື່ອການກຸສົນ

(VOVWORLD) - ດ້ວຍຈິດໃຈເມດຕາກະລຸນາ, ແມ່ຂາວລຽນເຕິມເຈົ້າອະທິການວັດບິ໋ວເຕິມຢູ່ບ້ານເຟືອກອານຕາແສງຝູເຕິນເມືອງເຈົາແທັ່ງແຂວງຊັອກຈັງພ້ອມກັບອຳນາດການປົກຄອງທ້ອງຖິ່ນໄດ້ໜູນຊ່ວຍຂອງກິນໃຫ້ແກ່ປະຊາຊົນພວມປະຕິບັດການແຍກຕົວລວມສູນຍ້ອນໂລກລະບາດໂຄວິດ - 19.

ແມ່ຂາວ ລຽນເຕິມ - ແບບຢ່າງທີ່ໃສແຈ້ງ ໃນການເຄື່ອນໄຫວໂດຍສະໝັກໃຈເພື່ອການກຸສົນ
04/12/2021

ລຸງຫວູຫິວເລ- ນັກປະດິດສ້າງຂອງຊາວກະສິກອນ

(VOVWORLD) -ລຸງຫວູຫິວເລຜູ້ອຳນວຍການບໍລິສັດກົນຈັກແລະຕິດຕັ້ງກໍ່ສ້າງຮົ່ງຮ່າຈຳກັດທີ່ນະຄອນອຽນບ໊າຍແມ່ນໜຶ່ງໃນຈຳນວນ 6 ສ່ວນບຸກຄົນຫາກໍ່ໄດ້ຮັບການເຊີດຊູໃນລາຍການກຽດສະຫງ່າຫວຽດນາມປີ 2021 ດ້ວຍບັນດາຜົນງານທີ່ດີເດັ່ນໃນການອອກແຮງງານທຳການຜະລິດ; ລຸງມີຫົວຄິດປະດິດສ້າງກ້າຄິດກ້າທຳຍອມເສຍສະຫຼະປະກອບສ່ວນຢ່າງເໝາະສົມເຂົ້າໃນການພັດທະນາຂອງປະເທດຊາດ. ຢູ່ແຂວງອຽນບ໊າຍລຸງແມ່ນມີຜູ້ທີ່ມີຊື່ສຽງຍ້ອນຄວາມເມົາມົວຄົ້ນຄວ້າປະດິດສ້າງບັນດາເຄື່ອງຈັກ, ອຸປະກອບຮັບໃຊ້ການນຳເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳປ່າໄມ້.

ລຸງຫວູຫິວເລ- ນັກປະດິດສ້າງຂອງຊາວກະສິກອນ
13/11/2021

ນາງ ຫງວຽນທິບິ່ງ ເສດຖີຢູ່ຕີນພູ ຟາດິນ

(VOVWORLD) -ນາງ ຫງວຽນທິບິ່ງ ຜູ້ອຳນວຍການສະຫະກອນ ແຈງແລວ ທັງເປັນຮອງຜູ້ອຳນວຍການສະຫະກອນຜະລິດ ດຳເນີນທຸລະກິດ ແລະ ການບໍລິການສັງລວມ ບິ່ງຖ້ວນ ທີ່ຕາແສງ ຟົ່ງຫຼາຍ ເມືອງ ຖ້ວນເຈົາ ແຂວງ ເຊີນລາ ແມ່ນເສດຖີມີຄວາມຂະຫຍັນຂັນເຄື່ອນ ກ້າຄິດກ້າທຳ ພັດທະນາຮູບແບບສະຫະກອນແບບໃໝ່ ເຄື່ອນໄຫວຢ່າງມີປະສິດທິຜົນ. ໃນໄລຍະທີ່ຈະມາເຖິງນີ້ພ້ອມກັບຮູບແບບເສດຖະກິດນີ້ ນາງຍັງພັດທະນາການທ່ອງທ່ຽວຕື່ມອີກ ແລະ ໝັ້ນໝາຍເປີດທິດພັດທະນາເສດຖະກິດແບບຍຶນຍົງໃຫ້ແກ່ຊາວກະສິກອນໃນເຂດ

ນາງ ຫງວຽນທິບິ່ງ ເສດຖີຢູ່ຕີນພູ ຟາດິນ
06/11/2021

ນັກສິລະປະການ ຈ້ຽວທິໃຍ້ - ຜູ້ຮັກສາວັດທະນະທຳເຜົ່າ ຢ້າວ

(VOVWORLD) -ຢູ່ເມືອງ ລຸກອຽນ ແຂວງ ອຽນບ໊າຍ ນັກສິລະປະການທີ່ດີເດັ່ນ ຈ້ຽວທິໃຍ້ ຊາວເຜົ່າ ຢ້າວ ຢູ່ບ້ານ ຮາຍຕຸກ ຕາແສງ ຟຸກເລີ້ຍ ແມ່ນຜູ້ທີ່ມີຊື່ສຽງຍ້ອນມີຄວາມສຸດຈິດສຸດໃຈກັບການຮັກສາເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງຊົນເຜົ່າ. ບໍ່ພຽງແຕ່ມີຄວາມເມົາມົວກັບການຂັບຮ້ອງ, ສອນ ຂັບປ່າວຢຸງ, ປະພັນຫຼາຍບົດເພງຂອງເຜົ່າ ຢ້າວ ຫຼາຍເທົ່ານັ້ນ, ນາງ ໃຍ້ ຍັງນຳເອົາບັນດາຜະລິດຕະພັນທັກແສ່ວແຜ່ນແພພື້ນເມືອງຂອງເຜົ່າ ຢ້າວ ມາແນະນຳ ແລະ ຂາຍໃຫ້ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ນັກສິລະປະການ ຈ້ຽວທິໃຍ້ - ຜູ້ຮັກສາວັດທະນະທຳເຜົ່າ ຢ້າວ
30/10/2021

ຫງວຽນຮວ່າງຕວນທະຫານລາດສຸດຈິດສຸດໃຈຕໍ່ວຽກງານຕ້ານໂຄວິດ - 19.

(VOVWORLD) -ອ້າຍ ຫງວຽນຮວ່າງຕວນ ຫົວໜ້າໝວດທະຫານລາດປປະຈຳການ ກອງບັນຊາການທະຫານນະຄອນ ກ່າເມົາ ໃນຊຸມປີທີ່ຜ່ານມາ ຍາມໃດກໍ່ມາຍະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເຮັດສຳເລັດບັນດາໜ້າທີ່ ຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ. ໄລຍະມໍ່ໆມານີ້ ເມື່ອໄດ້ຮັບບັນດາໜ້າທີ່ປ້ອງກັນຕ້ານໂລກລະບາດໂຄວິດ - 19, ອ້າຍ ຕວນ ຍາມໃດກໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຕ້ານໂລກລະບາດ ໃນແຂວງ ກ່າເມົາ

ຫງວຽນຮວ່າງຕວນທະຫານລາດສຸດຈິດສຸດໃຈຕໍ່ວຽກງານຕ້ານໂຄວິດ - 19.
23/10/2021

ນາງ ວ່າທິເກ໊ຍ ຕັດສິນໃຈ ຫຼຸດພົ້ນອອກຈາກຄວາມທຸກຍາກຈາກການລ້ຽງສັດ

(VOVWORLD) - ຢູ່ເຂດພູສູງ ປ໊າລົງ ທີ່ເມືອງ ຖ້ວນເຈົາ ແຂວງ ເຊີນລາ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ບັນດາເອື້ອຍນ້ອງແມ່ຍິງຊາວເຜົ່າ ມົ້ງ ໄດ້ຜ່ານຜ່າຄວາມອຶດຫິວທຸກຍາກ ຊອກຫາທິດທາງພັດທະນາເສດຖະກິດຄອບຄົວຢ່າງມີປະສິດທິຜົນ ຈາກການປູກຝັງລ້ຽງສັດ. ຮູບແບບລ້ຽງສັດໄດ້ສ້າງລາຍຮັບປົກກະຕິໃຫ້ແກ່ບັນດາຄອບຄົວຢູ່ທີ່ນີ້ ເປັນຕົ້ນແມ່ນຄອບຄົວ ນາງ ວ່າທິເກ໊ຍ ຢູ່ບ້ານ ເຕັຍ ຕາແສງ ປ໊າລົງ.

ນາງ ວ່າທິເກ໊ຍ ຕັດສິນໃຈ ຫຼຸດພົ້ນອອກຈາກຄວາມທຸກຍາກຈາກການລ້ຽງສັດ