ສື່ມວນຊົນລາວ ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມໝາຍປະຫວັດສາດໃນການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ໂຕເລິມ
(VOVWORLD) - ກ່ອນການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນວັນທີ 05 ແລະ ວັນທີ 06 ກຸມພາ, ຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ, ວັນທີ 04 ກຸມພາ, ສື່ມວນຊົນລາວ ໄດ້ລົງບົດຂຽນຈຳນວນຫຼາຍກ່ຽວກັບການຢ້ຽມຢາມດັ່ງກ່າວ.










