ຈົດໝາຍອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນມູນເຊື້ອ ທະທານ ອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ ( 30 ຕຸລາ 1949 – 30 ຕຸລາ 2019), ໂດຍຕາງໜ້າໃຫ້ແກ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງ ຈົດໝາຍອວຍພອນເຖິງບັນດາອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມຢູ່ ລາວ ທຸກຖ້ວນໜ້າ.









